ກຊ. ການຕ່າງປະເທດ ສຫລ. ກ່າວວ່າ ສຫລ ແລະຣັດເຊຍ ຕົກລົງ ສືບຕໍ່ທາງການທູດ ກ່ຽວກັບ ເລື່ອງເກົາຫຼີເໜືອ

ພວກຜູ້ຄົນ ເບິ່ງໂທລະພາບ ທີ່ສະແດງເຖິງການຍິງລູກສອນໄຟ ຂອງເກົາຫຼີເໜືອ ທີ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, 21 ພະຈິກ 2017.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ​ເຣັກສ ທິລລະ​ສັນ (Rex Tillerson)
​ແລະລັດຖະມົນຕີການຕ່າງປະເທດຣັດ​ເຊຍ ທ່ານ ເຊີເກ ລາເວີຣອບວ໌ ​ໄດ້ “ຕົກລົງ​ທີ່​
ຈະ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ຢ່າງ​ສັນຕິ​ ທາງ​ການ​ທູດ ​ເພື່ອ​ຫາ​ທາງ​ແກ້​ໄຂໃຫ້​ສຳ​ເລັດ ​
ເລື່ອງ​ການ​ປອດ​ນິວ​ເຄລຍຂອງ​ແຫຼມ​ເກົາຫຼີ,”
ອິງຕາມ​ກະຊວງການຕ່າງປະເທດ
ສະຫະລັດ ​ໃນ​ວັນ​ພຸດ​ວານ​ມາ​ນີ້.

ຖະແຫຼງການຂອງກະຊວງຕ່າງປະເທດສະຫະລັດ ກ່າວ​ວ່າ ທັງ​ສອງ​ທ່ານ​ໄດ້​ໂອ້​ລົມ
​ສົນທະນາ​ກັນທາງໂທລະສັບ ​ໃນ​ວັນ​ອັງຄານ​ມື້ກ່ອນ ​ກ່ຽວກັບຄວາມ​ເປັນ​ຫ່ວງ​ເປັນ​ໃຍ
ເລື່ອງ ການຍຸຕິ “​ໂຄງການ​ນິວ​ເຄລຍ ​ແລະ​ການ​ເນັ້ນ​ຢໍ້າວ່າທັງສະຫະລັດ ແລະຣັດ​
ເຊຍຕ່າງກໍ​ບໍ່ຍອມຮັບ​ວ່າ”
​ພຽງ​ຢາງ​ເປັນມະຫາ​ອຳນາດດ້ານ​ນິວ​ເຄລຍ.

ມື້​ນຶ່ງ​ກ່ອນ​ໜ້າ​ນັ້ນ ກະຊວງການຕ່າງປະເທດຣັດ​ເຊຍ ​ໄດ້​ກ່າວ​ວ່າ ທ່ານ ລາເວີຣອບວ໌​
ໄດ້​ບອກຄູ່​ຕຳ​ແໜ່​ງອາ​ເມຣິກັນຂອງທ່ານ​ ວ່າ “ວາທະສິນອັນກ້າວ​ລ້າວຂອງວໍ​ຊີງ​ຕັນ
​ຍິ່ງ​ໄດ້​ສ້າງ​ຄວາມ​ເຄັ່ງ​ຕຶງ ໃນແຫຼມ​ເກົາຫຼີຕື່ມຂຶ້ນ. ນອກນັ້ນຣັດ​ເຊຍ ຍັງ​ໄດ້​ກ່າວ​ວ່າ
ທ່ານ ລາເວີຣອບວ໌​ໄດ້​ເອີ້ນ ຄຳເວົ້າ​ຂອງ​ສະຫະລັດເປັນ​ທີ່ຍອມຮັບ​ເອົາ​ບໍ່​ໄດ້.

​ໃນ​ຄະນະ​ດຽວ​ກັນ​ນີ້ ກະຊວງ​ການ​ເງິນ​ສະຫະລັດ ​ກໍໄດ້​ປະກາດ ການ​ລົງ​ໂທດຕໍ່ບັນດາ​
ເຈົ້າ​ໜ້າ​ທີ່​ຂອງເກົາຫຼີ​ເໜືອ ສອງທ່ານ ​ໃນ​ບົດບາດ​ຂອງ​ພວກ​ເຂົາກະທຳ ໃນ​ໂຄງການ
​ລູກ​ສອນ​ໄຟຂີ​ປະ​ນາ​ວຸດຂອງພຽງຢາງ.

ການ​ເອົາ​ບາດກ້າວ​ທີ່​ວ່າ​ນີ້ ມີ​ຂຶ້ນ​ຕາມ​ຫຼັງ ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​
ຊາດໄດ້​ຮັບ​ຜ່ານ​ຢ່າງຖ້ວມ​ລົ້ນ ຕໍ່ມະຕິ​ໃນ​ວັນ​ສຸກຜ່ານ​ມາ​ນີ້ ທີ່​ກຳ​ຈັດ​ຮັດ​ແຄບ ​ຈຳນວນ
​ນ້ຳມັນ ​ແລະ​ນ້ຳມັນ​ກາ​ຊວນ ຂອງ​ເກົາຫຼີ​ເໜືອ ທີ່ສາມາດ ນຳ​ເຂົ້າ ​ແລະ ຈັດ​ໃກ້​ມີ​ການ
ກວດ​ຂັນ​ຢ່າງ​ເຄັ່ງ​ຄັດ ຂອງ​ກຳ​ປັ່ນ​ທີ່​ສົງ​ໄສ​ວ່າ ນຳ​ເຂົ້າ​ສິ່ງ​ທີ່​ຕ້ອງ​ຫ້າມ​ດັ່ງກ່າວ ທີ່ຜິດ​
ກົດໝາຍ ນັ້ນ.

​ເກົາຫຼີ​ເໜືອ ​ໄດ້​ເອົາ​ບາດກ້າວ​ຂຶ້ນ​ຕື່ມ​ໃນໂຄງການ​ນິ​ວເຄລຍຂອງ​ຕົນ ​ແລະ​ໂຄງການ​
ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ໃນ​ປີ 2017, ທີ່​ໄດ້ທົດ​ລອງລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ໃນ​ລະດັບ
​ນາໆ​ຊາດ ຫຼື (ICBM) ທີ່​ເອີ້ນ​ວ່າ Hwasong -15 ​ໃນ​ເດືອນ​ແລ້ວ​ນີ້. ເກົາຫຼີ​ເໜືອ ​
ໄດ້ອ້າງວ່າ​ ​ຫົວລະເບີດຂອງ​ຕົນ ສາມາດ​ທີ່​ຈະ​ສົ່ງອາ​ວຸດ ​ໄປ​ຍັງ​ທຸກໆ​ແຫ່ງ​ ​ໃນທະວີ​ບ
ອາ​ເມ​ຣິ​ກາ. ການ​ທົດ​ລອງ​ນີ້ ​ແມ່ນ​ເປັນ​ຄັ້ງ​ທີ 3 ຂອງ​ໂຄງການ(ICBM) ​ໃນ​ປີ​ນີ້ ​ແລະ​ເປັນ
​ຄັ້ງ​ທີ 20 ຂອງ​ການ​ທົດ​ລອງ​ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ໃນ​ປີ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ