ປ. ໂອບາມາ ປະກາດ ລົງໂທດ ຮອບໃໝ່ ຕໍ່ເກົາຫລີເໜືອ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ.

ສະຫະລັດ ໄດ້ທຳການລົງໂທດຮອບໃໝ່ຕໍ່ເກົາຫລີເໜືອ ເພື່ອ
ເປັນການຕອບໂຕ້ ຕໍ່ການໂຈມຕີທາງອິນເຕີແນັດ ໃສ່ບໍລິສັດ
ໃຫ້ຄວາມບັນເທີງດ້ານຮູບເງົາ Sony ເມື່ອທ້າຍປີກາຍນີ້.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ລົງນາມ
ໃນດຳລັດ ຂອງຝ່າຍບໍລິຫານ ສະບັບນຶ່ງ ໃນມື້ວັນສຸກວານນີ້
ເພື່ອອະນຸມັດ ໃຫ້ທຳການລົງໂທດດັ່ງກ່າວ.

ທຳນຽບຂ່າວກ່າວວ່າ ການລົງໂທດຊຶ່ງແນເປົ້າໝາຍໃສ່ 3 ອົງ
ການຈັດຕັ້ງແລະ 10 ສ່ວນບຸກຄົນແມ່ນເປັນພຽງແຕ່ບາດກ້າວ
ຂັ້ນທຳອິດ ເພື່ອທຳການລົງໂທດຕໍ່ເກົາຫຼີເໜືອ ທີ່ໄດ້ທຳການ
ທ້າທາຍເກາະຜິດຈຳນວນນຶ່ງ ຮວມທັງການໂຈມຕີທາງອິນເຕີແນັດ.

ຖະແຫຼງການສະບັບນຶ່ງຂອງກະຊວງການເງິນສະຫະລັດກ່າວວ່າ ການລົງໂທດໃໝ່ນີ້ ຈະ ເຮັດໃຫ້ການລົງໂທດຕໍ່ເກົາຫຼີເໜືອທີ່ມີຢູ່ແລ້ວນັ້ນ ຮັດເຄັ່ງຂຶ້ນກວ່າເກົ່າ ໂດຍປະຕິເສດບໍ່ ໃຫ້ພວກທີ່ຖືກລະບຸໂຕເຂົ້າເຖິງລະບົບການເງິນຂອງສະຫະລັດ ຕະຫລອດທັງປ້ອງກັນບໍ່ ໃຫ້ພົນລະເມືອງສະຫະລັດ ພົວພັນກັບການຕິດຕໍ່ຄ້າຂາຍກັບເກົາຫຼີເໜືອ.

ເກົາຫລີເໜືອເປັນປະເທດທີ່ໄດ້ຖືກລົງໂທດໜັກຢູ່ແລ້ວໃນໂລກ ດັ່ງນັ້ນ ການລົງໂທດຕື່ມ ອີກໃນວັນສຸກວານນີ້ ອາດຈະເປັນພຽງແຕ່ສັນຍາລັກ ຫຼາຍກວ່າການລົງໂທດທີ່ແທ້ຈິງ.

3 ອົງການ ທີ່ລະບຸຊື່ໃນການລົງໂທດນັ້ນ ແມ່ນປະກອບດ້ວຍ ອົງການສືບລັບຕົ້ນຕໍ ຂອງ ເກົາຫລີເໜືອ ນັ້ນກໍຄື ຫ້ອງການສອດແນມແຫ່ງຊາດ ຫ້ອງການຊື້ອາວຸດຂອງປະເທດ ຄື ບໍລິສັດພັດທະນາບໍ່ແຮ່ການຄ້າເກົາຫລີຕະຫລອດທັງອົງການຄົ້ນຄວ້າທາງດ້ານວິທະຍາ
ສາດ ຄືບໍລິສັດການຄ້າ Tangun ເກົາຫຼີ. ສ່ວນບຸກຄົນ 10 ຄົນທີ່ຖືກລະບຸຊື່ ໃນການລົງ ໂທດນັ້ນ ແມ່ນມີສ່ວນພົວພັນໂດຍກົງກັບນຶ່ງໃນ 3 ອົງການຈັດຕັ້ງດັ່ງກ່າວ ຫລືກັບລັດຖະ ບານເກົາຫລີເໜືອ.

Your browser doesn’t support HTML5

N. KOREA SANCTIONS VO