ສະພາສູງສະຫະລັດ ໄດ້ໃຫ້ການອະນຸມັດຮ່າງກົດໝາຍວ່າດ້ວຍການກໍ່ຄວາມຮຸນແຮງດ້ວຍປືນ ທີ່ເຫັນພ້ອມນຳກັນໂດຍສອງພັກ ໄດ້ຢ່າງງ່າຍດາຍໃນວັນພະຫັດວານນີ້ ທີ່ເບິ່ງຄືວ່າບໍ່ອາດຄິດໄດ້ເມື່ອນຶ່ງເດືອນກ່ອນ, ຊຶ່ງເປັນການກຽມພ້ອມໃຫ້ມີການອະນຸມັດຂັ້ນສຸດທ້າຍ ກ່ຽວກັບອັນທີ່ຈະເປັນການຕອບໂຕ້ ທີ່ເຮັດໄດ້ຫຼາຍທີ່ສຸດຂອງລັດຖະສະພາ ໃນຮອບຫຼາຍທົດສະວັດ ຕໍ່ການຍິງສັງຫານໝູ່ ທີ່ໂຫດ ຮ້າຍໃນທົ່ວປະເທດ. (AP)
ຫຼັງຈາກການດຳເນີນຄວາມພະຍາຍາມຂອງພັກເດໂມແຄຣັດທີ່ບໍ່ໄດ້ຜົນ ມາເປັນເວລາຫຼາຍປີ ເພື່ອສະກັດກັ້ນອາວຸດປືນ, ສະມາຊິກຈາກພັກຣີພັບບລີກັນ 15 ທ່ານໄດ້ເຫັນດີນຳເຂົາເຈົ້າ ໃນຂະນະທີ່ທັງສອງຝ່າຍ ໄດ້ຕັດສິນໃຈວ່າ ບໍ່ສາ ມາດທົນຕໍ່ການນິ້ງເສີຍອີກຕໍ່ໄປໄດ້ແລ້ວຫຼັງຈາກເກີດການຍິງສັງຫານໃນເດືອນ ແລ້ວນີ້ ຢູ່ໃນເມືອງບັບຟາໂລ, ລັດນິວຢອກ ແລະເມືອງຢູວາລເດ, ລັດເທັກຊັສ. ມັນໃຊ້ເວລາຫຼາຍອາທິດໃນການເຈລະຈາແບບປິດລັບ ແຕ່ບັນດາສະມາຊິກສະ ພາສູງໄດ້ອອກມາ ດ້ວຍການຜ່ອນສັ້ນຜ່ອນຍາວ ທີ່ປະກອບດ້ວຍການເຄື່ອນ ໄຫວທີ່ເພີ່ມຂຶ້ນ ແຕ່ມີຜົນກະທົບຫລາຍ ເພື່ອສະກັດກັ້ນການນອງເລືອດທີ່ເກີດຂຶ້ນແບບເຮັດໃຫ້ຄົນຕົກໃຈຢູ່ເລື້ອຍໆ _ ແຕ່ບໍ່ເປັນເລື້ອງແປກໃຈ ຂອງຄົນໃນຊາດອີກຕໍ່ໄປແລ້ວ.
ມາດຕະການໃນຮ່າງກົດໝາຍທີ່ມີມູນຄ່າ 13 ຕື້ໂດລາ ຈະເຮັດໃຫ້ກວດກາປະ ຫວັດຄວາມເປັນມາ ຂອງຜູ້ຊື້ປືນໜຸ່ມທີ່ສຸດ ເຂັ້ມງວດຂຶ້ນ, ຮັກສາອາວຸດປືນ ຫຼາຍຂຶ້ນບໍ່ໃຫ້ຜູ້ກະທໍາທາລຸນໃນຄອບຄົວມີມັນໄດ້ ແລະຊ່ວຍລັດຕ່າງໆອອກກົດ ໝາຍທີ່ເປັນສັນຍານເຕືອນ ຫລືທຸງສີແດງ ທີ່ເຮັດໃຫ້ມັນງ່າຍຂຶ້ນສໍາລັບເຈົ້າໜ້າທີ່ ທີ່ຈະເອົາອາວຸດຈາກປະຊາຊົນທີ່ຖືກຕັດສິນວ່າເປັນອັນຕະລາຍ. ມັນຍັງຈະໃຫ້ທຶນແກ່ໂຄງການທ້ອງຖິ່ນ ສໍາລັບຄວາມປອດໄພຂອງໂຮງຮຽນ, ສຸຂະພາບຈິດ ແລະການປ້ອງກັນການກໍ່ຄວາມຮຸນແຮງ.
“ຄອບຄົວໃນເມືອງຢູວາລເດ ແລະບັບຟາໂລ, ແລະການຍິງທີ່ເປັນໂສກນາດຕະກຳຫຼາຍຄັ້ງໃນເມື່ອກ່ອນ ໄດ້ຮຽກຮ້ອງໃຫ້ມີການປະຕິບັດການ. ແລະຄືນນີ້, ພວກເຮົາໄດ້ລົງມືປະຕິບັດມັນ,” ນັ້ນຄືຄຳເວົ້າ ຂອງປະທານາທິບໍດີໂຈ ໄບເດັນ ກ່າວຫຼັງຈາກການຮັບຮອງເອົາຮ່າງກົດໝາຍດັ່ງກ່າວແລ້ວ. ທ່ານກ່າວອີກວ່າ ສະພາຕ່ຳຄວນສົ່ງມັນໄປໃຫ້ທ່ານໂດຍໄວ, ໂດຍກ່າວຕື່ມວ່າ, "ເດັກນ້ອຍໃນ ໂຮງຮຽນແລະຊຸມຊົນ ຈະປອດໄພຫລາຍຂຶ້ນ ຍ້ອນກົດໝາຍນີ້."
ທ່ານ John Deloca, ເຈົ້າຂອງສະໜາມຝຶກຍິງປືນ Seneca Sporting Range, ໄດ້ເອົາປືນສັ້ນແບບເຄິ່ງອັດຕະໂນມັດ 9 ມມ ໃສ່ໃນຖົງສົ້ງ ຂະນະທີ່ທ່ານກຽມຈະໄປສາທິດການຍິງປືນຢູ່ສະໜາມຍິງປືນຂອງທ່ານ, ວັນທີ 23 ມິຖຸນາ, 2022, ໃນລັດນິງຢອກ.
ຊຸດຮ່າງກົດໝາຍທີ່ເຮັດຂຶ້ນໃນປີທີ່ມີການເລືອກຕັ້ງ ໄດ້ບັນລຸໜ້ອຍກວ່າ ສຳລັບຂໍ້ຈຳກັດດ້ານປືນທີ່ເຂັ້ມງວດກວ່າ ທີ່ພັກເດໂມແຄຣັດໄດ້ສະແຫວງຢາກໃຫ້ມີນັ້ນ ແລະພັກຣີພັບບລີກັນໄດ້ຂັດຂວາງມາເປັນເວລາຫຼາຍປີ, ລວມທັງການຫ້າມອາວຸດປະເພດໃຊ້ໂຈມຕີ ແລະຟັກລູກປືນທີ່ມີຄວາມສາມາດບັນຈຸລູກປືນສູງ ທີ່ໃຊ້ໃນການສັງຫານໝູ່ຢູ່ໃນເມືອງບັບຟາໂລ ແລະ ຢູວາລເດ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວ ໄດ້ເຮັດໃຫ້ຜູ້ນຳຂອງທັງສອງຝ່າຍປະກາດໄຊຊະນະ ແລະ ສະແດງໃຫ້ຜູ້ມີສິດເລືອກຕັ້ງເຫັນວ່າ ເຖິງວິທີປະນີປະນອມກັນ ແລະ ເຮັດໃຫ້ລັດຖະບານ ປະຕິບັດວຽກງານໄດ້, ຂະນະທີ່ຍັງມີຊ່ອງຫວ່າງໃຫ້ແຕ່ລະຝ່າຍ ເປັນທີ່ພໍໃຈຂອງບັນດາຜູ້ສະໜັບສະໜູນຫຼັກຂອງຕົນ.
"ນີ້ບໍ່ແມ່ນການແກ້ໄຂທີ່ດີທັງໝົດສຳລັບທຸກວິ ທີທາງທີ່ການກໍ່ຄວາມຮຸນແຮງດ້ວຍປືນໄດ້ສົ່ງຜົນກະທົບຕໍ່ປະເທດຊາດຂອງພວກເຮົາ," ນັ້ນຄືຄຳເວົ້າຂອງທ່ານຈຊັກ ຊຸມເມີ, ຜູ້ນຳສຽງສ່ວນຫຼາຍຂອງສະພາສູງຊຶ່ງສັງກັດພັກເດໂມແຄຣັດຈາກລັດນິວຢອກ ຜູ້ທີ່ ຢູ່ໃນພັກທີ່ໄດ້ວາງເປົ້າໝາຍການຈຳກັດປືນໄວ້ເປັນເວລາຫຼາຍທົດສະວັດແລ້ວ. ທ່ານກ່າວອີກວ່າ ``ແຕ່ວ່າມັນເປັນບາດກ້າວທີ່ ໄປຕາມທິດທາງທີ່ຖືກຕ້ອງທີ່ຄວນເຮັດມາແຕ່ດົນແລ້ວ.``