ປ. ໂອບາມາ ຄາດວ່າ ອີຣັກ ຈະຍຶດເອົາເມືອງ Mosul ຄືນ ໃນທ້າຍປີ 2016 ນີ້

ລັດຖະມົນຕີປ້ອງກັນປະເທດ ສຫລ ທ່ານ Ash Carter ຖືກຕ້ອນຮັບ ໂດຍນາຍພົນ McFarland ເວລາທ່ານ ເດີນທາງໄປເຖິງນະຄອນ Baghdad ເມື່ອວັນທີ 18 ເມສາ 2016.

ປະທານາ​ທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ ທ່ານ​ຄາດ​ວ່າ​ໃນ​ທ້າຍປີ​ນີ້ ສະພາບ​ການ​ຈະເປັນ​ທີ່​ເອື້ອອຳນວຍ​ ໃຫ້ທະຫານ​ອີຣັກ ຊຶ່ງໃນ​ທີ່​ສຸດ​ກໍ​ຈະ​ເຂົ້າ​ຍຶດ​ເອົາ ​ເມືອງ Mosul ​ໃນ​ພາກ​ເໜືອ​ຂອງ​ປະ​ເທດຈາກ​ພວກຫົວ​ຮຸ​ນ​ແຮງ​ລັດ​ອິສລາມ.

​ໃນ​ການ​ໃຫ້ສຳພາດ ແກ່​ອົງການ​ຂ່າວ CBS ທີ່ອອກ​ອາກາດ ໃນ​ວັນ​ຈັນ​ວານ​ນີ້ ທ່ານ Obama ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ ​ທີ່​ຕ້ອງ​ໄດ້​ສະໜັບສະໜູນ​ກຳລັງ​ອີຣັກ ທີ່​ຈະ​ເປັນ ​ຜູ້​ປະຕິບັດ​ງານ​ສູ້​ລົບທາງ​ພາກ​ພື້ນ​ດິນ.

Your browser doesn’t support HTML5

US Adds More Troops, Apaches to Fight Islamic State

ທ່ານ Obama ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ທຳ​ການ​ສູ້​ລົບ ​ດ້ວຍ​ໂຕພວກ​ເຮົາ​ເອງ ​ແຕ່​ວ່າ​ ເວລາ​ພວກເຮົາ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ຝຶ​ກ​ແອບ ​ເວລາພວກ​ເຮົາໃຫ້ການ​ຊ່ວຍ​ເຫລືອ ດ້ານ​ກຳລັງ​ພິ​ເສດ ​ທີ່​ໃຫ້ການ​ໜູນ​ຫລັງພວກ​ເຂົາ​ເຈົ້າ ​ເວລາ​ພວກເຮົາ​ໄດ້​ຮັບ​ຂ່າວສືບ​ລັບ ປະຕິບັດ​ງານ​ກັບ​ແນວ​ໂຮມ​ຂອງ​ພວກ​ເຮົາ ສີ່​ງ​ທີ່​ພວກ​ເຮົາ​ໄດ້ເຫັນກໍ​ຄືວ່າ ພວກ​ເຮົາ ​ສາມາດສືບ​ຕໍ່​ປິດ​ລ້ອມເພີ້ມຂຶ້ນທຸກໆ​ມື້.”

ໃນ​ຕອນ​ເຊົ້າ​ວັນ​ຈັນວານ​ນີ້ ໃນຂະນະ​ທີ່​ທຳ​ການ​ຢ້ຽມຢາມ​ນະຄອນ Bagdad ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Ash Carter ​ໄດ້​ປະກາດ​ວ່າ ສະຫະລັດ ຈະ​ສົ່ງທະຫານ​ເພີ້​ມ​ເຕີມ ອີກຫລາຍ​ກວ່າ 200 ຄົນ ​ແລະ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ ​ໂຈມ​ຕີ Apache ​ອີກ​ຫລາ​ຍລຳໄປ ຊ່ວຍ​ກຳລັງ​ທະຫານ​ອີຣັກ ຍຶ​ດ​ເອົາ​ເມືອງ Mosul ຄືນ​ມາ.

Your browser doesn’t support HTML5

VOA's Babb Reports From Baghdad

ທ່ານ Carter ກ່າວ​ວ່າ ກຳລັງ​ທະຫານ​ສະຫະລັດຈຸ​ໃໝ່ນີ້ ຈະ​ໃຫ້​ຄຳ​ປຶ​ກສາທີ່ ຈຳ​ເປັນ ເພື່ີອຊ່ວຍ​ໃນ​ດ້ານ​ພະລາທິການສຳລັບ​ທະຫານ​ອິຮັກ​ທີ່​ບຸກຄືບ​ໜ້າໄປ​ໜ້າ ​ໄກ​ອອກໄປ ຈາກຄ້າຍ​ຂ​ອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ອ້ອມ​ເມືອງ​ໃຫຍ່​ສຸດ​ອັນ​ດັບ​ສອງຂອງ​ອີຣັກ. ທ່ານ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ໃຫ້ຄຳ​ແນ​ະນຳ​ຢູ່ໃນການ ບັງຄັບ​ບັນຊາ​ລະດັບກອງພັນ ​ແລະ​ ກອງ​ພົນນ້ອຍ.

ຮູບພາບຈາກປືນກ້ອງຖ່າຍໃນວັນທີ 4 ກໍລະກົດ, 2015 ເຜິຍແຜ່ໂດຍ ກອງບັນຊາການ ສະຫະລັດ ທີ່ເຫັນການໂຈມຕີທາງອາກາດ.

​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດຂັ້ນສູງຂອງສະຫະລັດຄົນ​ນຶ່ງ​ກ່າວ​ວ່າ “ທຸກໆ​ຄົນຮູ້ວ່າ ການ​ສູ້​ ລົບ​ໃນ​ອີຣັກ ​ແມ່ນ​ການ​ສູ້​ລົບ ເອົາເມືອງ Mosul. Mosul ​ເປັນ​ເກ​ມສິ້ນ​ສຸດ​ໃນ​ອີຣັກ.”

ກຳລັງ​ອີຣັກ ​ໄດ້​ເລີ້ມ​ບຸກໂຈມ​ຕີ​ເພື່ອ​ເຂົ້າຍຶດ​ເອົາ​ທີ່​ໝັ້ນ​ອັນ​ແຂງ​ແກ່ນ​ຂອງລັດອິສ ລາມຫຼື IS ຄືນ ​ໃນ​ວັນ​ທີ 24 ​ເດືອນ​ມີນາ​ທີ່​ຜ່ານ​ມາ.

ອ່ານຂ່າວພາສາອັງກິດ