ລັດຖະສະພາ ສະຫະລັດ ໄດ້ຫຍັບໃກ້ເຂົ້າສູ່ການປິດລັດຖະບານໃນວັນອັງຄານວານນີ້ ໃນຂະນະທີ່ສະພາສູງບໍ່ສາມາດທີ່ຈະອະນຸມັດຕໍ່ຮ່າງກົດໝາຍການໃຊ້ຈ່າຍໄລຍະສັ້ນ.
ພັກເດໂມແຄຣັດໄດ້ຂັດຂວາງ ຕໍ່ຮ່າງກົດໝາຍ ທີ່ອາດຈະຂະຫຍາຍອຳນາດການໃຊ້ຈ່າຍ ຂອງລັດຖະບານກາງໄປຈົນຮອດເດືອນທັນວາ. ນອກຈາກວ່າລັດຖະສະພາຈະດຳເນີນການສິ່ງໃດສິ່ງນຶ່ງແລ້ວ, ອຳນາດໃນການໃຊ້ຈ່າຍຈະໝົດອາຍຸໃນຕອນທ່ຽງຄືນຂອງວັນ ສຸກທີ່ຈະມາເຖິງນີ້ ເຊິ່ງເປັນການສິ້ນສຸດລົງຂອງສົກງົບປະມານໃນປະຈຸບັນ ແລະ ການບໍ ລິການລັດຖະບານທີ່ບໍ່ສຳຄັນຂອງລັດຖະບານກາງ ຈະຖືກລະງັບໄວ້ຊົ່ວຄາວ, ບໍ່ເຖິງ 6 ສັບປະດາກ່ອນການເລືອກຕັ້ງໃນເດືອນພະຈິກນີ້.
ສະມາຊິກພັກຣີພັບບລີກັນ ແລະ ເດໂມແຄຣັດ ຕ່າງກໍໄດ້ຖິ້ມໂທດໃສ່ກັນແລະກັນກ່ຽວກັບເລື່ອງນີ້ ເຊິ່ງມີການພົບວ່າ ຮ່າງກົດໝາຍການໃຊ້ຈ່າຍຊົ່ວຄາວ ຍັງຂາດຄະແນນຢູ່ 15 ຄະ ແນນ ຈຶ່ງຈະໄດ້ຮັບການສະໜັບສະໜູນ 3 ສ່ວນ 5 ທີ່ຈຳເປັນເພື່ອຮັບຜ່ານສະພາສູງ.
ສະມາຊິກພັກຣີພັບບລີກັນ ຈາກລັດ Kentucky, ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ທ່ານ Mitch McConnell ໄດ້ກ່າວວ່າ “ມັນສາມາດເປັນໄປໄດ້ບໍວ່າ ບັນດາຜູ້ນຳພັກເດໂມ ແຄຣັດໄດ້ສະໜັບສະໜູນຄວາມຜິດປົກກະຕິຂອງການປະຕິບັດງານຢ່າງຮອບຄອບທີ່ ພວກເຂົາເຈົ້າໄດ້ກັກບັນຊີງົບປະມານ 10 ສັບປະດາທີ່ບໍ່ມີຂໍ້ຂັດແຍ້ງໄວ້ເພື່ອຫຍັງແທ້? ມີຜູ້ໃດຮູ້ວ່າບັນຫາມັນແມ່ນຫຍັງ? ແມ່ນກະທັ້ງພວກເດໂມແຄຮັດເອງຈະຮູ້ຈັກບໍ? ຄຳ ຊີ້ແຈງເຫດຜົນເບິ່ງຄືວ່າ ຈະປ່ຽນແປງໄປແຕ່ລະຊົ່ວ ໂມງ.”
ຜູ້ນຳສຽງສ່ວນນ້ອຍຈາກລັດ Nevada ທ່ານ Harry Reid ໄດ້ອ້າງວ່າ “ນິຕິບັນຍັດຂອງ ພັກຣີພັບບລີກັນແມ່ນພາດປະເດັນ.”
ພັກເດໂມແຄຣັດໄດ້ຄັດຄ້ານຕໍ່ຂໍ້ກຳນົດທີ່ຈະເຮັດໃຫ້ການເປີດເຜີຍສຳ ລັບບໍລິສັດຕ່າງທີ່ ປະກອບສ່ວນເຂົ້າໃນການໂຄສະນາຫາສຽງມີຄວາມອ່ອນແອລົງ. ພວກເຂົາເຈົ້າກໍຍັງໄດ້ ຕຳໜິວ່າຮ່າງກົດໝາຍດັ່ງກ່າວບໍ່ມີເງິນທຶນເພື່ອລົບລ້າງການປົນເປື້ອນສານກົ່ວຈາກນ້ຳ ດື່ມໃນເມືອງ Flint ລັດ Michigan, ເຊິ່ງມັນເປັນອັນຕະລາຍທີ່ເລີ່ມຂຶ້ນໃນສອງປີທີ່ຜ່ານ ມາ.
ສະມາຊິກພັກ ເດໂມແຄຣັດ ລັດ ອີລີນອຍ ທ່ານ Dick Durbin ໄດ້ກ່າວວ່າ “ປະຊາຊົນ ໜຶ່ງແສນຄົນໄດ້ກືນກິນເອົາສານກົ່ວນັ້ນ. ລອງຈິນຕະນາການເບິ່ງເດັກນ້ອຍ 9,000 ຄົນໃນເມືອງ Flint ເປັນເບື່ອຍ້ອນນ້ຳທີ່ປົນເປື້ອນກັບສານກົ່ວ. ສິ່ງນັ້ນໄດ້ເກີດຂຶ້ນ ແລ້ວ. ໃນເມືອງທີ່ເປັນຕາສົງສານນັ້ນ ພວກເຂົາເຈົ້າຍັງດື່ມນ້ຳຈາກຕຸກໃນທຸກໆມື້."
ພັກຣີພັບບລີກັນໄດ້ຕອບໂຕ້ວ່າພວກເຂົາເຈົ້າມີຄວາມຕັ້ງໃຈຢ່າງເຕັມທີ່ ເພື່ອສະໜອງທຶນ ຕ່າງໆໃຫ້ກັບເມືອງ Flint, ແຕ່ຈະເຮັດມັນໃນມະຕິແຍກຕ່າງຫາກ ທີ່ຮັບມືກັບຄວາມປອດ ໄພຂອງນ້ຳໂດຍສະເພາະ, ບໍ່ແມ່ນຮ່າງກົດໝາຍການໃຊ້ຈ່າຍໄລຍະສັ້ນສຳລັບລັດຖະ ບານທັງໝົດ.
ພັກຣີພັບບລີກັນ ເຫັນການເມືອງເປັນສິ່ງຄອບງຳໃນປີການເລືອກຕັ້ງ, ໂດຍອ້າງວ່າ ພັກ ເດໂມແຄຣັດ ເຊື່ອວ່າ ໂອກາດຂອງການທີ່ຈະຊະນະການຄວບຄຸມສະພາສູງຂອງພວກ ເຂົາເຈົ້າຈະເພີ່ມສູງຂຶ້ນ ຖ້າພັກຣີພັບບລີກັນ ຖືກມອງເຫັນວ່າບໍ່ສາມາດທີ່ຈະບັນລຸໜ້າທີ່ ພື້ນຖານໃນການປະຕິບັດກົດໝາຍ.
Your browser doesn’t support HTML5
US Government Faces Partial Shutdown as Lawmakers Fail to Reach Agreement