ຄວາມສຳພັນ ລະຫວ່າງ ສຫລ ກັບ ຣັດເຊຍ ກ້າວຈາກ ປັບໃໝ່ ໄປສູ່ ຊຸດໂຊມ

ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຊ້າຍ) ແລະ ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ຈັບມື ໃນລະຫວ່າງ ການຖະແຫຼງຂ່າວ ຮ່ວມກັນ.

ຣັດ​ເຊຍ ​ໃນ​ວັນ​ພຸດ​ວານ​ນີ້ໄດ້​ໂຈະ​ຂໍ້​ຕົກລົງການ​ຮ່ວມ​ມື​ດ້ານ​ນິວ​ເຄລຍແລະການຄົ້ນຄວ້າ ​ກ່ຽວ​ກັບ​ເລື້ອງພະລັງງານທີ່​ມີ​ອາຍຸ 3 ປີກັບ​ສະຫະລັດ ຊຶ່ງ​ເປັນການ​ເຄື່ອນ​ໄຫວ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ສຳພັນສອງ​ຝ່າຍ​ທີ່​ພວມ​ຊຸດ​ໂຊມ​ລົງ.

ເຈົ້າໜ້າ​ທີ່ອາວຸ​ໂສ​ສະຫະລັດ​ທ່ານ​ນຶ່ງ ທີ່ຂໍ​ສະຫງວນ​ຊື່​ກ່າວ​ຕໍ່​ວີ​ໂອ​ເອວ່າ “ມັນ​ເປັນ​ເລື່ອງ​ທີ່​ໜ້າ​ເປັນ​ຫ່ວງ​ແທ້ໆ.”

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໃນ​ມື້ວັນ​ຈັນ​ຜ່ານ​ມານີ້ ຍັງ​ໄດ້ລົງ​ນາມ​ໃນ​ດຳລັດ​ສະບັບນຶ່ງ ​ໂຈະ​ການ​ຮ່ວມ​ມື​ກັບ​ສະຫະລັດ ກ່ຽວ​ກັບ​ການ​ຈັດການ ​ກັບ​ທາດ​ປລູ​ໂຕ​ນຽມທີ່​ສາມາດ​ນຳ​ໄປ​ສ້າງ​ອາວຸດ​ໄດ້ໂດຍ​ອ້າງ “ການ​ກະທຳ​ແບບບໍ່​ເປັນ​ມິດ” ຂອງ​ວໍ​ຊິງ​ຕັນ ຊຶ່ງ​ໝາຍ​ເຖິງ​ການ​ລົງ​ໂທດ ​ພາຍ​ໃຕ້​ການ​ນຳພາ​ ຂອງສະຫະລັດຕໍ່​ມົສກູ ຍ້ອນ​ການ​ກະທຳ​ຂອງ​ປະ​ເທດ​ດັ່ງກ່າວ​ໃນ​ຢູ​ເຄຣນ.

ການ​ຍົກ​ເລີກຂໍ້​ຕົກລົງ​ ກ່ຽວ​ກັບ​ທາດ​ປລູ​ໂຕ​ນຽມ​ ແມ່ນ​ເປັນ​ເລື້ອງທີ່​ໜ້າ​ເສົ້າ​ໃຈ​ທີ່​ສຸດຍ້ອນ​ສິ່ງ​ເຫລົ່ານີ້ ​ແມ່ນ​ນອນ​ຢູ່ໃນ​ຂົງ​ເຂດ​ທີ່​ພວກ​ເຮົາ​ໄດ້​ຮ່ວມ​ມື​ກັນ​ແບບ​ສຳ​ເລັດ​ຜົນ ​ໃນ​ໄລຍະ​ຜ່ານ​ມາ ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Mark Toner ​ໂຄສົກ​ກະຊວງ​ການຕ່າງປະ​ເທດ​ສະຫະ ລັດ ​ໃນລະຫວ່າງ​ການ​ຖະ​ແຫຼງຂ່າວ​ໃນ​ວັນ​ພຸດ​ວານ​ນີ້.

ສະຫະລັດ ​ໄດ້​ຢຸດ​ການເຈລະຈາ​ໂດຍ​ກົງ​ກ່ຽວ​ກັບ​ການ​ຢຸດ​ຍິງ​ໃນ​ຊີ​ເຣຍກັບຣັດ​ເຊຍ ທ່າມ ກາງ​ການ​ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ທະຫານ ​ຕໍ່​ເປົ້າໝາຍ​ພົນລະ​ເຮືອນ ​ໂດຍ​ທີ່​ລັດຖະບານ​ສະ ຫະລັດ​ໄດ້​ປະກາດ​ວ່າ​ຄວາມ​ອົດທົນ​ຂອງ​ຕົນ​ຕໍ່​ມົສກູ​ໄດ້​ໝົດ​ລົງ​ແລ້ວ.

​ແຕ່​ແນວ​ໃດ​ກໍ​ຕາມ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໄດ້​ໂອ້​ລົມກັນ​ອີກ​ ໃນ​ມື້ ວັນ​ພຸດ​ວານ​ນີ້ ກ່ຽວ​ກັບ​ເລື້ອງຊີ​ເຣຍ.

ພວກ​ນັກ​ການ​ທູດ​ທັງ​ໃນ​ວໍ​ຊິງ​ຕັນ​ແລະ​ມົສກູ​ ຕ່າງ​ກໍ​ກ່າວ​ວ່າ ສະຫະລັດເປັນຜູ້ຮ້ອງຂໍ ຊຶ່ງ ຍັງກວມ​ເຖິງ​ສະຖານະ​ການ​ໃນ​ຢູ​ເຄຣນ​ແລະ​ເກົາຫຼີ​ເໜືອ​ນຳ​ດ້ວຍ.

​ໄດ້​ມີ​ການ​ພົບ​ປະ​ແບບ​ເຊິ່ງໜ້າ​ໃນ​ລະດັບ​ສູງລະຫວ່າງ​ສະຫະລັດ​ແລະຣັດ​ເຊຍ​ທີ່​ນະຄອນ ຫລວງ​ມົສກູ​ ໃນ​ວັນ​ພຸດ​ວານ​ນີ້ ໂດຍທ່ານ​ນາງ Victoria Nuland ລັດຖະມົນຕີ ​ຊ່ອຍ​ວ່າ ການ​ກະຊວງ​ການ​ຕ່າງປະ​ເທດ ຮັບຜິດ​ຊອບກິດຈະການ​ຢູ​ໂຣບ ​ແລະ​ຢູ​ໂຣບ​ເອ​ເຊຍ.

ທ່ານ​ນາງ Nuland ທີ່​ຕິດຕາມ​ໂດຍ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງຊາດ​ໄດ້​ພົບ​ປະ​ກັບ​ພວກ​ເຈົ້າໜ້າ​ທີ່ຣັດ​ເຊຍຮວມທັງ​ຜູ້​ຊ່ອຍ​ປະທານາທິບໍດີທ່ານ Vladislav Surkov. ພວກ​ທ່ານ​ໄດ້​ຫາລື​ກັນ​ກ່ຽວ​ກັບ​ການ​ຢຸດ​ຍິງ ​ໃນ​ປີ 2015 ​ແລະ​ຂໍ້​ຕົກລົງ​ສັນຕິພາບ​ຢູເຄຣນ ຊຶ່ງ​ຮູ້​ກັນ​ໃນ​ນາມ​ສັນຍາ Minsk ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ