ສະຫະລັດ ວາງມາດຕະການລົງໂທດ ຕໍ່ບໍລິສັດ ຈີນ ຍ້ອນຄວາມຂັດແຍ້ງ ໃນທະເລຈີນໃຕ້

ຮູບນີ້ຖ່າຍຈາກປ່ອງຢ້ຽມຂອງເຮືິອບິນທະຫານ ສະແດງໃຫ້ເຫັນ ເກາະສັນດອນທີ່ຖືກກ່າວຫາວ່າ ຈີນ ອ້າງເອົາກຳມະສິດ ຢູ່ໝູ່ເກາະ Spratly ໃນທະເລຈີນໃຕ້.

ສະຫະລັດ ໄດ້ວາງມາດຕະການລົງໂທດຕໍ່ 24 ບໍລິສັດຂອງ ຈີນ ແລະ ຫຼາຍຄົນໃນວັນພຸດວານນີ້ ຜູ້ທີ່ຖືກກ່າວຫາວ່າໄດ້ເຂົ້າຮ່ວມໃນການກໍ່ສ້າງ ແລະ ເອົາທະຫານເຂົ້າໄປປະຈຳການຢູ່ບັນດາເກາະດອນທຽມທີ່ມີການຂັດແຍ້ງກັນໃນທະເລຈີນໃຕ້.

ກະຊວງການຄ້າ ສະຫະລັດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ພວກບໍລິສັດດັ່ງກ່າວໄດ້ “ມີບົດ ບາດໃນການຊ່ວຍເຫຼືອກອງທັບ ຈີນ” ໃນໂຄງການກໍ່ສ້າງນັ້ນ, ໃນຂະນະທີ່ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມ-ພຽວ ໄດ້ກ່າວໃນການປະກາດຕ່າງຫາກວ່າ ເຂົາເຈົ້າໄດ້ກຳ ນົດການຫ້າມອອກ ວີຊາ ໃຫ້ບຸກຄົນຕ່າງໆ “ທີ່ມີຄວາມຮັບຜິດຊອບ” ຫຼື ເຂົ້າໄປກ່ຽວຂ້ອງ” ໃນໂຄງ ການນັ້ນ.

ທ່ານ ພອມພຽວ ໄດ້ກ່າວວ່າ “ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ, ສາທາລະນະລັດ ປະຊາຊົນ ຈີນ ໄດ້ໃຊ້ວິສາຫະກິດທີ່ລັດຖະບານເປັນເເຈົ້າຂອງເພື່ອຂຸດ ແລະ ປັບພື້ນທີ່ຫຼາຍກວ່າ 3,000 ເອເຄີ ຢູ່ເກາະດອນທີ່ມີຄວາມຂັດແຍ້ງກັນຕ່າງໆໃນທະເລຈີນໃຕ້, ສ້າງຄວາມບໍ່ໝັ້ນຄົງໃນພາກພື້ນ, ຝ່າຝືນສິດທິອຳນາດອະທິປະໄຕຂອງປະເທດທີ່ຢູ່ໃກ້ຄຽງຂອງເຂົາເຈົ້າ, ແລະ ເຮັດໃຫ້ເກີດຄວາມເສຍ ຫາຍດ້ານສິ່ງແວດລ້ອມຢ່າງນັບບໍ່ຖ້ວນ.”

ການດຳເນີນການຂອງ ສະຫະລັດ ໃນວັນພຸດວານນີ້ ໄດ້ມີຂຶ້ນລຸນຫຼັງການປັບປຸງນະໂຍບາຍໃໝ່ໃນເດືອນກໍລະກົດທີ່ໄດ້ເອີ້ນ “ການອ້າງເອົາເຂດນໍ້າທະເລທີ່ບໍ່ຖືກຕ້ອງຕາມກົດໝາຍ” ຂອງ ປັກກິ່ງ ຢ່າງຈະແຈ້ງໃນທະເລ ຈີນໃຕ້.

ການດຳເນີນການດັ່ງກ່າວແມ່ນບາດກ້າວຫຼ້າສຸດທີ່ ສະຫະລັດ ໄດ້ໃຊ້ຕໍ່ ຈີນ ສຳລັບການສ້າງກອງ ທັບຂອງເຂົາເຈົ້າໃສ່ດິນແດນໃນທະເລຈີນໃຕ້, ບ່ອນທີ່ປະເທດອື່ນໆກໍໄດ້ອ້າງເອົາອຳນາດອະທິປະ ໄຕເຊັ່ນດຽວກັນນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ