ສຫລ ຫາທາງ ຕົກລົງກັບ ຣັດເຊຍ ກ່ຽວກັບ ເລື່ອງ ລັດຖະບານ ຊີເຣຍ

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, ຊ້າຍ, ແລະ ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຈະພົບປະກັນໃນນະຄອນ ນິວຢອກ ໃນການປະຊຸມນັດພິເສດ ນອກກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ. 28 ກັນຍາ, 2015.

ຄວາມ​ເຄັ່ງ​ຕຶງ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້​ງ​ໃນ ຊີ​ເຣຍ ຄາດ​ວ່າ​ຈະ​ມີ​ສູງໃນ​ວາລະ​ຂອງ​ກອງ​ປະ​ຊຸມ​ວັນ​ຈັນ​ມື້​ນີ້ ​ເມື່ອ​ປະທາ​ນາ​ທິບໍດີ ສະຫະລັດ ທ່ານ ບາ​ຣັກ ​ໂອ​ບາ​ມາ ​ແລະ ຜູ້ນຳ​ປະ​ເທດ ຣັດ​ເຊຍ ທ່ານ Vladimir Putin ຈັດການ​ເຈລະຈາ​ເຊິ່ງໜ້າ​ກັນ​ເປັນ​ຄັ້ງ​ທຳ​ອິດໃນ​ປະມານ​ໜຶ່ງ​ປີ.

ຜູ້​ນຳ​ທັງ​ສອງ​ທ່ານ ຈະ​ພົບ​ປະກັນ​ໃນ​ນະຄອນ ນິວຢອກ ​ເປັນນັດ​ພິ​ເສດ​ນອກ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະຫະ​ປະຊາ​ຊາດ.

ຮອງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ຣັດ​ເຊຍ ທ່ານ Mikhail Bogodanov ກໍ​ຍັງ​ໄດ້​ປະ​ກາດ​ໃນ​ວັນ​ຈັນ​ມື້​ນີ້ ວ່າ​ເປັນໄປ​ໄດ້ວ່າ ຈະ​ມີ​ການ​ເຈ​ລະ​ຈາ​ທີ່​ກວ້າງ​ອອກ​ຕື່ມ​ໃນ​ເດືອນ​ໜ້າ​ນີ້ ພ້ອມ​ກັບ​ບັນດາ​ປະ​ເທດ​ທີ່​ມີ​ອິດ​ທິພົນ​ກ່ຽວ​ກັບ​ສະຖານະ​ການ​ໃນ ຊີ​ເຣຍ ລວມມີ ສະຫະລັດ, ຣັດ​ເຊຍ, ​ອີ​ຣ່ານ, ຊາ​ອຸ​ດິອາ​ເຣ​ເບ​ຍ, ​ເທີ​ກີ ​ແລະ ​ອີ​ຈິບ.

ກ່ອນ​ການ​ປະຊຸມ​ໃນ​ວັນ​ຈັນ​ມື້​ນີ້, ທ່ານ ປູ​ຕິນ ໄດ້​ກ່າວ​ກ່ຽວ​ກັບການ​ຂະຫຍາຍ​ບົດບາດ​ຂອງ ຣັດເຊຍ ​ໃນ ຊີ​ເຣຍ ເປັນ​ເທື່ອ​ທີສອງ​ໃນ​ໜຶ່ງສັບ​ປະດາ. ​ໃນ​ການໃຫ້ສຳ​ພາດທີ່ອອກ​ອາກາດ​ໃນ​ນະຄອນຫຼວງ ມອສ​ໂກ ​ໃນວັນ​ອາ​ທິດ​ວານ​ນີ້, ທ່ານ ປູຕິນ ​ໄດ້​ກ່າວຕໍ່​ລາຍ​ການ 60 ນາ​ທີ​ຂອງເຄືອ​ຂ່າ​ຍຂ່າວ CBS ວ່າ ຣັດ​ເຊຍ ຕັ້ງ​ໃ​ຈທີ່​ຈະ​ສະໜັບສະໜຸນ​ ພັນທະ​ມິດ​ທີ່ຍາວ​ນານ​ຂອງພວກ​ເຂົາ​ເຈົ້າ, ປະທານາທິບໍດີ ​ຊີ​ເຣຍ ທີ່​ຖືກໂ​ຈມຕີ ທ່ານ Bashar al-Assad. ​ແຕ່​ທ່ານ​ໄດ້​ກ່າວ​ວ່າ ຣັດ​ເຊຍ​ ຈະ​ບໍ່​ເຂົ້າ​ຮ່ວມໃນການ​ປະຕິບັດງານ ພາກພື້ນ​ດິນ​ໃດໆ​ ຕໍ່​ພວກ​ຫົວ​ຮຸ​ນ​ແຮງ ລັດອິສລາມ​ ໃນ​ຊີ​ເຣຍ ​ເວລາ​ນີ້.

​ໃນ​ຕອນ​ເຊົ້າ​ຂອງ​ວັນອາທິດ​ວານ​ນີ້, ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​ພົບ​ປະ​ກັບ ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຂອງ ຣັດ​ເຊຍ ທ່ານ Sergei Lavrov ​ໃນ​ສິ່ງ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ ​ເປັນ​ການສະ​ເໜີ​ທີ່​ຈະ​ວາງ​ຮາກ​ຖານ​ສຳລັບ​ການ​ເຈ​ລະ​ຈາ​ຂອງ​ທ່ານ​ປະທານາທິບໍດີ​ກັບທ່ານ ປູ​ຕິນ.

ທ່ານ Kerry ​ໄດ້​ກ່າ​ວວ່າ “ສິ່ງ​ທີ່​ສຳຄັນ​ກໍ​ແມ່ນ​ວ່າ ຄວາມ​ພະຍາຍາມ​ທຸກໆ​ຢ່າງ​ແມ່ນ​ຕ້ອງ​ໄດ້​ປະສານ​ງານ​ກັນ,” ​ໃນ​ຂະນະ​ທີ່​ທ່ານ​ເດີນທາງ​ເຂົ້າ​ໃນ​ການ​ເຈ​ລະ​ຈາ​ກັບ​ທ່ານ Lavrov.

ຕໍ່​ມາ, ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ກະຊວງ​ການ​ຕ່າງປະ​ເທດໄດ້​ອະທິບາຍ​ວ່າການ​ເຈລະຈາ​ຂອງ​ພວກ​ທ່ານ​ແມ່ນ “ການ​ແລກປ່ຽນວິໄສ​ທັດ​ທີ່​ຮອບ​ຄອບ ທັງ​ໃນ​ດ້ານ​ການ​ທະຫານ ​ແລະ ຄວາມ​ໝາຍທາງ​ດ້ານ​ການ​ເມືອງ​ ໃນການ​ຂະຫຍາຍ​ຂໍ້ຜູກ​ມັດ​ກັບ ຊີ​ເຣຍ ຂອງ ຣັດ​ເຊຍ.”

Your browser doesn’t support HTML5

UN US Russia Syria