ສະຫະລັດ ສຳເລັດ ການແກ້ໄຂ ຄະດີ ໂທລະສັບ IPhone

ຜູ້ຊາຍຄົນໜຶ່ງຖືໂທລະສັບ iPhone ຂອງລາວ ໃນລະຫວ່າງການຊຸມນຸມ ສະໜັບສະໜູນ ການປິດຂໍ້ມູນ ເປັນເລື່ອງສ່ວນຕົວ ຢູ່ນອກຮ້ານໂທລະສັບ Apple ໃນນະຄອນ San Francisco, ລັດ California.

ກະຊວງຍຸດຕິທຳສະຫະລັດໄດ້ຄົ້ນພົບວິທີສຳລັບການປົດລັອກ​ເພື່ອເຂົ້າເຖິງຂໍ້ມູນຂອງໂທລະສັບມືຖື Iphone 5c ທີ່ໃຊ້ງານດ້ວຍ software iOS9 ຂອງບໍລິສັດ Apple ດ້ວຍການນຳໃຊ້ວິທີການ ທີ່ພວກເຂົາເຈົ້າບໍ່ໄດ້ອະທິບາຍຢ່າງເປີດເຜີຍຈາກແຫຼ່ງຂ່າວພາຍ ນອກທີ່ພວກເຂົາເຈົ້າບໍ່ໄດ້ລະບຸຊື່.

ຄວາມຄືບໜ້າດັ່ງກ່າວໄດ້​ເຮັດ​ໃຫ້ການຕໍ່ສູ້ກັນທາງດ້ານກົດໝາຍ ສິ້ນສຸດລົງ ລະຫວ່າງ ລັດຖະບານ ແລະ ບໍລິສັດ Apple ໃນຄະດີທີ່ ພົວພັນ​ກັບໂທລະສັບມືຖື ເຊິ່ງຖືກໃຊ້ໂດຍມືປືນ ໃນການໂຈມຕີທີ່ ເມືອງ San Bernadino, ລັດ California ປີກາຍນີ້. ແຕ່ວ່າການ ຕໍ່ສູ້ຄະດີແມ່ນຍັງບໍ່ຈົບງ່າຍ ເຊິ່ງການຕໍ່ສູ້ທັງໝົດແມ່ນລວມມີສິ່ງທີ່ ລັດຖະບານຕ້ອງໄດ້ເຫັນກ່ຽວກັບປະຊາຊົນຂອງຕົນເອງ ແລະ ດ້ວຍວິທີໃດ.

ດອກໄມ້ ແລະ ທຸງຊາດ ອາເມຣິກາ ຖືກຫ້ອຍໃສ່ຮົ້ວເພື່ອໄວ້ອາໄລໃຫ້ກັບ ຜູ້ເຄາະຮ້າຍຈາກການໂຈມຕີກໍ່ການຮ້າຍທີ່ເມືອງ San Bernadino ລັດ California. 2 ທັນວາ 2015.

ສະມາຊິກສະພາຈາກລັດ California ທ່ານ Darrell Issa ຜູ້ທີ່ໄດ້ ນຳໜ້າສະໜັບສະໜູນການປົດລັອກຂອງໂທລະສັບ Iphone ໄດ້ ກ່າວວ່າ ມັນດີກວ່າທີ່ຈະໃຫ້ຄະດີສິ້ນສຸດລົງໂດຍປາສະຈາກການ ຕັດສິນຂອງສານທີ່ຂະຫຍາຍອອກຢ່າງກວ້າງຂວາງເພື່ອອະນຸຍາດ ໃຫ້ລັດຖະບານສາມາດປົດລະຫັດເຂົ້າໃຊ້ໂທລະສັບໜ່ວຍນັ້ນໄດ້, ແຕ່ວ່າ ຄຳຖາມຕ່າງໆທີ່ສຳຄັນ ກ່ຽວກັບ ຂໍ້ມູນສ່ວນຕົວແມ່ນຍັງ ຄົງມີຢູ່.

ທ່ານ Issa ໄດ້ກ່າວວ່າ “ແນ່ນອນທີ່ສຸດ ມັນຈະຕ້ອງມີກໍລະນີອື່ນໆ ແລະ ໃນຂະນະທີ່ພວກເຮົາໄດ້ໂຕ້ຖຽງກັນ ກ່ຽວກັບບັນຫານີ້ ​ໃນ​ຖານະ ທີ່​ເປັນປະເທດ, ພວກເຮົາຕ້ອງເຮັດໃຫ້ມັນເປັນເລື່ອງທີ່ ຂັບຂັນຢູ່ ກ່ຽວກັບ ຄວາມພະຍາຍາມ ເພື່ອຫາຄວາມໄດ້ປຽບ ຂອງສະຖານະການທີ່ລະອຽດອ່ອນນີ້ ເພື່ອລວບລວມ ອຳນາດອັນມະຫາສານ ແລະ ການ ຄວບຄຸມຂອງລັດຖະບານ ເຊິ່ງເກືອບຈະທຸກເທື່ອ ເປັນການທຳລາຍອິດ​ສະຫຼະພາບ​ຂອງ​ສ່ວນ​ບຸກຄົນ ແລະ ເລື່ອງສ່ວນຕົວຂອງ​ພວກ​ເຮົາ.”

ທະນາຍຄວາມຂອງບໍລິສັດ Apple ໄດ້ກ່າວວ່າ ພວກເຂົາເຈົ້າຫວັງວ່າລັດຖະບານ ຈະບໍ່ເຜີຍ ແຜ່ຂະບວນການໃດໆ ທີ່ເຮັດໃຫ້ພວກເຂົາເຈົ້າສາມາດປົດລັອກຂອງໂທລະສັບ ທີ່ໄດ້ໃຊ້ໂດຍ ມືປືນທ້າວ Syed Farook ນັ້ນ, ແຕ່ຫຼັງຈາກທະນາຍຄວາມຂອງລັດຖະບານກາງໄດ້ເຫັນດີ ທີ່ຈະຖອນຄຳສັ່ງຂອງທ່ານນາງໃນຄະດີຕໍ່ກັບບໍລິສັດ Apple ໃນວັນຈັນວານນີ້, ສິ່ງດັ່ງກ່າວ ນັ້ນກໍເບິ່ງຄືວ່າຈະບໍ່ເກີດຂຶ້ນ.​

Your browser doesn’t support HTML5

US APPLE FBI

.