ລັດນິວຢອກ ທີ່ຕັ້ງຢູ່ໃນພາກຕາເວັນອອກສຽງເໜືອຂອງສະຫະລັດ ໄດ້ໃຫ້ການອະນຸມັດຕໍ່
ການແຕ່ງງານຂອງຄົນເພດດຽວກັນຊຶ່ງເປັນໄຊຊະນະທີ່ສຳຄັນຂອງພວກສະໜັບສະໜຸນສິດ
ທິກະເທີຍໃນການຊອກສະແຫວງຫາຄວາມສະເໝີພາບຂອງພວກເຂົາເຈົ້ານັ້ນ.
ຫຼັງຈາກໄດ້ມີການອະພິປາຍກັນຢ່າງກວ້າງຂວາງແລ້ວສະພາສູງຂອງລັດນິວຢອກກໍໄດ້ໃຫ້
ການອະນຸມັດຕໍ່ຮ່າງກົດໝາຍດັ່ງກ່າວ ໃນຕອນແລງຂອງມື້ວັນສຸກວານນີ້ດ້ວຍຄະແນນສຽງ
33 ຕໍ່ 29 ຂະນະທີ່ສະມາຊິກສະພາສູງຂອງພັກຣີພັບບລີກັນ 2 ທ່ານທີ່ຍັງບໍ່ທັນຕັດສິນ
ໃຈກ່ອນໜ້ານີ້ໄດ້ລົງຄະແນນສຽງເຫັນພ້ອມນຳ. ບໍ່ດົນໃນເວລາຕໍ່ມາຜູ້ປົກຄອງລັດນິວຢອກ
ທ່ານ Andrew Cuomo ກໍໄດ້ລົງນາມໃນຮ່າງກົດໝາຍດັ່ງກ່າວໃຫ້ກາຍເປັນກົດໝາຍມີ
ຜົນບັງຄັບໃຊ້.
ຈາກການອະນຸມັດໃນຂັ້ນສຸດທ້າຍນັ້ນ ລັດນິວຢອກໄດ້ກາຍເປັນລັດທີ 6 ຂອງສະຫະລັດທີ່
ພວກກະເທີຍສາມາດແຕ່ງງານໄດ້ແລະມາຮອດປັດຈຸບັນແມ່ນເປັນລັດທີ່ໃຫຍ່ທີ່ສຸດ. ພວກ
ກະເທີຍສາມາດເລີ່ມແຕ່ງງານໄດ້ ຢູ່ທີ່ລັດນິວຢອກພາຍໃນເວລາ 30 ມື້.
ລັດນິວຢອກ ສາມາດກາຍເປັນບ່ອນດຶງດູດເອົາການແຕ່ງງານປະເພດນີ້ຍ້ອນລັດນິວຢອກບໍ່
ໄດ້ບັງຄັບວ່າພວກທີ່ມາຂໍຈົດທະບຽນສົມລົດຕ້ອງເປັນຄົນໃນລັດດັ່ງກ່າວ.
ພວກນັກເຄື່ອນໄຫວຖືວ່າ ການໃຫ້ອະນຸມັດຂອງລັດນິວຢອກນີ້ ມີຄວາມສຳຄັນເປັນພິເສດ
ຍ້ອນວ່າ ລັດນິວຢອກເປັນລັດທີ່ໃຫຍ່ອັນດັບ 3 ຂອງສະຫະລັດແລະຍ້ອນການມີສະຖານະ
ພາບນາໆຊາດທີ່ສູງ ຂອງນະຄອນນິວຢອກ. ນອກນັ້ນ ນະຄອນດັ່ງກ່າວຍັງຖືວ່າເປັນບ່ອນ
ກຳເນີດ ຂອງຂະບວນການເຄື່ອນໄຫວ ເພື່ອສິດທິຂອງພວກກະເທີຍດ້ວຍການກໍ່ຈະລາຈົນ
ຂຶ້ນທີ່ໂຮງແຮມ Stonewall ໃນຄຸ້ມ Greenwich Village ຂອງນະຄອນນິວຢອກໃນປີ
1969 ນັ້ນ.