ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບຣິງເກັນ (Antony Blinken) ຍິນດີກັບການໃຫ້ຄໍາຫມັ້ນໝາຍຂອງລັດຖະບານເງົາມຽນມາທີ່ຈະຈັດການກັບການຈຳແນກກີດກັນ ແລະການລະເມີດສິດທິມະນຸດຕໍ່ຊາວ ມຸສລິມໂຣຮິງຍາ ທີ່ເປັນຊົນກຸ່ມນ້ອຍ.
ທ່ານ ບຣິງເກັນ ກ່າວໃນທະວິດເຕີ້ເມື່ອວັນອາທິດຜ່ານມານີ້ວ່າ ຄໍາຫມັ້ນສັນຍາຂອງລັດຖະບານເອກະພາບແຫ່ງຊາດ (NUG) ແມ່ນ “ສັນຍານສໍາຄັນ ສໍາລັບທຸກຄົນທີ່ເຮັດວຽກເພື່ອການລວມຕົວ ແລະເປັນປະຊາທິປະໄຕໃນອະນາຄົດ.”
ລັດຖະບານເອກະພາບແຫ່ງຊາດ ຫລື NUG ທີ່ຈັດຕັ້ງໂດຍ ກຸ່ມສະມາຊິກສະພາທີ່ຖືກປົດອອກຈາກໜ້າທີ່ໃນມຽນມາ, ໄດ້ຮຽກຮ້ອງໃຫ້ຊາວໂຣຮິງຍາ (Rohingya) ຊ່ວຍໂຄ່ນລົ້ມລັດຖະບານທະຫານ ໃນອາທິດທີ່ຜ່ານມາ ໂດຍໃຫ້ ຄໍາຫມັ້ນສັນຍາວ່າ ຈະໃຫ້ສິດໃນການເປັນພົນລະເມືອງ ແກ່ພວກເຂົາໃນໃນປະເທດທີ່ເປັນປະຊາທິປະໄຕໃນອະນາຄົດ
“ເຮົາຂໍເຊີນຊວນຊາວໂຣຮິງຍາ ມາຮ່ວມມືກັບພວກເຮົາ ແລະຄົນອື່ນໆເຊິ່ງຈະເຂົ້າຮ່ວມການປະຕິວັດ ໃນລະດູໃບໄມ້ປົ່ງນີ້ ເພື່ອຕໍ່ຕ້ານລັດຖະບານທະຫານ”, ເຊິ່ງລັດຖະບານເອກະພາບແຫ່ງຊາດ ໄດ້ກ່າວໃນຖະແຫລງການ.
ມຽນມາໄດ້ຕົກຢູ່ໃນຄວາມສັບສົນວຸ້ນວາຍນັບຕັ້ງແຕ່ທະຫານເຂົ້າຢຶດອໍານາດໃນການເຮັດລັດຖະປະຫານເມື່ອວັນທີ 1 ກຸມພາທີ່ຜ່ານມາ ໂດຍໄດ້ໂຄ່ນລົ້ມລັດຖະບານປະຊາທິປະໄຕ ທີ່ນໍາໂດຍທ່ານນາງ ອອງ ຊານ ຊູ ຈີ (Aung San Suu Kyi).
ອົງການສັງເກດການໃນທ້ອງຖິ່ນໄດ້ກ່າວວ່າ ກອງກໍາລັງຮັກສາຄວາມປອດໄພໄດ້ສັງຫານຜູ້ປະທ້ວງ ແລະຜູ້ທີ່ຢູ່ໃນເຫດການຢ່າງນ້ອຍ 800 ຄົນນັບຕັ້ງແຕ່ການເຮັດລັດຖະປະຫານ, ເຊິ່ງຜູ້ນໍາທາງທະຫານໄດ້ປະຕິເສດກ່ຽວກັບໂຕເລກດັ່ງກ່າວ.