ກຳລັງທີ່ໄດ້ຮັບການໜຸນຫລັງຈາກສະຫະລັດໄດ້ເຂົ້າຄວບຄຸມ 9 ບ້ານ ໃກ້ໆຊາຍແດນເທີກີໃນຊີເຣຍ ນັບແຕ່ວັນອັງຄານເປັນຕົ້ນມາ ໃນການບຸກຄືບໜ້າໄປສູ່ເມືອງ Manbij ທີ່ຄວບຄຸມໂດຍກຸ່ມລັດອິສລາມ.
ພ້ອມກັນນີ້ ສະຫະລັດຍັງໄດ້ທຳການໂຈມຕີທາງອາກາດທີ່ເມືອງ Manbij ໃນໄລຍະ 24 ຊົ່ວໂມງຜ່ານມານີ້ ຊຶ່ງເຮັດໃຫ້ພົນລະເຮືອນ 15 ຄົນເສຍຊີວິດ 3 ຄົນໃນຈຳນວນດັ່ງກ່າວເປັນເດັກນ້ອຍ ອີງຕາມລາຍງານຂອງກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ.
ແຫລ່ງຂ່າວທາງທະຫານທີ່ພົວພັນໃນການປະຕິບັດງານຢູ່ໃນເຂດເມືອງ Manbij ແຈ້ງໃຫ້ວີໂອເອຊາບວ່າ ພວກຫົວຮຸນແຮງລັດອິສລາມໄດ້ຍົກຍ້າຍສະມາຊິກໃນ ຄອບຄົວຂອງພວກເຂົາອອກໄປຈາກເມືອງແລ້ວ ແຕ່ໃນຂະນະດຽວກັນກໍບັງຄັບ ໃຫ້ພົນລະເຮືອນຈຸອື່ນໆ ຢູ່ໃນເມືອງດັ່ງກ່າວຕໍ່ໄປ ເພື່ອເປັນເຄື່ອງກຳບັງ. ກຳລັງ ທີ່ໄດ້ຮັບການໜຸນຫລັງຈາກສະຫະລັດ ກ່າວວ່າ ຊາວບ້ານຫລາຍສິບຄົນຢູ່ນອກ ເມືອງ Manbij ໄດ້ຮັບການປົດປ່ອຍແລ້ວ ໂດຍມີການຕ້ານຢັນຈາກກຸ່ມລັດອິສ ລາມແຕ່ພຽງເລັກນ້ອຍເທົ່ານັ້ນ.
ກຳລັງປະຊາທິປະໄຕຊີເຣຍ ຫລື SDF ຊຶ່ງເປັນກຸ່ມພັນທະມິດພາຍໃຕ້ການນຳພາຂອງຊາວ ເຄີດ ທີ່ເຮັດວຽກຄຽງບ່າຄຽງໄຫລ່ກັບກຳລັງພິເສດຂອງອາເມຣິກັນ ຫລາຍກວ່າ 200 ຄົນໄດ້ເຄື່ອນເຂົ້າສູ່ບໍລິເວນທີ່ຄວບຄຸມໂດຍພວກລັດອິສລາມ ຫົວຮຸນແຮງ ຢູ່ທັງສອງຟາກຂອງແມ່ນ້ຳ Euphrates ຊຶ່ງໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ພວກຕໍ່ຕ້ານລັດຖະບານທີ່ນັບຖືສາສະໜາອິສລາມນິກາຍຊຸນນີ່ ແລະເທີກີ ທີ່ມີຄວາມຢ້ານກົວວ່າ ຊາວເຄີດອາດຈະພະຍາຍາມສ້າງ ຕັ້ງລັດຂອງຕົນຂຶ້ນຢູ່ໃນ ບໍລິເວນຊາຍແດນ.
ແຕ່ເຂດດັ່ງກ່າວນີ້ໄດ້ຕົກເປັນເປົ້າໝາຍມານານແລ້ວສຳລັບວໍຊິງຕັນຊຶ່ງມອງເຫັນວ່າເປັນຈຸດເຂົ້າອອກທີ່ສຳຄັນຂອງພວກນັກລົບຕ່າງປະເທດ.
ການບຸກໂຈມຕີໃນຄັ້ງນີ້ ແມ່ນເປັນເທື່ອທີສອງ ໃນໄລຍະບໍ່ເທົ່າໃດອາທິດທີ່ຜ່ານມານີ້ ຫລັງຈາກກຳລັງປະຊາທິປະໄຕຊີເຣຍປະສົບຄວາມສຳເລັດໃນເດືອນແລ້ວ ໂດຍເຂົ້າຍຶດເອົາ ຫລາຍ ສິບບ້ານຢູ່ທາງເໜືອຂອງເມືອງ Raqqa ຊຶ່ງໃນຄວາມ ເປັນຈິງແລ້ວ ແມ່ນເມືອງ ຫລວງຂອງກຸ່ມລັດອິສລາມນັ້ນ.
ໃນຂະນະດຽວກັນ ຂະບວນລົດລຳລຽງເຄື່ອງບັນເທົາທຸກມະນຸດສະທຳຈຸທຳອິດ ນັບແຕ່ປີ 2012 ເປັນຕົ້ນມາໄດ້ແລ່ນເຂົ້າໄປ ໃນເມືອງ Daraya ທີ່ຍັງຖືກປິດລ້ອມ ຊຶ່ງຕັ້ງຢູ່ໃນເຂດ ຊານເມືອງຂອງນະຄອນຫຼວງດາມັສກັສ ໃນວັນພຸດວານນີ້. ການຊ່ອຍເຫຼືອຈຳນວນນຶ່ງຍັງ ໄດ້ຫລັ່ງໄຫລເຂົ້າໄປສູ່ຄຸ້ມ Mouadhimiyeh ທີ່ຕັ້ງຢູ່ໃກ້ຄຽງ.
ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
Your browser doesn’t support HTML5
Thousands of Syrian Civilians Search for Safer Location