ການຢຸດຍິງໃນຊີເຣຍ ອາດບໍ່ເກີດຂຶ້ນ ໃນຂະນະທີ່ີມີຄວາມເປັນຫ່ວງປ້ອງກັນ ແລະແຜ່ຂະຫຍາຍການຂັດແຍ້ງ

ຮູບພາບເຜີຍແຜ່ໂດຍ ນາຍໝໍທີ່ບໍ່ມີພົມແດນ ສະແດງໃຫ້ເຫັນ ໄຟໄໝ້ຢູ່ເມືອງ Aleppo.

ບັນດາ​ນັກ​ການ​ທູດລະດັບ​ສູງ​ຂອງ​ສະຫະລັດ ຣັດ​ເຊຍ ​ແລະ​ຕາ​ເວັນ​ອອກ​ກາງ ຈະ​ພະຍາ​ຍາມສະ​ສາງ​ຂໍ້​ຕົກລົງການ​ຢຸດ​ຍິງ ​ຊີ​ເຣຍ ທີ່​ລົ້ມ​ແຫລວ​ໃນ​ວັນ​ເສົາ​ມື້​ອຶ່ນນີ້ ພ້ອມ​ກັບ​ການ​ສົນທະນາ​ທີ່​ນະຄອນ Lausanne ປະ​ເທດ Switzerland ຕິດຕາມ​ມາ​ດ້ວຍ​ການ​ປະຊຸມ​ຕ່າງຫາກ​ໃນ​ວັນ​ອາທິດ​ທີ​ນະຄອນ​ລອນ​ດອນ.

ຄວາມ​ພະຍາຍາມ​ຄັ້ງ​ໃໝ່​ເກີດ​ຂຶ້ນ​ບໍ່​ຮອດ​ສອງ​ອາທິດ ຫລັງ​ຈາກ​ສະຫະລັດ ​ໄດ້​ລົບລ້າງ​ການ​ເຈ​ລະ​ຈາ​ສອງ​ຝ່າຍ​ກັບຣັດ​ເຊຍ ​ແລະ​ທັງ​ສອງຝ່າຍ​ໄດ້​ແລ​ກປ່ຽນ​ເຫັນ​ພ້ອມ​ໃນ​ການ​ກ່າວ​ຫາ​ຊຶ່ງກັນ​ແລະ​ກັນ. ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ກ່າວ​ວ່າ ​ເຂົາ​ເຈົ້າ​ມີຄວາມຫວັງຕໍ່​ຜົນ​ທີ່ອອກມາໃນ​ທາງ​ບວກ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ແລະລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov ສົນທະນາກັນທີ່ ນະຄອນ Geneva, Switzerland ທີ 14 ກັນຍາ ປີ 2013.

​ແຕ່​ວ່າ​ໃນ​ຂະນະ​ທີ່​ການ​ສູ້​ລົບຍັງ​ດຳ​ເນີນ​ຢູ່ໃນ​ເຂດ​ຍຶດຄອງ​ຂອງ​ເມືອງ Aleppo ບັນດາ​ນັກ ວິ​ເຄາະ​ພາກັນມີ​ຄວາມສົງ​ໄສວ່າ​ຈະ​ບໍ່​ມີ​ການ​ຢຸດ​ຍິງ​ໃດໆ.

ຮອງ​ບັນນາທິການ​ໜັງສືພິມ Yezhenedelny Zhumal (Weekly Journal) ທ່ານ Alexander Golts ກ່າວ​ວ່າ “​ແລະຣັດ​ເຊຍໂຈມ​ຕີ​ຢ່າງ​ໜັກ​ເພື່ອ​ໃຫ້ການ​ສະໜັບສະໜູນ​ກຳລັງ​ທີ່​ມີ​ຄວາມອິດ​ເມື່ອຍ​ຂອງ ປະທານາທິບໍ​ດີ Bashar al-Assad ​ໃນ​ຄວາມ​ພະຍາຍ​າມທີ​ຈະ​ຄວບ​ຄຸມ​ເອົາ​ເມືອງ Aleppo. ບັດ​ນີ້ ມັນເປັນ​ທີ່​ແຈ້ງ​ຂາວ​ວ່າ ​ເປົ້າ​ໝາຍ​ຂອງຣັດ​ເຊຍ​ບໍ່​ແມ່ນ​ການ​ຕໍ່ສູ້​ກັບ​ພວກ​ກໍ່​ການ​ຮ້າຍຈາກ​ລັດ​ອິສລາມ ຫລື IS (Islamic State) ຫລື Jabhat al-Nausra ​ເປົ້າ​ໝາຍ​ຂອງຣັ​ດ​ເຊຍ​ແມ່ນການ​ສະໜັບສະໜູນ ທ່ານ Assad. ​ແລະຈຸດ​ສຳຄັນໃນຄວາມ​ກົງກັນຂ້າມ​ລະຫວ່າງຕາ​ເວັນ​ຕົກ ​ແລະ ຣັດ​ເຊຍ.”

ຫລາຍ​ຄົນ​ເຊື່ອວ່າ ກ່ອນ​ອຶ່ນໝົດຣັດ​ເຊຍ​ຕ້ອງການ​ຊ່ວຍ​ເຫລືອ ທ່ານ Assad ​ຄວບ​ຄຸມ​ເອົາ​ເມືອງ Aleppo ​ເພື່ອ​ວ່າເຂົາ​ເຈົ້າສາມາດ​ຢູ່​ໃນ​ໜ້າ​ທີ່ອັນ​ເຂັ້ມ​ແຂງ​ໃນ​ການ​ເຈລະຈາຕໍ່​ລອງ.

ຮູບພາບເຜີຍແຜ່ໂດຍກຸ່ມປ້ອງກັນພົນລະເຮືອນ ຊີເຣຍ ທີ່ຮູ້ກັນວ່າ White Helmets ສະແດງໃຫ້ເຫັນຊາວບ້ານ ຢູ່ກັບຊາກຫັກພັງ.

ແຕ່ວ່າຣັດ​ເຊຍ​ຍັງ​ໄດ້​ເຕືອນ​ກຳລັງ​ແນວ​ໂຮມທີ່​ແນ​ໃສ່​ພວກ​ທະຫານ​ບ້ານ ​ບອກ ໃຫ້​ເຂົາ​ເຈົ້າ​ຢູ່​ຫ່າງໄກ ​ແລະ​ໄດ້​ຂົ່ມຂູ່​ທີ່​ຈະ​ຍິງ​ເຮືອບິນ​ໃດໆ​ທີ່​ເຂົ້າ​ມາ​ໃກ້​ກຳລັງ​ທະຫານຣັດ​ເຊຍ ​ແລະ​ຊີ​ເຣຍ.

​ໃນ​ຂະນະ​ທີ່​ການ​ຢຸດ​ຍິງ​ເປັນ​ທີ່​ຕ້ອນ​ຮັບ ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ຄວາມ​ເປັນ​ຫວ່ງ​ໃຫຍ່​ກໍ​ຄືການ​ປ້ອງ​ກັນ​ການແຜ່​ຂະ​ຫຍາ​ຍຂັດ​ແຍ້​ງທີ່​ແຜ່​ລາ​ມອອກ​ໄປ​ໃນ​ຊີ​ເຣຍ.

ທ່ານ Golts ກ່າວ​ວ່າ “ສາມ​ອາທິດ​ທີ່​ຜ່ານ​ມາ​ພວກ​ເຮົາ​ໄດ້​ສົນທະນາ​ ​ໃນຄວາມ​ເປັນ​ໄປ​ໄດ້ ຂອງ​ກາ​ນຮ່ວມ​ມື​ທາງ​ທະຫານ ລະຫວ່າງຣັດ​ເຊຍ ​ແລະ​ສະຫະລັດ. ບັດ​ນີ້​ສິ່ງ​ທີ່​ອາດ​ເປັນ​ໄປ​ໄດ້​ທັງ​ໝົດນັ້ນ​ໄດ້​ຫາຍ​ສາບ​ສູນ​ໄປ. ​ເປົ້າ​ໝາຍສຳຄັນ​ທີ່​ເປັນຄວາມ​ຈິງ​ກໍ​ຄື​ຫາ​ທາງ​ຫລີກ​ຫລ່ຽງການ​ປະ​ເຊີນ​ໜ້າ​ກັນ​ທາງ​ທະຫານ ບັດ​ນີ້​ລະຫວ່າງ​ສະຫະລັດ ​ແລະຣັ​ດ​ເຊຍ ຢູ່​ໃນ​ຊີ​ເຣຍ.”

ອ່ານຂ່າວນີເພີ້ມເປັນພາສາອັງກິດ