ສຫລ ແລະ ຣັດເຊຍ ຕຽມລົງນາມ ບົດບັນທຶກ ຄວາມເຂົ້າໃຈ ໃນ ຊີເຣຍ

ເຮືອບິນລົບ ສະຫະລັດ ນຳພາກຳລັງແນວໂຣມ ທີ່ເຫັນຢູ່ເມືອງ Kobanii ໃກ້ກັບຊາຍແດນ Mursitpinar ລະຫວ່າງ ເທິກີ ແລະ ຊີເຣຍ.

ທຳນຽບຫ້າແຈກ່າວວ່າ ຣັດ​ເຊຍ ແລະ​ສະຫະລັດມີທ່າທາງວ່າ
ຈະ​ລົງນາມໃນ​ບົດ ບັນທຶກຄວາມ​ເຂົ້າໃຈ​ ກ່ຽວ​ກັບຄວາມ​ປອດ
​ໄພ​ທາງອາກາດຢູ່ເທິງເຂດ​ນ່ານຟ້າ​ຊີ​ເຣຍ ​ໃນ​ວັນ​ອັງຄານ​ມື້ນີ້.

ໂຄສົກ​ທຳນຽບຫ້າ​ແຈ ຮ້ອຍ​ເອກກອງທັບ​ເຮືອ ທ່ານ Jeff
Davis ກ່າວ​ຕໍ່ບັນ ດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ “​ມັນ​ພຽງ​
ແຕ່​ເປັນ​ຄຳ​ຖາມ​ງ່າຍໆ ເວລາ​ນີ້​ເປັນ​ຄຳ​ເວົ້າ​ຢູ່ໃນ​ເອກ​ກະສາ​ນ
​ແລະ​ໃຫ້​ມີ​ການ​ລົງ​ນາມ​ກັນ ​ເພາະສະ​ນັ້ນ ພວກ​ເຮົາ​ໃກ້​ທີ່​ສຸດແລ້ວ.” ​

ຮ້ອຍເອກ Davis ​ໄດ້​ເນັ້ນ​ໜັກ​ວ່າ ກົດລະບຽບທີ່ໄດ້ມີການຈັດ
ຕັ້ງຂຶ້ນ ກັບຣັດເຊຍ ບໍ່ແມ່ນ​ພາກ​ສ່ວນ​ຂອງຂໍ້ຕົກລົງໃນຂອບເຂດກວ້າງຂວາງ ທີ່ທັງ​ສອງ​ປະ​ເທດ​ສາມາດປະຕິບັດ​ງານ​ຢູ່​ໃນຊີ​ເຣຍ. ມັນ​ພຽງ​ແຕ່​ແນ​ໃສ່​ ເພື່ອ​ປ້ອງ​ກັນບໍ່​ໃຫ້​ເຮືອບິນ
ສະຫະລັດ ​ແລະຣັດ​ເຊຍຕຳ​ກັນຢູ່​ເທິງນ່ານ​ຟ້າຊີ​ເຣຍ ບ່ອນ​ທີ່​ທັງ​ສອງ​ປະ​ເທດ ກຳລັງ​ປະຕິບັດ​ງານ​ຖິ້ມ​ລະ​ເບີດ.

ຄວັນໄຟຜຸ່ງຂື້ນ ຈາກການໂຕມຕີຂອງທະຫານຊີເຣຍ ຫລັງຈາກ ຣັດເຊັຍໄດ້ຖີ້ມລະເບີດ.

ທ່ານກ່າວວ່າ “ມັນ​ເປັນ​ການ​ເຈາະ​ຈົງທີ່ແຄບໆ​ໃສ່​ຄວາມ​ປອດ​ໄພ​ທາງ​ອາກາດ. ມັນ​ບໍ່
​ແມ່ນການ​ຕົກລົງກັນ. ຄວາມ​ຈິງ​ແລ້ວ​ພວກ​ເຮົາ​ບໍ່​ເຫັນ​ດີ​ກ່ຽວກັບພື້ນຖານ ເກືອບ​ທຸກ​ຢ່າງ​
ທີ່​ຣັດເຊຍໄດ້ປະຕິບັດ​ງານ ​ຢູ່​ໃນຊີ​ເຣຍ.

​ເຈົ້າ​ໜ້າ​ ທີ່ສະຫະລັດຄົນ​ໜຶ່ງ​ກ່າວ​ຕໍ່ວີ​ໂອ​ເອວ່າ ບົດ​ບັນ​ທຶກຄວາມ​ເຂົ້າໃຈນີ້ ຈະຮວມທັງ
ການເລືອກ​ຄື້ນວິທະຍຸ​ໃນ​ການ​ສື່ສານ ​ແລະ​ມາດຕະ​ການ​ດ້ານຄວາມ​ອື່ນໆທີ່ມີການນຳໃຊ້
ຮ່ວມກັນ “ແບບມືອາຊີບ” ​ເທິງເຂດນ່ານ​ຟ້າຊີ​ເຣຍ.

​ແນວ​ໂຮມພາຍໃຕ້ການນຳພາຂອງສະຫະລັດ ​ໄດ້​ແນ​ເປົ້າ​ໝາຍ​ໃ​ສ່ພວກ​ຫົວ​ຮຸນ​ແຮງ​ລັດ
​ອິສລາມ​ໃນ​ຊີ​ ເຣຍໂດຍການໂຈມຕີຖິ້ມລະເບີດຫຼາຍ​ກວ່າ 2,600 ຖ້ຽວ​ ນັບ​ຕັ້ງ​ແຕ່​ເດືອນ
ກັນຍາ ປີ 2014 ເປັນຕົ້ນມາ.

ຣັດ​ເຊຍກ່າວ​ວ່າ ຕົນ​ກໍແນ​ເປົ້າ​ໝາຍ​ໃສ່ກຸ່ມລັດ​ອິສລາມ​ ​ເຊັ່ນ​ດຽວກັນ ​ແລະ​ພວກ​ກຸ່ມ​ກໍ່​ການ
​ຮ້າຍ​ອື່ນໆ ​ແຕ່​ວ່າທຳ​ນຽບຫ້າ​ແຈ ​ແລະ​ບັນດາ​ກຸ່ມປົກປ້ອງ​ສິດ​ທິມະນຸດ​ໃນຊີ​ເຣຍກ່າວ​ວ່າ
ການ​ໂຈມ​ຕີ​ສ່ວນ​ໃຫຍ່​ຂອງ​ຣັ​ດເຊຍ ບໍ່​ມີ​ບ່ອນ​ໃດ​ຢູ່​ໃກ້​ກັບ​ເຂດ ​ທີ່ລັດ​ອິສລາມ ຄວບ​ຄຸມ​ຢູ່
​ນັ້ນ.

ກຸ່ມ​ສີ້​ງຊອມ​ສິດ​ທິມະນຸດໃນ​ຊີ​ ເຣຍ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ໂຈມຕີ​ທາງ​ອາກາດ
ຂອງຣັດ​ເຊຍ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 45 ຄົນ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນແຂວງ Latakia.