ສະຫະລັດແລະຣັດເຊຍໄດ້ເປີດການເຈລະຈາເພື່ອໄກ່ເກ່ຍໃຫ້
ມີການຢຸດຍິງຢູ່ໃນຊີເຣຍຫຼັງຈາກໄດ້ປະສົບກັບຄວາມລົ້ມແຫຼວ
ທີ່ຈະເຮັດໃຫ້ວັນສຸກວານ ນີ້ເປັນກຳນົດເສັ້ນຕາຍເພື່ອຍຸຕິການ
ສູ້ລົບກັນ.
ເຈົ້າໜ້າທີ່ ຂອງທັງສອງປະເທດ ໄດ້ທຳການເຈລະຈາກັນ ທີ່ນະ
ຄອນເຈນີວາໃນຕອນແລງວັນສຸກວານນີ້ເພື່ອຊອກຫາຊ່ອງທາງ
ໃຫ້ມີການຍຸຕິການເປັນປໍລະປັກໃນໄລຍະຍາວ ທີ່ຈະຊ່ອຍການ
ດຳເນີນຄວາມພະຍາຍາມ ເພື່ອຈັດສົ່ງ ປັດໄຈບັນເທົາທຸກ ດ້ານ
ມະນຸດສະທຳໄປໃຫ້ເຂດທີ່ຍັງຖືກປິດລ້ອມຕ່າງໆ.
ກຸ່ມນາໆຊາດສະໜັບສະໜຸນຊີເຣຍທີ່ປະກອບດ້ວຍ 17 ປະເທດໄດ້ຕົກລົງກັນສ້າງຕັ້ງຄະ
ນະກຳມະການຢຸດຍິງ ໃນຊີເຣຍ ທີ່ຢູ່ພາຍໃຕ້ຄວາມອຸບປະຖຳຂອງອົງການສະຫະປະຊາ
ຊາດໃນລະຫວ່າງການປະຊຸມກັນຢູ່ນະຄອນມິວນິກເມື່ອວັນສຸກອາທິດແລ້ວ. ກຸ່ມດັ່ງກ່າວ
ໄດ້ຕົກລົງກັນ ໃຫ້ສະຫະລັດ ແລະຣັດເຊຍ ເປັນປະທານຮ່ວມ ຂອງຄະນະກຳມະການດັ່ງ
ກ່າວ.
ພາຍໃຕ້ແຜນການຂອງຄະນະກຳມະການນີ້ ການຍຸຕິຄວາມເປັນປໍລະປັກກັນຈະເລີ້ມຂຶ້ນ
ພາຍໃນເວລານຶ່ງອາທິດໃນຂະນະທີ່ກຳມະການຫາທາງສ້າງຕັ້ງກົນໄກກ່ຽວກັບແຜນການ
ຢຸດຍິງໃນຂອບເຂດທີ່ກວ້າງຂວາງຢູ່ນັ້ນ.
ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ຮັບຮູ້ກ່ຽວກັບບັນຫາທ້າທາຍ
ຕ່າງໆໃນການທີ່ຈະບັນລຸຂໍ້ຕົກລົງດັ່ງກ່າວນີ້.
ທ່ານ Kerry ກ່າວໃນລະຫວ່າງການຢຸດແວ່ຢູ່ທີ່ກຸງລອນດອນ ຂະນະທີ່ເດີນທາງໄປຍັງນະ
ຄອນຫລວງອຳມານຂອງຈໍແດັນ ບ່ອນທີ່ທ່ານມີແຜນການ ທີ່ຈະຫາລືວິກິດການຊີເຣຍ ກັບ
ພວກເຈົ້າໜ້າທີ່ຈໍແດັນວ່າ ທຸກໆຄົນແມ່ນຮັບຮູ້ ເຖິງຄວາມສັບສົນ ຂອງຄວາມພະຍາຍາມ ດັ່ງກ່າວ ແລະແນ່ນອນ ຍັງມີອີກຫລາຍສິ່ງຫລາຍຢ່າງ ທີ່ຈະຕ້ອງໄດ້ກະທຳ.
Your browser doesn’t support HTML5
Syria Ceas Fire Talks