ສະຫະລັດ ລົງໂທດ ຄາ​ດີຣ໊ອຟ ຄົນເກັ່ງຂອງເຊັກສ​ເນຍ ພ້ອມກັບ ຊາວຣັດເຊຍ 4 ຄົນ

ທ່ານ ຣາມ​ແຊນ ຄາ​ດີຣ໊ອຟ (Ramzen Kadyrov) ຫົວໜ້າ ຂອງສາທາລະນະລັດເຊັກສ​ເນຍ ກ່າວສະໜັບສະໜຸນ ຊາວມຸສລິມ ໂຣຮິງຢາ ຫຼັງຈາກທີ່ໄດ້ເກີດຄວາມຮຸນແຮງຂຶ້ນ ໃນມຽນມາ, ໃນເມືອງຫຼວງ ໂກຣານີ, ຣັດເຊຍ Grozny, Russia, 4 ກັນຍາ 2017.

ສະຫະລັດ ​ໄດ້​ຈັດ​ໃຫ້​ຊາວຣັດ​ເຊຍ 5 ຄົນ ຢູ່​ໃນ​ລາຍ​ຊື່​ບັນ​ຊີດຳດ້ານການເງິນ ຊຶ່ງ​ຮວມທັງ​
ຊາວ​ເຊັກສ​ເນຍ ​ຄົນເກັ່ງຜູ້​ນຶ່ງ ຄື ຣາມ​ແຊນ ຄາ​ດີຣ໊ອຟ (Ramzen Kadyrov) ຜູ້​ຊຶ່ງ​ໄດ້
​ຖືກ​ກ່າວ​ຫາ​ວ່າ ທຳ​ການ​ສັງຫານ​ພວກ​ຜູ້​ຄົນ​ທີ່​ພະຍາຍາມ​ທີ່​ຈະ​ເປີດ​ເຜີຍ​ການສໍ້ລາດ
ບັງຫຼວງ​ຂອງ​ລັດຖະບານ.

ກະຊວງການ​ເງິນ​ຂອງ​ສະຫະລັດ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້ ວ່າ ​ທ່ານຄາ​ດີຣ໊ອຟ
“​ແມ່ນ​ເປັນ​ຜູ້ກຳກັບໃນລັດຖະບານ​ ທີ່​ພົວພັນ​ກັບ​ການ​ຫາຍ​ສາບ​ສູນ ​ແລະ ການ​ເຂັ່ນ​
ຂ້າ​ແບບນອກກົດໝາຍ, ​ໃນ​ຂະນະ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ກ່າ​ວວ່າ ​ລາວ​ມີ​ບົດ
ບາດ​ສຳຄັນ ​ໃນ​ການ​ທໍ​ລະ​ມານ ​ພວກ​ຮັກຂ້າມ​ເພດທັງຫຼາຍ​ໃນ​ເຊັກສ​ເນຍ.”

“ເຊື່ອກັນ​ວ່າ ນຶ່ງ​ໃນຈຳນວນ​ພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ຂອງ ​ຄາ​ດີຣ໊ອຟ ​ ​ໄດ້​ຖືກ
​ສັງຫານ​ຕາມ​ຄຳ​ສັ່ງ​ຂອງ​ຜູ້ກ່ຽວ, ຫຼັງ​ຈາກ​ທີ່​ໄດ້​ກ່າວ​ຫາ​ໃນ​ການທໍລະ​ມານ ​ແລະ​ການ​ປະຕິບັດທີ່ຜິດໆຕໍ່ ​ໃນເຊັກສ​ເນຍ,”
ຕາມ​ຄຳ​ເວົ້າ​ຂອງ​ກະຊວງ​ການ​ເງິນ​ນັ້ນ.

ການ​ລົງ​ໂທດ​ຂອງ​ສະຫະລັດ ​ແມ່ນ​ໄດ້​ກິດ​ກັນ 5 ບຸກຄົນ ຈາກ​ການ​ປະ​ກອບ​ທຸລະ​ກິດ​
ດ້ານການ​ເງິນ​ແຕ່​ຢ່າງ​ໃດ ​ໃນ​ສະຫະລັດ ​ແລະ ​ເກືອດ​ຫ້າມ​ຊາວ​ອາ​ເມຣິກັນ​ປະກອບ
​ທຸລະ​ກິດ​ກັບ​ພວກ​ກ່ຽວ​ເຊັ່ນ​ກັນ.

ພາບຂອງທະນາຍຄວາມ ເຊີເກ ເມທກນີຕສກີ (Sergei Magnitsky), ຜູ້ຊຶ່ງໄດ້ເສຍຊີວິດໃນຄຸກl, ທີ່ແມ່ທ່ານ ກໍຄື ທ່ານນາງນາຕາລີຢາ ເມກນິສກາຢາ (Nataliya Magnitskaya) ໄດ້ຖືໄວ້,ໃນຂະນະທີ່ທ່ານນາງກ່າວ ໃນໍະຫວ່າງການໃຫ້ສຳພາດກັບອົງການຂາວ AP ທີ່ອອສກູ, 30 ພະຈິກ 2009.

ນອກຈາກເລື່ອງ​ຂອງ​ທ່ານຄາ​ດີຣ໊ອຟແລ້ວ ສະຫະລັດ ຍັງ​ໄດ້ ກ່າວ​ຫາ ທ່ານ ອາ​ຢັບ
ກັດ​ເຕອີ​ບວ໌ (Ayub Kataev) ຫົວໜ້າ​ຄຸກ ​ທັງເປັນ​ຫົວໜ້າ​ຂອງ​ສາຂາ​ສາຍ​ພົວພັນ​ນາໆ
ຊາດ​ຂອງເຊັກສ​ເນຍ ວ່າທຳ​ການ​ສັງຫານ​ນອກ​ຕຸລາການ ​ແລະ​ການລະ​ເມີດ​ສິດທິ​ມະນຸດ
​ອື່ນໆ ທີ່​ຮວມທັງ ການ​ທໍລະ​ມານ​ພວກ​ກະ​ເທີຍ​ນຳ.

ນອກນັ້ນສະຫະລັດ ຍັງ​ໄດ້ ກ່າວ​ຫາ ຜູ້​ຊາຍ​ອີກ 3 ຄົນ ຄື ທ້າວ ອາ​ເລັກ​ຊີ ​ເຊ​ສຢາ
(Alexei Sheshya), ຢູ​ເລຍ ມາ​ໂຢ​ໂຣວາ (Yulia Mayorova), ອອນ​ເດຣພາ​ຟລອຟວ໌ (Andei Pavlov) ວ່າພົວພັນ​ກັບ​ເງິນ​ພາສີ​ຫຼອກ​ລວງ ​ຈຳນວນ 230 ລ້ານ​ໂດ​ລ່າ ທີ່​ພົບ​
ເຫັນ​ໂດຍ ທະນາຍຄວາມ​ເຊີ​ເກ​ ເມທກນີຕສກີ (Sergei Magnitsky) ​ໃນ​ກອງງທຶນ ​
ເຮີ​ມີ​ທາຊ໌ (Hermitage Fun) ທີ່​ມີ​ຫ້ອງການ​ຢູ່ໃນຣັດ​ເຊັຍ​ ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ