ສະພາ ຄວາມໝັ້ນຄົງ ສປຊ ຈະຫາລື ກ່ຽວກັບ ວິກິດການ ໃນ ເວເນຊູເອລາ

ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ຖະແຫລງຕໍ່ກອງປະຊຸມ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ສະຫະລັດ​ແລະ​ອີຕາ​ລີ ​ໄດ້ຈັດກອງ ປະຊຸມ
ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດທີ່ບໍ່ເປັນທາງການ ກ່ຽວ​ກັບ​ Ve-nezuela ທີ່​ແນ
ໃສ່​ເພື່ອ​ປ້ອງ​ກັນບໍ່ໃຫ້​ວິ​ກິດ​ການ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ ກາຍເປັນໄພ​ຂົ່ມຂູ່ໃນດ້ານ​
ຄວາມ​ໝັ້ນຄົງ.

​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳສະຫະປະຊາຊາດ ທ່ານ​ນາງ Nikki Haley ຈະ​
ເປັນ​ປະທານ​ ກອງ​ປະຊຸມທີ່ບໍ່ເປັນທາງການດັ່ງກ່າວໃນ​ວັນ​ຈັນ​ຈະມາ​ນີ້ ທີ່​ຈະ​ຮວມການ
ຖະ​ແຫລ​ງຂອງຫົວໜ້າ​ສິດ​ທິມະນຸດສະຫະປະຊາ​ດ ທ່ານ Zeid Ra’ad al Hussein ​
ແລະ​ເລຂາ​ທິການ​ໃຫຍ່​ອົງການ​ປະ​ເທດ​ໃນທະວີບ​ອາ​ເມຣິກາ ທ່ານ Luis Almagro.

​ເອກ​ກະສາ​ນວຽນ​ຫາ​ບັນດາ​ສະມາຊິກ​ສະພາ​ຄວາມໝັ້ນຄົງ ກ່ຽວ​ກັບ​ກອງ​ປະຊຸມດັ່ງກ່າວ
ເວົ້າ​ວ່າ ຈະ​ໃຫ້​ໂອກາດ “​ຫາລືກ່ຽວກັບ​ບົດບາດ​ຂອງປະຊາ​ຄົມ​ສາກົນ ​ແລະອົງການຈັດ
ຕັ້ງໃນ​ຂົງ​ເຂດ ​ສາມາດ​ເອົາ​ບົດບາດໃນ​ການຊອກຫາການແກ້ໄຂທາງ​ການເມືອງ ​ແລະ
ອຳນວຍຄວາມສະດວກໃນການເຂົ້າເຖິງການຊ່ວຍເຫຼືອ​ທາງດ້ານມະນຸດສະທຳ​ ສຳລັບ
ພວກ​ທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄວາມ​ເຄັ່ງ​ຕຶງ.”

ກ​ອງປະຊຸມ​ນີ້ຈັດ​ຂຶ້ນ​ໃນຂະນະ​ທີ່ Venezuela ປະ​ເຊີນ​ໜ້າ​ກັບ​ຄວາມ​ເປັນໄປ​ໄດ້ ​ໃນ
ການບໍ່ສາມາດຈ່າຍໜີ້​ສິນ​ຂອງ​ຕົນ. ​ໃນ​ວັນສຸກວານ​ນີ້ຄະນະກຳມະ​ການ​ໃຫ້ສິນ​ເຊື່ອ Venezuela ​ໄດ້ເລື່ອນເວລາ​ການ​ຕັດສິນ​ໃຈໄປໃສ່ອາທິດໜ້າ ວ່າ ບໍລິສັດ​ນໍ້າມັນ​ລັດ
ຖະບານ PDVSA ​ໄດ້​ຜິດສັນຍາ​ຢ່າງ​ເປັນ​ທາງ​ການ​ໃນການ ຈ່າຍ​ໜີ້​ສິນຂອງ​ຕົນຫຼືບໍ່.

​ເອກ​ກະສາ​ນສະຫະ​ປະຊາ​ຊາດ​ກ່າວ​ວ່າ​ “​ໃນ​ຂະນະ​ທີ່ເສດຖະກິດ Venezuela ສືບ​ຕໍ່​ພັງທະລາຍຢູ່ນີ້ ສະຖານະ​ການມີທ່າທາງວ່າ​ຮ້າຍ​ແຮງ​ລົງຕື່ມ​ເທົ່າ​ນັ້ນ ​ໂດຍ​ສະ​ເພາະ ​
ໃນ​ຂະນະ​ທີ່ປະ​ເທດ​ຢູ່​ໃນ​ຄວາມ​ສ່ຽງ​ຂອງ​ການ​ຜິດສັນຍາໃນການຈ່າຍ​ໜີ້​ສິນ​ຂອງ​ຕົນ.”

ຖະ​ແຫລ​ງການ​ຍັງ​ກ່າວ​ວ່າ ​ໃນ​ຫົກ​ເດືອນ​ຜ່ານ​ມາ ຊາວ Venezuela ຫລາຍ​ກວ່າ
500,000 ຄົນ ​ໄດ້​ຫລົບໜີ​ຄວາມ​ບໍ່​ສະຫງົບ​ດ້ານ​ການ​ເມືອງ​ໃນ​ປະ​ເທດ ພ້ອມທັງ​ຫລົບ
ໜີ​ຈາກ​ໄພເງິນ​ເຟີ້​ທີ່​ພວມຖີບຕົວສູງຂຶ້ນ ​ແລະ​ການ​ຂາດແຄນອາຫານ ແລະ​ຢາ​ປົວ​ພະ
ຍາດຢ່າງແຜ່ກວ້າງນັ້ນ.

ສະພາຄວາມ​ໝັ້ນຄົງ​ສະຫະ​ປະຊາດຍັງ​ຄາດ​ວ່າ ຈະ​ຟັງຄຳໃຫ້ການ​ຈາກ​ທະນາຍຄວາມ
ທ່ານ Julio Henriquez ຜູ້​ປະສານ​ງານ​ຂອງອົງການ​ສິດທິ​ມະນຸດ Foro Penal ​ແລະ​
ທ່ານ Joseph Donnelly ຈາກອົງການ​ຊ່ວ​ຍ​ເຫລືອ Caritas ສາກົນ.

ທ່ານ​ນາງ Haley ​ຮຽກຮ້ອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຫັນ​ຄວາມ​ສົນໃຈໄປໃສ່ສະຖານະ​ການ​ໃນ Venezuela ຊຶ່ງມາ​ຈົນ​ເຖິງ​ປັດຈຸບັນ​ນີ້ໄດ້ກ່າວ ວ່າ ບັນດາ​ອົງ
ການ​ຈັດ​ຕັ້ງຂົງເຂດ​ເໝາະສົມທີ່​ສຸດ​ໃນ​ການ​ແກ້ໄຂ​ວິ​ກິ​ດການ.

ລັດຖະບານ Venezuela ​ໄດ້​ປະ​ເຊີນ​ໜ້າ​ກັບ​ການຕ້ອງ​ຕິຈາກ​ສາກົນຫລັງ​ຈາກ ​ສານ
ສູງ​ສຸດ​ຂອງປະ​ເທດ​ໄດ້​ຖອນ​ອຳນາດສ່ວນ​ໃຫຍ່​ອອກ​ຈາກ​ສະພາທີ່ຄວບຄຸມໂດຍພັກ
ຝ່າຍຄ້ານ ​ແລະ​ມອບອຳນາດຢ່າງກວ້າງຂວາງ ໃຫ້ແກ່ສະພາ​ລັດຖະທຳ​ມະນູນ​ທີ່ຕັ້ງ
ຂຶ້ນໃໝ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ