ເປັນຄັ້ງທຳອິດ ທີ່ສະຫະລັດ ຈັດເອົາຜູ້ນຳເກົາຫຼີເໜືອ ເຂົ້າໃນບັນຊີລາຍຊື່ການ ລົງໂທດ ໃນການລະເມີດສິດທິມະນຸດ ຂອງສະຫະລັດ.
ຕຳຫລວຈະລາຈອນ ຍິງ ຊີ້ນຳການສັນຈອນຂອງລົດລາ ຢູ່ຖະໜົນສີ່ແຍກ ໃນຂະນະທີ່ຢູ່ດ້ານຫຼັງຂອງຜູ້ກ່ຽວ ມີການປະດັບຕົບແຕ່ງ ທາງຍ່າງ ດ້ວຍທຸງປະຈຳພັກລັດຖະບານ ຄື ພັກກຳມະກອນ, ເມື່ອ ວັນທີ 5 ພຶດສະພາ 2016, ໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ.
ທ່ານ Kim Jong Un ແມ່ນລວມຢູ່ໃນເກືອບຮອດ ຊາວກວ່າອົງກອນ ແລະ ສ່ວນບຸກຄົນ ທີ່ໄດ້ຖືກຈັດເຂົ້າໃນບັນຊີດຳ ຂອງວໍຊິງຕັນ ກ່ຽວກັບ ບົດບາດ ຂອງພວກເຂົາ ໃນການລະເມີດສິດທິມະນຸດ ທີ່ຮ້າຍແຮງ ການຕາມລ່າຫາ ພວກທີ່ໂຕນໜີ ຫຼື ການກວດກາສື່ມວນຊົນ ຢູ່ໃນເກົາຫຼີເໜືອ.
ໃນພາຍນີ້ ຖ່າວເມື່ອວັນທີ 31 ພຶດສະພາ 2016 ຈາກສຳນວນພາບ ສະແດງໃຫ້ເຫັນ ຊາຍຄົນນຶ່ງ ກຳລັງເບິ່ງ ລາຍການຂ່າວ ຂອງໂທລະພາບ ທີ່ລາຍງານ ກ່ຽວກັບ ການຍິງລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜື້ອ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້.
ເຈົ້າໜ້າທີ່ອາວຸໂສສະຫະລັດທ່ານໜຶ່ງ ໄດ້ປະກາດໃນວັນພຸດວານນີ້ ວ່າ “ພວກເຮົາໄດ້ລະບຸ 23 ບຸກຄົນ ແລະ ອົງກອນ ໃນບົດລາຍງານ ຂອງພວກ ເຮົາ ບຸກຄົນຄົນໜຶ່ງ ຢູ່ໃນຈຳນວນນັ້ນ ກໍແມ່ນ Kim Jong Un ພວກເຮົາ ໄດ້ພິຈາລະນາວ່າ ລາວ ເບິ່ງຄືວ່າ ເປັນທີ່ຊັດເຈນ ໃນທີ່ສຸດເປັນຜູ້ຮັບຜິດ ຊອບ ຕໍ່ການກະທຳທັງຫຼາຍ ຂອງລະບອບຂອງລາວ ລວມທັງການໃຊ້ ນະໂຍບາຍປາບປາມຕ່າງໆນາໆ ຕໍ່ປະຊາຊົນຂອງຕົນ.”
ຮັກສາການຮອງລັດຖະມົນຕີກະຊວງການເງິນ ທ່ານ Adam Szubin ໄດ້ກ່າວ ວ່າ “ພາຍໃຕ້ການນຳຂອງ Kim Jong Un ເກົາຫຼີເໜືອ ສືບ ຕໍ່ກະທຳຄວາມ ໂຫດຮ້າຍທາລຸນ ທີ່ບໍ່ສາມາດອົດທົນໄດ້ ແລະ ຄວາມ ທຸກຍາກລຳບາກ ຕໍ່ ປະຊາຊົນຂອງຕົນ ຫຼາຍລ້ານຄົນ ຮວມທັງການ ສັງຫານແບບຮວບຮັດຕັດ ຕອນ ການບັງຄັບອອກແຮງງານ ແລະ ການທໍລະມານ.”