ບັນດາເຈົ້າໜ້າທີ່ສະຫະລັດ ເຊື່ອວ່າ ເກົາຫຼີເໜືອໄດ້ຍ້າຍ
ຈະຫລວດທີ່ຍິງໄດ້ໃນໄລຍະ ກາງ 2 ລູກ ອອກຈາກຖານ
ກຽມພ້ອມສໍາລັບຍິງ ໃນອັນທີ່ເປັນການຜ່ອນເບົາຄວາມ
ເຄ່ງຕຶງໃນແຫຼມເກົາຫຼີ ລົງຕື່ມນັ້ນ.
ເຈົ້າໜ້າທີ່ຝ່າຍປ້ອງກັນຢູ່ວໍຊິງຕັນຫລາຍທ່ານ ທີ່ຂໍບໍ່ໃຫ້
ອອກນາມກ່າວໃນແລງວັນຈັນ ວານນີ້ວ່າ Pyongyang
ໄດ້ຖອນຈະຫລວດ Musudan 2 ລູກ ອອກໄປຈາກຖານ
ຍິງ ທີ່ຕັ້ງຢູ່ແຄມຝັ່ງທະເລກໍ້າຕາເວັນອອກຂອງປະເທດ.
ສື່ມວນຊົນຂອງເກົາຫຼີໃຕ້ ກໍໄດ້ລາຍງານຂ່າວການຍົກ
ຍ້າຍດັ່ງກ່າວ ເຊ່ນກັນ.
ທາງວໍຊິງຕັນ ໄດ້ເຕືອນມາເປັນຫຼາຍອາທິດແລ້ວວ່າ ເກົາຫຼີເໜືອອາດຈະທໍາການຍິງ
ຈະຫລວດ Musudan ທີ່ບໍ່ເຄີຍທົດສອບມາກ່ອນຈັກເທື່ອນັ້ນ ທີ່ສາມາດຍິງໄກໄດ້ເຖິງ
3,500 ກິໂລເເມັດ ແລະອາດສາມາດຍິງເຖິງເປົ້າໝາຍຫລາຍແຫ່ງໃນສະຫະລັດໄດ້ນັ້ນ.
ຜູ້ອໍານວຍການອະວຸໂສຝ່າຍກິດຈະການເອເຊຍ ປະຈໍາທໍານຽບຂາວ ທ່ານ Daniel
Russel ກ່າວວ່າ ຈະເປັນການໄວເກີນໄປ ທີ່ຈະສະຫຼອງການຍົກຍ້າຍດັ່ງກ່າວວ່າເປັນ
ຂ່າວດີ ແລະເຕືອນວ່າ ເຈົ້າໜ້າທີ່ສະຫະລັດ ຍັງບໍ່ສາມາດຕັດອອກໄດ້ເທື່ອ ວ່າເກົາຫລີ
ເໜືອ ຈະບໍ່ຍິງລູກສອນໄຟນັ້ນ.
ເກົາຫຼີເໜືອ ໄດ້ຄ່ອຍໆຫລຸດຜ່ອນສໍານວນໂວຫານແບບຮຸກຮານຂອງຕົນລົງ ລຸນຫລັງ
ທີ່ໄດ້ກ່າວຄໍາຂູ່ມາເປັນເວລາຫລາຍອາທິດ ວ່າຈະການໂຈມຕີດ້ວຍອາວຸດນິວເຄລຍ
ແລະອາວຸດທໍາມະດາ ຕໍ່ສະຫະລັດແລະເກົາຫຼີໃຕ້.
ການຍ້າຍລູກສອນໄຟອອກ ໄດ້ມີຂຶ້ນກ່ອນໜ້າທີ່ ປະທານາທິບໍດີເກົາຫລີໃຕ້ ທ່ານນາງ
Park Geun-hye ມີກໍານົດພົບປະກັບປະທານາທິບໍດີ Barack Obama ຢູ່ກຸງວໍຊິງຕັນ
ໃນວັນອັງຄານມື້ນີ້ ໃນການໂອ້ລົມສົນທະນາກັນທີ່ແນ່ນອນວ່າ ຈະເພ່ງເລັງໃສ່ ພຽງຢາງ.
ທ່ານນາງ Park ໄດ້ເລີ່ມການຢ້ຽມຢາມສະຫະລັດ ເປັນເວລາ 5 ວັນ ທີ່ອົງການສະຫະ
ປະຊາຊາດ ໃນວັນຈັນວານນີ້ ໂດຍການພົບປະກັບທ່ານ Ban Ki-moon ເລຂາທິການ
ໃຫຍ່ຂອງອົງການສະຫະປະຊາຊາດ ທີ່ໄດ້ຍົກຍ້ອງ ປະທານາທິບໍດີເກົາຫຼີໃຕ້ ສໍາລັບ
ອັນທີ່ທ່ານເອີ້ນວ່າ ການຕອບໂຕ້ ທີ່ “ໜັກແໜັ້ນ ແຕ່ຮອບຄອບລະມັດລະວັງ” ຂອງທ່ານ
ນາງ ປັກ ຕໍ່ການເກາະຜິດຂອງເກົາຫຼີເໜືອນັ້ນ.
ທ່ານນາງ Park ໄດ້ໃຊ້ເວລາໃນຕອນບ່າຍຂອງວັນຈັນວານນີ້ ໄປສະແດງຄວາມເຄົາລົບ
ແລະວາງພວງມາລາ ທີ່ຂຸມຝັງສົບຂອງທະຫານນີລະນາມ ຢູ່ສຸສານແຫ່ງຊາດຂອງສະຫະລັດ
ທີ່ເມືອງອາລິງຕັນ ລັດເວີຈີເນຍ ນອກນະຄອນຫລວງວໍຊິງຕັນ ດີຊີ.

Your browser doesn’t support HTML5