ສະພາສູງປະຕິເສດ ແຜນການຂະຫຍາຍ ການກວດປະຫວັດ ຜູ້ຊື້ປືນ (ວີດິໂອກ່ຽວຂ້ອງ)

ທ່ານໂອບາມາ ມີຄວາມເຫັນ ຢູ່ທີ່ທໍານຽບຂາວ ຕໍ່ຄອບຄົວຂອງ ຜູ້ເຄາະຮ້າຍ ໃນເຫດການສັງຫານ ໝູ່ນັກຮຽນແລະນາຍຄູ ເມື່ອປີຜ່ານມາ, ວັນທີ 15 ເມສາ 2013.

ສະພາ​ສູງ​ສະຫະລັດ​ໄດ້​ປະຕິ​ເສດ​ແຜນການ​ປານີ​ປານ​ອມກັນ​ຂອງ​ທັງ​ສອງ​ຝ່າຍການ​ເມືອງ ​ເພື່ອ​ຂະຫຍາຍຂອບ​ເຂດການກວດ​ປະຫວັດ​ສໍາລັບ​ພວກ​ຊື້​ປືນ ​ເຖິງ​ແມ່ນການ​ສໍາ​ຫລວດ​ຫາງ​ສຽງ​ຂອງ​ຊາວ​ອາ​ເມຣິກັນ​ສະ​ແດງ​ໃຫ້ວ່າສ່ ວນ​ໃຫຍ່​ແມ່ນສະໜັບ ສະໜຸນ ​ມາດ​ຕະການ​ດັ່ງກ່າວ​ນີ້​ກໍ​ຕາມ.

ສະມາຊິກ​ສະພາ​ສູງຫ້າ​ສິບ​ສີ່​ຄົນ ​ໄດ້​ລົງ​ຄະ​ແນນ​ສຽງຮັບ​ເອົາ​ການ​ດັດ​ແກ້​ຍັດຕິ​ການ​ຄວບ​ຄຸມ​ປືນ ​ແຕ່​ພາຍ​ໃຕ້​ກົດ​ຂອງ​ສະພາ​ສູງ​ແລ້ວ ​ແມ່ນຂາ​ດ​ໄປ 6 ສຽງ ຈຶ່ງ​ຈະ​ໄດ້​ຄົບ 60 ສຽງ​ທີ່ຕ້ອງການ ​ເພື່ອ​ຮັບ​ຜ່ານຍັດຕິ​ດັ່ງກ່າວ.

ມາດ​ຕະການ​ດັ່ງກ່າວ​ ຈະ​ຂະຫຍາຍ​ການກວດ​ປະຫວັດ​ ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ສໍ​າລັ​ບພວກ​ຊື້​ປືນ ອອກ​ໄປ​ໂຮມເອົາ​ພວກ​ຊື້​ຢູ່ງານ​ສະ​ແດງ​ປືນ ​ແລະຊື້​ທາງ Internet ​ແຕ່ບໍ່​ໄດ້​ໂຮມ​ເອົາ​ຜູ້​ທີ່​ຊື້​ປືນ​ຈາກ​ສະມາຊິກ​ຄອບຄົວ​ຂອງ​ຕົນ​.

ປະທານາທິບໍດີ​ບາ​ຣັກ ​ໂອ​ບາ​ມາ ​ກ່າວ​ວ່າມັນ​ເປັນ​ມື້​ທີ່​ໜ້າ​ອັບອາຍ​ມື້​ນຶ່ງ​ສໍາລັບວໍ​ຊິງ​ຕັນ ​ແລະ​ວ່າ ພວກ​ທີ່​ວິ້ງ​ເຕັ້ນ​ຕ້ານ​ມາດ​ຕະການ​ດັ່ງກ່າ​ວ ​ແລະ​ພັນທະ​ມິດ ​ແມ່ນ​ໄດ້ ຫຼອກ ລວງ​ກ່ຽວ​ກັບ​ຍັດຕິ​ນີ້ຢ່າງ​ຕັ້ງ​ໃຈ ​ແລະບັນດາ ສະມາຊິກ​ສະພາສູງ​ ຜູ້​ທີ່​ອອກສຽງບໍ່​ເຫັນ​ນໍານັ້ນ ​ແມ່ນ​ໄດ້​ຖືກນາບ​ຂູ່ ​ແລະຍອມ​ກົ້ມ​ຫົວ​ໃຫ້​ແກ່ການ​ເມືອງ.

ທ່ານ​ໂອ​ບາ​ມາໄດ້​ຜັກ​ດັນ​ໃຫ້​ອອກ​ກົດໝາຍ ​ທີ່​ເຄ່ງ​ຄັດ​ຂຶ້ນກວ່າ​ເກົ່າ ນັບ​ຕັ້ງແຕ່ເຫດການ​ສັງຫານ​ໝູ່ເດັກນ້ອຍ​ແລະ​ນາຍຄູ 26 ຄົນ ໃນເດືອນ​ທັນ​ວາປີຜ່ານມາທີ່​ໂຮງຮຽນປະຖົມ ​ສຶກສາ​ແຫ່ງ​ນຶ່ງ ​ທີ່​ເມືອງ Newtown ລັດ Connecticut.

ຜົນການ​ຢັ່ງ​ສຽງ​ມະຫາຊົນ ພົບ​ວ່າ ມີຫລາຍ​ກ່ວາ 90 ​ເປີ​ເຊັນ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ ທີ່​ສະໜັບສະໜຸນ​ໃຫ້​ກວດ​ປະຫວັດ​ໃນຂອບ​ເຂດ​ກວ້າງຂວາງ​ຂຶ້ນ. ສະມາຄົມ​ປືນຍາວ ແຫ່ງ​ຊາດ ທີ່​ມີ​ອິດ​ທິພົນ ທີ່​ເປັນ​ຕົວ​ແທນ​ພວກ​ເຈົ້າຂອງ​ປືນນັ້ນ ຄັດຄ້ານ​ໃນ​ເລຶ່ອງນີ້ ​ໂດຍ​ເອີ້ນ​ວ່າ​ມັນ​ເປັນ​ການ​ລະ​ເມີດລັດຖະທໍາ​ມະນູນ.

ວີດິໂອກ່ຽວຂ້ອງ: ຫົວໜ້າຕໍາຫລວດສະຫະລັດ ຊຸກຍູ້ໃນມີກົດໝາຍຄວບຄຸມປືນ:

Your browser doesn’t support HTML5

US Police Chief Pushes for Tougher Gun Laws