ຮ່າງກົດໝາຍ ​ຂອງ​ສະ​ພາ​ສູງ ແມ່ນ​ແນ​ໃສ່ ເພື່ອ​ໃຫ້ປ່ອຍໂຕ ນັກການເມືອງຝ່າຍຄ້ານ ຂອງກຳປູເຈຍ

​ສະ​ມາ​ຊິກສະ​ພາ​ສູງລິນ​ເຊ ແກ​ຣມ ສັງກັດພັກຣີພັບບລີກັນ ກ່າວຕໍ່ບັນດາສະມາຊິກຂອງສື່ມວນຊົນ ຢູ່ດ້ານນອກ ດ້ານຕາເວັນຕົກຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ຫຼັງຈາກໄດ້ພົບປະກັບ ປະທານາທິບໍດີ ດໍໂນລ ທຣຳ, ວັນທີ 30 ທັນວາ 2018.

ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ 3 ທ່ານ ໄດ້​ນຳ​ສະ​ເໜີ​ຮ່າງ​ກົດ​ໝາຍ ທີ່​ໄດ້​ຮັບ​ການ​ສະ​
ໜັບ​ສະ​ໜຸນຈາກ​ທັງ​ສອງ​ພັກ​ການ​ເມືອງ ທີ່​ພວກ​ທ່ານ​ກ່າວ​ວ່າ ແນ​ໃສ່ເພື່ອ​ຟື້ນ​ຟູ​ປະ​ຊາ
​ທິ​ປະ​ໄຕ​ໃນ​ກຳ​ປູ​ເຈຍ ທ່າມ​ກາງ​ສະ​ພາບ​ການ​ເຄົາ​ລົບ​ນັບ​ຖື​ສິດ ​ທິ​ມະ​ນຸດ​ທີ່​ພວມ​ຊຸດ​ໂຊມ
​ລົງ ແລະ​ການ​ມີ​ອິດ​ທິ​ພົນ​ຂອງ​ຈີນ​ເພີ້ມ​ຂຶ້ນ.

ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ “ຄວາມ​ຮັບ​ຜິດ​ຊອບ​ ແລະ​ການ​ກັບ​ຄືນ​ໃນ​ການ​ລົງ​ທຶນຢູ່
ກຳ​ປູ​ເຈຍ”
ສະ​ບັບ​ປີ 2019 ທີ່​ເອີ້ນ​ຫຍໍ້​ ເປັນ​ພາ​ສາ​ອັງ​ກິດ​ວ່າ CARI ນັ້ນໄດ້​ຖືກ​ນຳ​ສະ
​ເໜີເມື່ອ​ຕົ້ນ​ເດືອນນີ້ໂດຍ​ສະ​ມາ​ຊິກສະ​ພາ​ສູງລິນ​ເຊ ແກ​ຣມ (Lindsey Graham) ທີ່
​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ​ເຊົ້າ​ແຄ​ໂຣ​ໄລ​ນາ ສະ​ມາ​ຊິກ​ສະ​ພາ​ສູງ ດິກ ເດີ​ບິນ
(Dick Durbin) ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ອິ​ລ​ລີ​ນອຍ ແລະ​ສະ​ມາ​ຊິກ​ສະ​ພາ​
ສູງມາ​ໂກ ຣູ​ບີ​ໂອ (Marco Rubio) ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນຈາກ​ລັດ​ຟ​ລໍ​ຣິ​ດາ ທີ່​ກ່າວ
ວ່າ ພວກທ່ານ​ຢາກໃຫ້​ມີການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ປາ​ຣີ ​ໂດຍ​ເຕັມ ທີ່​
ກຳ​ປູ​ເຈຍ​ໄດ້​ລົງ​ນາມ​ກັບ​ນາໆ​ຊາດ ເມື່ອ​ປີ 1991.

ທ່ານເຂັມ ໂສກາ ອະດີດປະທານ ຄະນະກຳມາທິການ ດ້ານສິດທິມະນຸດ ສະພາແຫ່ງຊາດຂອງກຳປູເຈຍ, ກາງ, ທັກທາຍຕໍ່ສື່ມວນຊົນ ຂະນະທີ່ທ່ານອອກມາຈາກ ສານນະຄອນພະນົມເປັນ ໃນກຳປູເຈຍ ເມື່ອວັນອັງຄານ ທີ 15 ທັນວາ1998.

ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ຈະ​ທຳ​ລົງ​ການ​ລົງ​ໂທດ​ທາງ​ດ້ານ​ການ​ເງິນ​ຢ່າງ​ໜັກ ​ຕໍ່ກຳ​ປູ​ເຈຍ
ຖ້າປະ​ເທດ​ດັ່ງ​ກ່າວບໍ່​ທຳ​ການ​ປະ​ຕິ​ຮູບ​ທີ່​ສະ​ເພາະ​ເຈາະ​ຈົງ​ຈຳ​ນວນ​ນຶ່ງ. ການ​ລົງ​ໂທດ
​ເຫຼົ່າ​ນີ້​ແມ່ນ​ຈະ​ຮວມ​ທັງ​ການ​ຄັດ​ຄ້ານ​ຂອງ​ສະ​ຫະ​ລັດ​ຕໍ່​ການ​ໃຫ້​ເງິນກູ້​ຢືມ ​ແກ່​ກຳ​ປູ​ເຈຍ
ໂດຍ​ສະ​ຖາ​ບັນ​ການ​ເງິນ​ລະ​ຫວ່າງ​ປະ​ເທດ ເຊັ່ນ​ທະ​ນາ​ຄານໂລກ ຫຼື​ອົງ​ການກອງ​ທຶນ ​
ສຳ​ຮອງ IMF ແລະ​ຈຳ​ກັດ​ການ​ອອກວີ​ຊາ​ຕໍ່​ພວກ​ເຈົ້າໜ້າ​ທີ່​ກຳ​ປູ​ເຈຍ ທີ່​ໄດ້​ລະ​ເມີດ​ສິດ
​ທິ​ມະ​ນຸດ. ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ​ບາງ​ຄົນ​ອາດ​ຈະຖືກ​ກັກ​ຊັບ​ສິນ​ຢູ່​ໃນ​ສະ​ຫະ​ລັດ.

ທ່ານ​ແກ​ຣມ ຊຶ່ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ສູງ​ສະ​ຫະລັດ
ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ​ຂະ​ແມ​ວ່າ ນອກນັ້ນ​ ທ່ານ​ຍັງ “ມີ​ຄວາມ​ວິ​ຕົກ​ກັງ​ວົນ​
ຢ່າງ​ແຮງ”
ກ່ຽວ​ກັບ​ອິດ​ທິ​ພົນ​ຈີນ​ທີ່​ມີ​ເພີ້ມ​ຂຶ້ນ​ໃນ​ກຳ​ປູ​ເຈຍ ແລະ​ຮຽກ
ຮ້ອງ​ໃຫ້​ລັດ​ຖະ​ບານ​ກຳ​ປູ​ເຈຍ​ຢຸດ​ເຊົາການ​ປະ​ຫັດ​ປະ​ຫານ​ຕໍ່​ພວກ​ນັກ​ການ​ເມືອງ
ຝ່າຍ​ຄ້ານ.

ທ່ານ ອວນ ຈີນ (Uon Chhin), ກາງ, ແລະທ່ານ ຢຽງ ໂສເຈຍເມັດ (Yeang Socheamet), ຂວາ ທັງສອງເປັນອະດີດນັກຂ່າວຂອງເອເຊຍເສລີ ຫຼື RFA, ຖືກຄວບຄຸມໃຫ້ຢູ່ນຳກັນ ຂະນະທີ່ພວກເຂົາເຈົ້າ ຍ່າງອອກໄປຈາກຄຸກ ຂອງເມືອງ ເປຣຊາ ຕັ້ງຢູ່ນອກຊານເມືອງຂອງນະຄອນພະນົມເປັນ, ວັນທີ 21 ສິງຫາ 2018.

​ທ່ານ​ແກ​ຣມ​ ກ່າວ​ວ່າ “ມັນ​ເປັນ​ເລື້ອງ​ສຳ​ຄັນ​ຫຼາຍ ​ທີ່​ຈະຢຸດ​ເຊົາ​ການ​ກະ​ທຳ​ດັ່ງ​ກ່າວ.”

ຮ່າງ​ກົດ​ໝາຍ CARI ບັງ​ຄັບ​ໃຫ້​ກຳ​ປູ​ເຈຍ “ປົກ​ປ້ອງ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ຈາກການ
​ແຊກ​ແຊງ” ​
ຂອງ​ຈີນ ພ້ອມ​ທັງ​ທວງ​ໃຫ້​ປ່ອຍ ແລະ​ຍົກ​ເລີກ​ຂໍ້​ກ່າວ​ຫາ​ທັງໝົດ​ຕໍ່​ ພວກ
​ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ປະ​ເທດ. ຮ່າງ​ກົດ​ໝາຍ​ ຊຶ່ງ​ພະ​ແນກພາ​ສາຂະ​ແມ​ຂອງວີ​ໂອ​ເອ
​ໄດ້​ຮັບ​ນັ້ນ ແມ່ນ​ຮຽກ​ຮ້ອງ​ເປັນ​ການ​ສະ​ເພາະ​ເຈາະ​ຈົງ ໃຫ້ປ່ອຍ​ນັກ​ການ​ເມືອງ​ຝ່າຍ​ຄ້ານ
ທ່ານ​ເຂັມ ໂສ​ຄາ “ຈາກ​ການ​ກັກ​ບໍ​ລິ​ເວນ​ໃນ​ທັນທີ ແລະ​ບໍ່​ມີ​ເງື່ອນ​ໄຂ​ໃດໆ​ທັງ​ສິ້ນ ແລະ
​ຍົກ​ເລີກ​ຂໍ້​ຫາ ທີ່​ມີ​ຈຸດ​ປະ​ສົງ​ທາງ​ດ້ານ​ການ​ເມືອງທັງ​ໝົດ ຕໍ່​ທ່ານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ