ສຫລ ສະເໜີເພີ່ມການໃຊ້ຈ່າຍ ດ້ານນິວເຄລຍ

  • ໄພສານ ວໍຣະຈັກ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຊ້າຍ) ແລະ ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev (ຂວາ) ລົງນາມໃນຂໍ້ຕົກລົງລົດກຳລັງອາວຸດນິວເຄລຍໃນເດືອນເມສາ.

ເຈົ້າໜ້າທີ່ລັດຖະສະພາສະຫະລັດກ່າວວ່າ ລັດຖະບານທ່ານໂອບາມາໄດ້ສະເໜີເພີ້ມເງິນ 4
ພັນລ້ານໂດລາ ສຳລັບສະຖານທີ່ຕ່າງໆທີ່ພົວພັນກັບອາວຸດ ນິວເຄລຍຂອງສະຫະລັດໃນ
ຄວາມພະຍາຍາມເພື່ອຢາກໃຫ້ພັກຣີພັບບລີກັນ ສະໜັບສະໜຸນສົນທິສັນຍາ ຄວບຄຸມອາ
ວຸດກັບຣັດເຊຍ.

ໜັງສືພິມ Washington Post ລາຍງານວ່າ ລັດຖະບານທ່ານໂອບາມາກຳລັງສົນທະ
ນາຫາລືກ່ຽວກັບເລື່ອງເງິນຈຳນວນດັ່ງກ່າວກັບສະມາຊິກສະພາສູງທີ່ສຳຄັນໆຂອງພັກ
ຣີພັບບລີກັນ.

ເງິນຈຳນວນ 4 ພັນລ້ານໂດລາສຳລັບໄລຍະ 5 ປີຂ້າງໜ້ານີ້ແມ່ນເພີ້ມໃສ່ຈຳ ນວນ 10
ພັນລ້ານໂດລາທີ່ໄດ້ກຳນົດໄວ້ສຳລັບໄລຍະ 10 ປີຂ້າງໜ້າ.

ປະທານາທິບໍດີບາຣັກ ໂອບາມາກ່າວວ່າ ການຮັບຮອງເອົາສົນທິສັນຍາລົດກຳລັງອາວຸດ
ທີ່ເອີ້ນຫຍໍ້ວ່າ START ສະບັບໃໝ່ນັ້ນ ແມ່ນນຶ່ງໃນບູລິມມະສິດຂອງທ່ານສຳລັບສະໄໝ
ປະຊຸມຂອງສະພາສູງສະຫະລັດ ທີ່ຈະເລີ້ມຂຶ້ນ ໃນອາທິດໜ້ານີ້. ໃນປີໜ້າ ຄະແນນສຽງ
ສ່ວນຫຼາຍຢູ່ໃນສະພາສູງຂອງພັກເດໂມແຄຣັທ ຈະ ຫຼຸດໜ້ອຍລົງ ເຮັດໃຫ້ເປັນການຍາກ
ຫຼາຍຂຶ້ນ ທີ່ຈະຮັບຜ່ານສົນທິສັນຍາດັ່ງກ່າວນີ້.