ສະຫະລັດກຳລັງພະຍາຍາມເຮັດໃຫ້ມັນງ່າຍຂຶ້ນສຳລັບບໍລິສັດແລະອົງການຈັດຕັ້ງທັງຫຼາຍ ເພື່ອເສີມຂະຫຍາຍດ້ານຄວາມປອດໄພທາງໄຊເບີຂອງພວກເຂົາເຈົ້າ ໃນການປະເຊີນກັບການໂຈມຕີທີ່ເພີ້ມຂຶ້ນນັບມື້ ທີ່ແນໃສ່ເຮັດໃຫ້ການປະຕິງານຂອງພວກເຂົາເຈົ້າຍຸຕິລົງ ໂດຍການລັກເອົາຂໍ້ມູນຂອງພວກເຂົາ ຫຼື ຮຽກເອົາເງິນຄ່າໄຖ່.
ບັນດາເຈົ້າໜ້າທີ່ຢູ່ກະຊວງຮັກສາຄວາມປອດໄພພາຍໃນ ແລະອົງການຮັກສາຄວາມປອດໄພທາງໄຊເບີ ແລະຄວາມປອດໄພດ້ານພື້ນຖານໂຄງລ່າງ ຫຼື CISA ໄດ້ນຳສະເໜີ ເປົ້າໝາຍການປະຕິບັດງານດ້ານຄວາມປອດໄພທາງໄຊເບີ ໃໝ່ ໃນວັນພະຫັດວານນີ້ ໂດຍອະທິບາຍເຖິງມັນວ່າ ເປັນສິ່ງທີ່ສຳຄັນຍິ່ງ ແຕ່ເປັນແຫລ່ງຂອງຄວາມສະໝັກໃຈ ທີ່ຈະຊ່ອຍບໍລິສັດແລະອົງການຈັດຕັ້ງທັງຫຼາຍ ໃຫ້ຕັດສິນໃຈໄດ້ດີຂຶ້ນກວ່າເກົ່າ.
“ແທ້ຈິງແລ້ວ ສິ່ງທີ່ເປັນເປົ້າໝາຍການປະຕິບັດງານດ້ານຄວາມປອດໄພທາງ ໄຊເບີ ສະເໜີໃຫ້ເຫັນ ແມ່ນລາຍການຂອງທາງເລືອກຕ່າງໆເພື່ອສ້າງຄວາມທັນສະໄໝໃນດ້ານຄວາມປອດໄພທາງໄຊເບີຂອງເຈົ້າ” ນັ້ນຄື ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ, ທ່ານອາເລຮານໂດຣ ມາໂຢກາສ ໄດ້ກ່າວຕໍ່ບັນດານັກຂ່າວ ໂດຍອະທິບາຍເຖິງສິ່ງທີ່ໄດ້ນຳເໜີວ່າ ເປັນ “ຊ່ວງຂອງການຫັນປ່ຽນ” ສຳລັບການຮັກສາຄວາມປອດໄພທາງໄຊເບີ.
ທ່ານກ່າວຕື່ມວ່າ “ພວກມັນເຂົ້າເຖິງໄດ້ ພວກມັນເຂົ້າໃຈໄດ້ງ່າຍ ແລະພວກມັນ ລະບຸໄດ້ ອີງຕາມຄ່າໃຊ້ຈ່າຍທີ່ແຕ່ລະຄົນ ທີ່ຈະໄດ້ເຫັນ, ຄວາມສະຫລັບ ສັບຊ້ອນໃນການຈັດຕັ້ງປະຕິບັດເປົ້າໝາຍ, ພ້ອມກັນນັ້ນ ລະດັບຂອງຜົນ ກະທົບຂອງເປົ້າໝາຍໃນການຈັດຕັ້ງປະຕິບັດ ທີ່ຄວນຈະມີ.”
Your browser doesn’t support HTML5
Experts: Cyberattacks on US Airport Websites Highlight Ongoing Threats
ເປັນເວລາຫຼາຍເດືອນ ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ເຕືອນເຖິງຄວາມ ສະຫລັບສັບຊ້ອນທີ່ຫຼາຍຂຶ້ນເລື້ອຍໆ ແລະໄພອັນຕະລາຍດ້ານສະພາບແວດ ລ້ອມໃນພື້ນທີ່ຂອງອິນເຕີເນັດ, ຊຶ່ງມັນໄດ້ກົດດັນລັດຖະບານ ໃຫ້ປຸກລະດົມ ຄວາມຕື່ນຕົວ ທີ່ເອີ້ນວ່າ “Shields Up” ທີ່ໄດ້ຖືກຜັກດັນສ່ວນນຶ່ງໂດຍການ ບຸກລຸກຢູເຄຣນຂອງຣັດເຊຍ ໃນຕົ້ນປີນີ້.
ກະຊວງດັ່ງກ່າວຍັງໄດ້ດຶງຄວາມສົນໃຈໄປຫາເລື້ອງການໂຈມຕີທາງໄຊເບີ ໂດຍອີຣ່ານ ແລະເກົາຫຼີເໜືອ ໃນຂະນະດຽວກັນ ເຕືອນວ່າ ທັງສອງປະເທດນີ້ ແລະພວກຄົນທີ່ບໍ່ມີປະເທດ ໄດ້ສະແກນແລະແນເປົ້າໝາຍໃສ່ພື້ນຖານໂຄງລ່າງທີ່ສຳຄັນໆຂອງສະຫະລັດ ຫຼາຍຂຶ້ນນັບມື້, ຈາກບໍລິສັດນ້ຳປະປາ ແລະໄຟຟ້າ ຈົນເຖິງສະໜາມບິນຕ່າງໆ ຊຶ່ງໄດ້ຖືກໂຈມຕີໂດຍບໍ່ໃຫ້ເຂົ້າໃຊ້ຄອມພິວເຕີຫຼາຍຮອບມາແລ້ວ ໃນເດືນອຕຸລາ.
ພວກບໍລິສັດຮັກສາຄວາມປອດໄພທາງໄຊເບີ ທີ່ເປັນຂອງເອກະຊົນ ກໍໄດ້ເຕືອນເຊັ່ນກັນ ໃນການໂຈມຕີທີ່ເພີ້ມຫຼາຍຂຶ້ນ ຕໍ່ພວກບໍລິສັດດ້ານການຮັກສາສຸຂະພາບ ແລະການສຶກສາ ແລະອົງການຄົ້ນຄວ້າຕ່າງໆ.