ລັດຖະມົນຕີການຕ່າງປະເທດ ສຫລ ໄປຢ້ຽມຢາມ ອັຟການິສຖານ ເພື່ອປຶກສາຫາລື ເລື້ອງຖອນທະຫານ

ທ່ານ ອັບດູລາ ອັບດູລາ, ປະທານຂອງສະພາສູງໃນການປອງດອງຊາດ (ກາງ) ຍ່າງໄປກັບລັດຖະມົນຕີການຕ່າງປະເທດ, ທ່ານ ແອນໂທນີ ບລິງເກັນ ຢູ່ທໍານຽບ Sapidar ໃນນະຄອນຫຼວງກາບູລ (ວັນທີ 15 ເມສາ, 2021)

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານ ແອນໂທນີ ບລິງເຄັນ ໄດ້ນໍາເອົາການຮັບປະກັນຂອງຊາວອາເມຣິກັນໄປໃຫ້ອັຟການິສຖານຢູ່ໃນລະຫວ່າງການຢ້ຽມຢາມທີ່ບໍ່ໄດ້ປະກາດ ໃນວັນພະຫັດວານນີ້ ເພື່ອປຶກສາຫາລືກ່ຽວກັບການຖອນທະຫານຂອງສະຫະລັດທັງໝົດ 2.500 ຄົນໃນວັນທີ 11 ກັນຍາທີ່ຈະມາເຖິງນີ້.

ທ່ານ ບລິງເຄັນ ໄດ້ຫາທາງເຮັດໃຫ້ເຈົ້າໜ້າທີ່ອັຟການິສຖານຮູ້ສຶກສະບາຍໃຈວ່າ ສະຫະລັດຍັງມີຄວາມມຸ້ງໝັ້ນຕໍ່ປະເທດທີ່ທະຫານສະຫະລັດໄປປະຈໍາຢູ່ນັບຕັ້ງແຕ່ປີ 2001 ເປັນຕົ້ນມາ ຫຼັງຈາກການໂຈມຕີກໍ່ການຮ້າຍທີ່ນະຄອນນິວຢອກ ແລະວໍຊິງຕັນໃນວັນທີ 11 ກັນຍາຂອງປີນັ້ນ.

“ຂ້າພະເຈົ້າຢາກສະແດງໃຫ້ຮູ້ທ່ານວ່າການຢ້ຽມຢາມຂອງຂ້າພະເຈົ້າເປັນຄວາມ ໝັ້ນໝາຍຂອງສະຫະລັດຕໍ່ສາທາລະນະລັດອິສລາມ ແລະປະຊາຊົນອຟັການິສຖານ,” ນັ້ນຄືຄໍາເວົ້າຂອງທ່ານ ບລິງເຄັນ ທີ່ກ່າວຕໍ່ປະທານາທິບໍດີອັຟການິສຖານ, ທ່ານອາສຣັຟ ການີ (Ashraf Ghani) ທີ່ທຳນຽບປະທານາທິບໍດີໃນນະຄອນຫຼວງກາບູລ. ທ່ານກ່າວຕໍ່ໄປວ່າ "ການເປັນພາຄີແມ່ນມີການປ່ຽນແປງ, ແຕ່ວ່າການເປັນພາຄືໃນໂຕມັນເອງນັ້ນແມ່ນມີຄວາມຍືນຍົງ."

ທ່ານເວົ້າກັບທ່ານ ບລິງເຄັນ ໂດຍສະແດງຄວາມຂອບໃຈຕໍ່ການເສຍສະຫຼະຂອງກອງທັບສະຫະລັດອາເມລິກາວ່າ "ພວກເຮົາເຄົາລົບການຕັດສິນໃຈແລະ ກຳລັງດັດປັບບູລິມະສິດຂອງພວກເຮົາຢູ່".

ໃນກອງປະຊຸມຖະແຫຼງຂ່າວຕໍ່ມາໃນວັນດຽວກັນ, ທ່ານ ບລິງເຄັນ ກ່າວວ່າສະຫະລັດຈະດຳເນີນງານເພື່ອປ້ອງກັນການໂຈມຕີກໍ່ການຮ້າຍບໍ່ໃຫ້ເກີດຂຶ້ນໃນຍາມໃດກໍໄດ້ອີກຢູ່ໃນອັຟການິສຖານ.

ທ່ານກ່າວວ່າ “ພວກເຮົາຈະປັບປ່ຽນທ່າໄວ້ຂອງເຄື່ອງມື ແລະຊັບສິນທີ່ພວກເຮົາຕ້ອງໄດ້ປົກປ້ອງຢ່າງລະມັດລະວັງ ບໍ່ໃຫ້ມີການຂົ່ມຂູ່ອື່ນໆເກີດຂຶ້ນໃໝ່ໃນອັຟການິສຖານ. “ແລະພວກເຮົາໝັ້ນໃຈວ່າ ພວກເຮົາມີວິທີທີ່ຈະເຮັດແນວນັ້ນໄດ້.”

ທ່ານກ່າວຕໍ່ໄປວ່າ “ນອກຈາກນັ້ນແລ້ວ, ກຸ່ມຕາລີບານກໍໄດ້ໃຫ້ຄຳໝັ້ນສັນຍາໃນຂໍ້ຕົກລົງທີ່ກຸ່ມນັ້ນໄດ້ເຊັນກັບສະຫະລັດໃນປີກາຍນີ້ ເພື່ອປ້ອງກັນບໍ່ໃຫ້ມີການປາກົດໂຕກັບມາອີກຂອງກຸ່ມ ອາລ-ຄາຍດາ (al-Qaida) ຢູ່ໃນອັຟການິສຖານໜີ້ ເຊັ່ນກັນ. ພວກເຮົາຈະຍຶດໝັ້ນໃນຄຳໝັ້ນສັນຍາອັນນັ້ນ.”

ໃນລະຫວ່າງການບໍລິຫານລັດຖະບານຂອງທ່ານທຣໍາ, ສະຫະລັດໄດ້ບັນລຸຂໍ້ຕົກລົງກັບກຸ່ມຕາລີບານ ໃນການຖອນທະຫານສະຫະລັດ ໃນວັນທີ 1 ພຶດສະພາ. ການເລື່ອນວັນກໍານົດເສັ້ນຕາຍໄປຫລາຍເດືອນນັ້ນ ໄດ້ເຮັດໃຫ້ ກຸ່ມກະບົດດັ່ງກ່າວໃຈຮ້າຍ.

ພວກຕາລີບານໄດ້ມີຄຳຕອບຢ່າງເປັນທາງການອອກມາຕໍ່ແຜນການເລື່ອນການຖອນທະຫານຂອງທ່ານໄບເດັນ ໃນວັນພະຫັດວານນີ້, ໂດຍໄດ້ຕໍາໜີສະຫະລັດ ໃນການເລື່ອນເວລາການຖອນທະຫານອອກໄປນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ