ປ. ໂອບາມາ ລົງນາມ ໃນຮ່າງກົດໝາຍ ຍຸຕິການເກັບກຳຂໍ້ມູນ ສະຫະລັດ

Your browser doesn’t support HTML5

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ລົງນາມ
ໃນຮ່າງກົດໝາຍ ທີ່ເຮັດໃຫ້ ການເກັບກຳຂໍ້ມູນການສົນທະນາ
ທາງໂທລະສັບຂອງລັດຖະບານສະຫະລັດ ເພື່ອປ້ອງກັນ ການໂຈມຕີຂອງພວກກໍ່ການຮ້າຍນັ້ນ ສິ້ນສຸດລົງ.

ທ່ານ ໂອບາມາ ໄດ້ກ່າວວ່າ ກົດໝາຍໃໝ່ນີ້ຈະປົກປ້ອງຄຸ້ມຄອງ
ທັງສິດທິພົນລະເຮືອນ ແລະ ຄວາມປອດໄພແຫ່ງຊາດ.

ໃນຕອນເຊົ້າວັນອັງຄານວານນີ້ ສະພາສູງໄດ້ຮັບຜ່ານຮ່າງກົດ
ໝາຍດັ່ງກ່າວ ດ້ວຍຄະແນນ 67-32 ສຽງ. ກ່ອນໜ້ານີ້ ທາງ
ສະພາຕ່ຳກໍໄດ້ຮັບຜ່ານຮ່າງກົດໝາຍນີ້ແລ້ວ.

ພາຍໃຕ້ກົດໝາຍໃໝ່ນີ້ ບັນດາບໍລິສັດໂທລະສັບຂອງສະຫະລັດ ແລະບໍ່ແມ່ນຫ້ອງການຮັກ ສາຄວາມປອດໄພແຫ່ງຊາດ ຈະເປັນຜູ້ເກັບກຳແລະຮັກສາຂໍ້ມູນການສົນທະນາທາງໂທລະ
ສັບຂອງຊາວອະເມຣິກັນ. ຄະນະສືບສວນຂອງລັດຖະບານກາງສະຫະລັດຈະຕ້ອງໄດ້ຮັບ
ຄຳສັ່ງຈາກສານ ຈຶ່ງຈະກວດສອບເບິ່ງບັນທຶກຂໍ້ມູນເຫລົ່ານັ້ນໄດ້ ຖ້າເຂົາເຈົ້າສົງໄສວ່າຜູ້ໃດ ຜູ້ນຶ່ງຫາກຕິດຕໍ່ກັບພວກກໍ່ການຮ້າຍ ທີ່ເຈົ້າໜ້າທີ່ຮູ້ຈັກຢູ່ແລ້ວ.

ລັດຖະບານເລີ້ມເກັບກຳຂໍ້ມູນບັນທຶກຂອງນ້ຳເບີໂທລະສັບຕ່າງໆ ແຕ່ບໍ່ແມ່ນເນື້ອໄນ​ຂອງ
ການສົນທະນາ ນັບຕັ້ງແຕ່ວັນທີ 11 ກັນຍາ ປີ 2001 ເປັນຕົ້ນມາ ຫຼັງຈາກການໂຈມຕີ
ຂອງພວກກໍ່ການຮ້າຍໃສ່ນະຄອນ New York ​ແລະ​ນະຄອນຫຼວງ Washington.

ບັນດານັກວິຈານ ໄດ້ກ່າວວ່າ ໂຄງການດັ່ງກ່າວແມ່ນເປັນການລ່ວງລະເມີດຂອງລັດຖະ​ບານ
ຕໍ່ສິດເສລີພາບຂອງສ່ວນບຸກຄົນ ຍ້ອນວ່າ ມີຊາວອາເມຣິກັນຈຳນວນຫຼາຍລ້ານຄົນ ທີ່ໂທລະ
ສັບໄດ້ຖືກກວດສອບ ແຕ່ບໍ່ໄດ້ມີການພົວພັນກັບພວກກໍ່ການຮ້າຍເລີຍ.

ກົດໝາຍທີ່ອະນຸມັດໃຫ້ລັດຖະບານສາມາດສອດແນມເບິ່ງການໂທລະສັບທີ່ວ່ານີ້ໝົດອາຍຸລົງ
ໃນສັບປະດານີ້. ກົດໝາຍໃໝ່ນີ້ ແມ່ນເປັນການຜ່ອນສັ້ນຜ່ອນຍາວ ເຖິງແມ່ນວ່າ ຄະນະສະ
ມາຊິກສະພາຈາກທັງສອງພັກ ກ່າວວ່າ ລະບົບໃໝ່ນີ້ຈະມີການຄ້ຳປະກັນນ້ອຍລົງ ແລະເອົາ
ເຄື່ອງມືທີ່ສຳຄັນໃນການຕໍ່ສູ້ຕ້ານພວກກໍ່ການຮ້າຍ ໄປຈາກໜ້າທີ່ຂອງລັດຖະບານກາງ ກໍຕາມ.

ເລິ່ງວີດີໂອຈາກນັກຂ່າວ VOA: Zlatica Hoke:

Your browser doesn’t support HTML5

US Senate Ends Government Collection of Phone Records