ສະພາສູງສະຫະລັດ ໄດ້ນຳສະເໜີງົບປະມານໃຊ້ຈ່າຍດ້ານພື້ນຖານໂຄງລ່າງມູນຄ່າ 1 ພັນຕື້ໂດລາ ໂດຍທັງສອງພັກການເມືອງ ເພື່ອປົວແປງຖະໜົນຫົນທາງແລະຂົວທັງຫຼາຍໃນປະເທດທີ່ກຳລັງຊຸດໂຊມ ແລະຂະຫຍາຍການບໍລິການດ້ານອິນເຕີເນັດໃນທົ່ວປະເທດ.
ມັນໄດ້ມີຂຶ້ນໃນກອງປະຊຸມເມື່ອວັນອາທິດວານນີ້ ຊຶ່ງບໍ່ຄ່ອຍມີຢູ່ເລື້ອຍ ແລະບັນດາສະມາຊິກສະພາ ບັດນີ້ຈະມີໂອກາດທີ່ຈະສະເໜີດັດແກ້ຮ່າງກົດໝາຍ 2,700 ໜ້ານີ້.
ຂໍ້ສະເໜີດັ່ງກ່າວໄດ້ເກີດຂຶ້ນມາຈາກການເຈລະຈາກັນລະຫວ່າງບັນດາສະມາຊິກສະພາສູງຈາກພັກເດໂມແຄຣັດແລະພັກຣີພັບບລີກັນ ພ້ອມດ້ວຍທຳນຽບຂາວ ມາເປັນເວລາຫຼາຍອາທິດແລ້ວ ຊຶ່ງມັນລວມມີການໃຊ້ຈ່າຍໃໝ່ ມູນຄ່າ 550 ລ້ານໂດລາ ພ້ອມກັນກັບ 450 ພັນລ້ານໂດລາ ທີ່ໄດ້ຖືກຮັບຮອງອະນຸມັດໃນກອງທຶນງົບປະມານກ່ອນໜ້ານີ້ແລ້ວ.
ລວມຢູ່ໃນຊຸດງົບປະມານນີ້ແມ່ນເງິນ 110 ຕື້ໂດລາສຳລັບຖະໜົນຫົນທາງແລະຂົວທັງຫຼາຍ, 39 ຕື້ໂດລາສຳລັບການຂົນສົ່ງສາທາລະນະ ແລະ 66 ຕື້ໂດລາສຳລັບທາງລົດໄຟ. ຫ້າສິບຫ້າຕື້ໂດລາ ໄດ້ຖືກຈັດສັນສຳລັບພື້ນຖານໂຄງລ່າງນ້ຳປະປາແລະນ້ຳເສຍ ພ້ອມດ້ວຍຫຼາຍຕື້ໂດລາ ສຳລັບສະໜາມບິນ, ທ່າເຮືອ, ລະບົບອິນເຕີເນັດ ບຣອດແບນ ແລະສະຖານີສາກລົດໄຟຟ້າເປັນຕົ້ນ.
ທ່ານ ຊັກ ຊູມເມີ ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ໄດ້ກ່າວຢູ່ທີ່ຫໍປະຊຸມສະພາໃນວັນອາທິດວານນີ້ ວ່າ “ເນື່ອງຈາກຮ່າງກົດໝາຍເປັນຕາມທັງສອງພັກການເມືອງ ແລະວຽກງານທີ່ໄດ້ທຸ້ມເທໃສ່ຫຼາຍຊໍ່າໃດແລ້ວເພື່ອເຮັດໃຫ້ລາຍລະອຽດທັງຫຼາຍມັນຖືກຕ້ອງນັ້ນ ຂ້າພະເຈົ້າເຊື່ອວ່າ ສະພາສູງສາມາດດຳເນີນຂັ້ນຕໍ່ໄປໃນການດັດແກ້ສິ່ງທີ່ກ່ຽວຂ້ອງໄດ້ຢ່າງວ່ອງໄວ ແລະຮັບຜ່ານຮ່າງກົດໝາຍນີ້ໄດ້ໃນບໍ່ເທົ່າໃດວັນ.”
ສ່ວນທ່ານ ຣອບ ພອດແມນ (Rob Portman) ສະມາຊິກສະພາສູງຈາກພັກຣີພັບບລີກັນ ເຊິ່ງເປັນໜຶ່ງໃນຜູ້ເຈລະຈາຂອງຊຸດງົບປະມານໄດ້ກ່າວວ່າ ມັນຈະເປັນ “ສິ່ງທີ່ດີຢ່າງຍິ່ງສໍາລັບປະຊາຊົນຊາວອາເມຣິກັນ.”
ທ່ານພອດແມນ ໄດ້ກ່າວອີກວ່າ “ອັນນີ້ເປັນຮ່າງກົດໝາຍທີ່ສຳຄັນແທ້ໆ ເພາະວ່າມັນຈະນຳເອົາພື້ນຖານໂຄງລ່າງອັນໃຫຍ່ໂຕຂອງພວກເຮົາ ທີ່ເກົ່າແກ່ ແລະລ້າສະໄໝແລ້ວນັ້ນ ເຮັດໃຫ້ມັນທັນສະໄໝ. ນັ້ນເປັນສິ່ງທີ່ດີສຳລັບໝົດທຸກຄົນ.”
ຮ່າງກົດໝາຍນີ້ ເປັນສິ່ງທີ່ບໍ່ຄ່ອຍມີຫຼາຍຢູ່ໃນວໍຊິງຕັນ ຊຶ່ງອາດເປັນຂໍ້ຕົກລົງໂດຍທັງສອງພັກການເມືອງໃນສະພາບການດ້ານການເມືອງແຕກແຍກກັນ ບ່ອນທີ່ພັກຣີພັບບລີກັນ ແລະພັກເດໂມແຄຣັດ ຍັງຄົງຕົກລົງກັນບໍ່ໄດ້ໃນຫຼາຍບັນຫາອື່ນໆອີກຢູ່.