​ສຫລ ຈະໃຫ້ເງິນຊ່ວຍ​ເຫຼືອ 60 ລ້ານ​ໂດ​ລາ ​ແກ່ບັນດາ ປະເທດ ໃນເຂດ Sahel ຂອງ​ທະວີບອາ​ຟຣິກາ

ເຄື່ອງໝາຍກອງທັບມາລີ ທີ່ຕິດໃສ່ເສື້ອຂອງທະຫານຄົນນຶ່ງ ຖືກຖ່າຍຮູບເອົາ ໃນຂະນະທີ່ມີການປະຕິບັດງານຂອງ Barkhane ຕ້ານພວກກະບົດ ຢູ່ໃນເມືອງ Tin Hama ຂອງ Mali ໃນວັນທີ 19 ຕຸລາ, 2017.

ສະຫະລັດ​ໃຫ້​ຄໍາໝັ້ນສັນຍາ​ວ່າ ຈະ​ໃຫ້​ເງິນ​ຊ່ວຍ​ເຫລືອ​ຫລາຍ​ເຖິງ 60 ລ້ານ​ໂດ​ລາ​ແກ່
ປະເທດຕ່າງໆໃນເຂດ Sahel ຂອງ​ທະວີບອາ​ຟຣິກາ ​ເພື່ອຊ່ວຍໃນ​ພາລະກິດ​ຕ້ານ
ພວກ​ກໍ່ການ​ຮ້າຍ.

ການ​ໃຫ້​ທຶນ​ທີ່​ປະກາດໃນ​ວັນ​ຈັນ​ວານ​ນີ້ ໂດຍ​ທ່ານ Rex Tillerson, ລັດຖະມົນຕີ​
ກະຊວງການຕ່າງປະ​ເທດ​ສະຫະລັດ ​ແມ່ນຈະ​ໃຊ້​ເພື່ອໃຫ້ການ​ສະໜັບສະໜຸນ​ແກ່​ກຸ່ມ
ກໍາລັງປະຕິບັດ​ພາລະກິດ​ຮ່ວມຫ້າປະເທດ ໃນເຂດ Sahel ຊຶ່ງເປັນກອງ​ກຳລັງທະ
ຫານ ທີ່​ສ້າງ​ຂຶ້ນ​ມາໂດຍ Burkina Faso, Chad, Mali, Mauritania ​ແລະ ​ໄນ​ເຈີ ​ໃນ​ຕອນ​ຕົ້ນໆ ປີນີ້.

ທ່ານ Tillerson ​ເວົ້າຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ວ່າ "ການ​ທີ່​ຈະ​ຕີ​ຊະນະ​ການກໍ່
ການ​ຮ້າຍ​ໄດ້ ​ແມ່ນ​ຂຶ້ນກັບ​ການ​ທີ່​ຮັບປະກັນ​ໃຫ້ແນ່​ໃຈວ່າ ອົງກາ​ນກໍ່ການ​ຮ້າຍ​ບໍ່ສາ
ມາດ​ທີ່​ຈະ​ມີ​ບ່ອນ​ລີ້ຊ່ອນ​ ຢູ່​ໃນ​ທະວີບ​ໃດ​ ໄດ້​ທັງ​ນັ້ນ. ເງິນ​ຊ່ວຍ​ເຫລືອ​ກ້ອນ​ນີ້ ຈະ​ເພີ້ມ
ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ຄູ່​ຮ່ວມປະຕິບັດ​ງານ​ຂອງ​ພວກ​ເຮົາ​ຢູ່​ໃນ​ຂົງ​ເຂດດັ່ງກ່າວ ​ໃນ
​ການ​ຕໍ່ສູ້ ​ເພື່ອ​ຮັບປະກັນ​ຄວາມ​ສະ ຫງົບ​ແລະ​ສະຖຽນລະ​ພາບ ​ໃນຂະນະ​ທີ່​ປະ​ເຊີນ
ກັບກຸ່ມ ISIS ​ກຸ່ມ​ທີ່ມີເຂືອ​ຄ່າ​ຍກັບກຸ່ມນີ້ ແລະກຸ່ມກໍ່ການ​ຮ້າຍ​ອື່ນ​ໆ ອີກ."

ຢູ່​ໃນ​ກອງ​ປະຊຸມ​ຂອງ​ສະພາ​ຄວາມໝັ້ນຄົງອົງການ​ສະຫະ​ປະຊາ​ຊາດກ່ຽວກັບກໍາລັງ
ປະຕິບັດ ​ພາລະກິດ​ຮ່ວມ​ຢູ່ເຂດ Sahel ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ນາງ Nikki Haley
​ເອກ​ອັກຄະ​ລັດຖະທູດ​ຂອງ​ສະຫະລັດ ໄດ້ເວົ້າ​ຢ່າງ​ຈະ​ແຈ້ງວ່າ ​ເງິນ​ທຶນ​ດັ່ງກ່າວ​ຈ​ະອີງ
​ໃສ່​ການພົວພັນ​ສອງ​ຝ່າຍ, ຂຶ້ນກັບ​ການ​ອະນຸມັດ​ຂອງ​ລັດຖະສະພາ ​ແລະ​ຈະ​ບໍ່​ໄດ້ເອົາໃຫ້
​ໂດຍ​ຜ່ານອົງການ​ສະຫະ​ປະຊາ​ຊາດ ທີ່​ພະຍາຍາມ​ຈະ​ສ້າງຕັ້ງກອງ​ທຶນ ​ແລະ​ການ​ຊ່ວຍ​
ເຫລື​ອທີ່​ຍືນ​ຍົງ​ໃຫ້​ແກ່​ກໍາລັງປະຕິບັດ​ງານ​ດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ