ສະພາສູງ ອະນຸມັດ ການແຕ່ງຕັ້ງ ທ່ານ Baucus ເປັນທູດ ສຫລ ປະຈໍາຈີນ (ວີດີໂອ)

ສະມາຊິກສະພາສູງ Max Baucus ທີ່ໄດ້ຮັບການອະນຸມັດ ຈາກ ສະພາສູງ ໃຫ້ເປັນເອກອັກຄະລັດຖະທູດ ສະຫະລັດ ຄົນໃໝ່ ປະຈໍາກຸງປັກກິ່ງ.

ສະພາ​ສູງສະຫະລັດ ໄດ້​ເຫັນ​ພ້ອມ ​ຢ່າງ​ເປັນ​ເອກ​ກະສັນ ​ຕໍ່ການ​
ສະ​ເໜີຂອງປະທານາທິບໍດີ Barack Obama ​ໃຫ້ສະມາຊິກ​ສະ
ພາ​ສູງ Max Baucus ​ເປັນ​ເອກ​ອັກຄະ​ລັດຖະທູດ ຄົນ​ຕໍ່​ໄປຂອງ
ສະຫະລັດ ​ປະ​ຈໍາປະ​ເທດ​ຈີນ.

ທ່ານ Baucus ສະມາຊິກ​ພັກ​ເດ​ໂ​ມ​ແຄຣັດທີ່ນິຍົມແນວທາງປານ
ກາງ ຈະໄປຮັບ​ໜ້າ​ທີ່ ແທນທ່ານ Gary Locke ຜູ້​ທີ່​ໄດ້ລາ​ອອກ​
ຈາກ​ໜ້າ​ທີ່ ໃນການເປັນເອກອັກຄະລັດຖະທູດ ​ປະ​ຈໍາກຸງ​ປັກ​ກິ່ງ ​
ເພື່ອກັບຄືນ​ມາຢູ່ກັບຄອບຄົວທີ່​ລັດ Washington ທາງພາກຕາ
ເວັນຕົກສຽງເໜືອຂອງສະຫະລັດ.

ທ່ານ Baucus ອາຍຸ 72 ປີ ຊຶ່ງ​ເປັນ​ປະທານ​ຄະນະ​ກໍາມະການທີ່ພວມຈະພົ້ນຈາກຕຳແໜ່ງ
ດ້ານ​ການ​ເງິນ ​ທີ່ມີອິດທິພົນຂອງ​ສະພາ​ສູງ ທີ່​ດູ​ແລ​ເລື່ອງການ​ຄ້າ​ແລະ​ນະ​ໂຍບາຍ​ການ​ເກັບ​ພາສີນຳນັ້ນ​. ທ່ານ​ໄດ້​ປະກາດແຜນ​ແລ້ວວ່າ ຈະ​ບໍ່​ລົງ ສະມັກ​ເລືອກ​ຕັ້ງ​ອີກ ​ໃນ​ປີ 2015 ໃນ
ເວລາທ່ານ Obama ​ໄດ້​ສະ​ເໜີ​ໃຫ້​ທ່ານໄປຮັບ​ໜ້າ​ທີ່ທາງການ​ທູດ​ທີ່ມີຄວາມ​ສໍາ​ຄັນສູງເປັນ
ພິເສດ​ໃນ​ເດືອນ​ທັນວາທີ່​ຜ່ານ​ມານີ້.

​ໃນ​ນາມ​ຫົວໜ້າ​ຄະນະ​ກໍາມະການດ້ານການ​ເງິນຂອງສະພາສູງ ທ່ານ Baucus ​ແມ່ນເປັນ
ສະຖາປະນິກຄົນ​ສໍາຄັນໃນ​ກົດໝາຍຮັກສາສຸຂະພາບທີ່ເປັນລາຍເຊັນຂອງປະທານາທິບໍດີ
ທີ່​ຮູ້​ກັນໃນນາມ Obamacare ນັ້ນ. ທ່ານຍັງ​ເປັນນຶ່ງໃນ ​ບັນດາຜູ້ຈົງ​ຮັກ​ພັກດີຈຸທຳອິດຂອງ​ປະທານາທິບໍດີ Obama ທີ່​ໄດ້​ເຕືອນ​ໃນເວ ລາຕໍ່ມາກ່ຽວກັບການຈັດຕັ້ງປະຕິບັດ​ກົດໝາຍ
ດັ່ງກ່າວນັ້ນວ່າ ອາດເຕັມໄປດ້ວຍບັນຫາທີ່​ທ້າທາຍຕ່າງໆ​ຕໍ່ລັດ​ຖະບານ.​

Your browser doesn’t support HTML5

US Amb. China