ກຳມະການ ສະພາສູງ ສຫລ ສັ່ງໃຫ້ ເປີດເຜີຍ ລາຍງານ ການສືບສວນ ຂອງ CIA (ວີ​ດີ​ໂອ)

ຫົວໜ້າຄະນະກຳມະການສືບລັດ ສະພາສູງສະຫະລັດ ທ່ານນາງ Dianne Feinstein.

ຄະນະກຳມະການສືບລັບຂອງສະພາສູງສະຫະລັດ ໄດ້
ລົງຄະແນນສຽງເພື່ອເປີດເຜີຍພາກສ່ວນສຳຄັນຂອງ
ລາຍງານທີ່ມີການຄອງຄອຍຖ້າມາເປັນເວລາດົນນານ ຊຶ່ງໄດ້ຕຳໜິຕິຕຽນຢ່າງແຮງຕໍ່ເທັກນິກໃນການສອບ
ປາກຄຳຂອງອົງການສືບລັບ CIA ໃນລະຫວ່າງສົງຄາມ
ຕໍ່ຕ້ານພວກກໍ່ການຮ້າຍນັ້ນ.

ທ່ານນາງ Dianne Feinstein ປະທານຄະນະກຳມະ
ການສືບລັບຂອງສະພາ ສູງ ກ່າວໃນວັນພະຫັດວານນີ້
ວ່າ ການເປີດເຜີຍໃຫ້ຮູ້ ເຖິງຄວາມໂຫດຮ້າຍ ໃນ ການ
ປະຕິບັດກ່ຽວກັບການສອບປາກຄຳໄດ້ມີຂຶ້ນໃນລະຫວ່າງສະໄໝການດຳລົງ ຕຳແໜ່ງ
ຂອງປະທານາທິບໍດີ George W. Bush.

ເນື້ອໄນໃຈຄວາມຂອງເອກກະສານທີ່ຫາກໍມີການເປີດເຜີຍໃໝ່ໆ 480 ໜ້າ ຍັງ ໄດ້ສະ
ຫລຸບວ່າ ອົງການສືບລັບ CIA ໄດ້ຫລອກລວງເຈົ້າໜ້າທີ່ກ່ຽວກັບຄວາມ ຮ້າຍແຮງຂອງ
ເທັກນິກໃນການສອບປາກຄຳແບບເພີ້ມພູນທີ່ຮວມທັງການໃຊ້ນຳ້ໃນການທໍລະມານ ແລະການບໍ່ໃຫ້ຫລັບໃຫ້ນອນນັ້ນ.

ຍິ່ງໄປກວ່ານັ້ນລາຍງານ ທີ່ໄດ້ມີການເກັບຮວບຮວມທັງໝົດໂດຍສະມາຊິກພັກ ເດໂມ
ແຄຣັດນັ້ນ ສະຫລຸບວ່າ ການສອບສວນເຫຼົ່ານັ້ນ ບໍ່ໄດ້ຮັບຜົນໃນການສືບ ລັບທີ່ມີຄຸນ
ຄ່າຈາກບັນດາຜູ້ຕ້ອງສົງໄສເປັນພວກກໍ່ການຮ້າຍ ຫລັງຈາກທີ່ໄດ້ມີ ການໂຈມຕີໃນ
ວັນທີ 11 ກັນຍາ ປີ 2001 ແຕ່ຢ່າງໃດເລີຍ.

ການລົງຄະແນນສຽງ 11 ຕໍ່ 3 ຂອງຄະນະກຳມະການຊຶ່ງໄດ້ຮັບການຄັດຄ້ານ ໂດຍສະ
ມາຊິກ ຂອງພັກຣີພັບບລີກັນ 3 ຄົນ ຢູ່ໃນຄະນະກຳມະການນັ້ນ ມີຂຶ້ນ ໃນຂະນະທີ່ກຳ
ມະການດັ່ງກ່າວຂອງສະພາສູງແລະອົງການສືບລັບ CIA ຍັງສືບ ຕໍ່ມີການຜິດຖຽງກັນ
ຢ່າງແຮງ ທີ່ພົວພັນກັບລາຍງານດັ່ງກ່າວນີ້.

Your browser doesn’t support HTML5

Senate Panel Orders Release of CIA Torture Report