ນັກຄົ້ນຄ້ວາ ສະຫະລັດ ຫວັງທີ່ຈະ ຄົ້ນພົບ ວິທີເຮັດໃຫ້ ປອດຢູ່ໄດ້ ດົນຂຶ້ນ ກ່ອນທໍາ ການຜ່າຕັດ ໃສ່ໃຫ້ ຄົນເຈັບ (ວີດີໂອ)

Your browser doesn’t support HTML5

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ບັນດາ​ນັກວິທະຍາສາດ​ອາ​ເມຣິກັນ ກໍາ
ລັງ​ທໍາ​ການ​ທົດ​ລອງຄົ້ນ​ຄ້ວາ ທີ່​ເຂົາ​ເຈົ້າ​ຫວັງ​ວ່າ ຈະເພິ່ມທະ
ວີຈໍານວນປອດ ທີ່​ຄົນບໍລິຈາກ​ໃຫ້ ພວກຄົນ​ເຈັບ​ທີ່​ຕ້ອງການ
​ຜ່າຕັດປອດ​ໃໝ່​ນັ້ນ.​ ຄື​ເຂົາ​ເຈົ້າ​ກໍາລັງພະຍາ ຍາມ​ຊອກ​ຫາ
​ວິທີ​ທີ່​ດີທີ່​ສຸດ​ເພື່ອ​ເກັບ​ຮັກສາ​ປອດ ທີ່​ເອົາ​ມາ​ຈາກ​ຜູ້​ບໍລິຈາກ
​ທີ່​ຕາຍແລ້ວ​ນັ້ນ ​ໃຫ້​ໄດ້ດີ​ແລະ​ດົນ​ທີ່​ສຸດ ຈົນ​ກ່ວາ​ຈະ​ສາມາດ
​ນໍາ​ໄປຜ່າຕັດ​ໃສ່​ໃຫ້​ຄົນ​ເຈັບ ທີ່​ຕ້ອງການ​ປອດ​ໃໝ່​ນັ້ນ. ດາຣາ
ມີ​ລາຍ​ລະ​ອຽດ ກ່ຽວ​ກັບ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ ຈາກ​ລາຍ​ງານ​
ຂອງ Zlatica Hoke.

Your browser doesn’t support HTML5

ຟັງລາຍງານເລື້ອງ ໂຄງການຄົ້ນຄ້ວາ ກ່ຽວກັບປອດ ສໍາລັບຜ່າຕັດ


ທີ​ມນັກ​ວິທະຍາສາດ ທີ່​ນໍາພາ​ໂດຍ​ Dr. Thomas Egan ​ແຫ່ງ​ມະຫາ​ວິທະຍາ​ໄລ​ລັດ ​
ແຄ​ໂຣລາຍ​ນາ ທີ່​ເມືອງ Chapel Hill ​ເປັນ​ຜູ້​ທໍາ​ການທົດ​ລອງ​ຄົ້ນ​ຄ້ວາທີ່​ວ່າ​ນີ້. ປອດ​
ແມ່ນ​ເປັນອະ​ໄວ​ຍະ​ວະ ທີ່​ຍັງ​ຢູ່​ໃນ​ສະພາບ​ດີ ​ໄດ້​ດົນ​ກ່ວາ​ອະ​ໄວ​ຍະ​ວະ​ອື່ນໆ ​ເພາະວ່າ​
ຍັງ​ມີອາກາດຢູ່​ທາງ​ໃນປອດ ຫລັງ​ຈາກ​ເຈົ້າ​ຂອງ​ປອດ​ໄດ້​ເສ​ຍຊີວິດ​ໄປ​ແລ້ວ. Dr. Egan
ກ່າວ​ວ່າ ພວກ​ນັກ​ຄົ້ນ​ຄ້ວາຫວັງວ່າ ຈະ​ຄົ້ນ​ພົບ​ວິ​ທີ​ທີ່​ຖ່ວງ​ດຶງ​ເວລາການ​ເສື່ອ​ມ​ເສຍ​ຂອງ​
ປອດ​ນັ້ນ ​ໄວ້​ໃຫ້​ໄດ້​ດົນ​ທີ່​ສຸດ.

Dr. Egan ​ເວົ້າ​ວ່າ “ການ​ຄົ້ນ​ພົບວິທີ​ທີ່​ວ່າ​ນີ້ ຈະ​ສົ່ງ​ຜົນໃຫ້ຈໍານວນຂອງ​ປອດ
ທີ່​ຈະ​ມີ​ໄວ້​ສໍາລັບ​ຜ່າຕັດໃຫ້ຄົນ​ເຈັບ​ນັ້ນ ມີ​ເພີ່ມ​ຂຶ້ນ. ​ເວລາ​ນີ້ ຢູ່​ໃນ​ສະຫະລັດ
ພວກ​ເຮົາ​ທໍາ​ການຜ່າຕັດ​ປອດ ປີ​ລະ 1.800 ​ເທື່ອ. ພວກ​ເຮົາ​ຄິດ​ວ່າ ເຮົາ​ສາ
ມາດ​ເຮັດ​ໄດ້​ຮອດ 40 ພັນ​ຫາ 50 ພັນ​ເທື່ອ​ຕໍ່​ປີ.”


ສໍາລັບ​ຫລາຍໆພັນ​ຄົນ​ແລ້ວ ການຜ່າຕັດ​ແມ່ນ​ຄວາມ​ຫວັງ​ອັນ​ດຽວ​ເທົ່າ​ນັ້ນທີ່​ເຂົາ​ເຈົ້າ​ມີ
ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ສາມາດ​ຫາຍ​ໃຈ​ໄດ້​ຢ່າງ​ເປັນ​ປົກກະຕິ. ນາງ Lisa Bowman ກໍ​
ເປັນ​ຜູ້​ນຶ່ງ​ໃນ​ນັ້ນ.

ນາງ Lisa ​ເວົ້າ​ວ່າ “ຂ້ອຍ​ບໍ່​ເຄີຍ​ມີ​ມື້​ໃດ ທີ່​ຫາຍ​ໃຈ​ໄດ້​ເປັນ​ປົກກະຕິ ​ເລີຍ.”

​ແຕ່​ວ່າການ​ໄປ​ຜ່າຕັດເອົາ​ອະ​ໄວ​ຍະ​ວະ​ປອດ ມາ​ຈາກ​ຜູ້​ບໍລິຈາກ​ທີ່​ເສຍ​ຊີວິດຢ່າງກະທັນ
ຫັນ ແລະ​ບໍ່​ໄດ້​ຕາຍ​ຢູ່​ໂຮງໝໍ​ນັ້ນ ໂດຍ​ສ່ວນ​ໃຫຍ່​ແລ້ວ ແມ່ນເປັນ​ເລື້ອງທີ່​ຫຍຸ້ງຍາກແລະ
​ເພາະສະ​ນັ້ນ ມີ​ຮອດ 80 ​ເປີ​ເຊັນ​ຂອງ​ປອດ​ທີ່​ໄດ້​ຮັບ​ບໍລິຈາກ​ມາ ​ຈະ​ໃຊ້​ການ​ບໍ່​ໄດ້. ແລະ
​ເຖິງ​ແມ່ນ​ວ່າ ປອດສໍາລັບ​ການຜ່າຕັດ​ນັ້ນ ​ສ່ວນ​ໃຫຍ່​ຈະ​ມາ​ຈາກ​ຜູ້​ບໍລິຈາກ​ທີ່​ເສຍ​ຊີວິດ​
ຢູ່​ໂຮງໝໍ​ກໍ​ຕາມ ​ແຕ່​ປອດ​ເຫລົ່າ​ນັ້ນ​ກໍ​ມັກ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຍ້ອນ​ພັດ​ລົມ​ແລະ​ອາ
ການ​ແຊກ​ຊ້ອນ​ອື່ນໆໃນ​ລະຫວ່າງ ທີ່​ລໍຖ້າ​ຢູ່​ໂຮງໝໍ. Dr. Egan ຢາກ​ໃຫ້​ໄປ​ຮອດ​ໄປ​
ເຖິງ​ ຜູ້​ບໍລິຈາກ​ທີ່​ຕາຍ​ຢ່າງ​ກະທັນຫັນ ຢູ່​ບ້ານ​ຂອງ​ເຂົາ​ເຈົ້າ ​ຫລື​ແຫ່ງ​ອື່ນ​ໆ​ໃນ​ປະຊາ​ຄົມ ​
ນັ້ນໂດຍ​ໄວ ​ແລ້ວ​ໃຫ້​ພະນັກງານ​ແພດ​ປໍ້າ​ເອົາ​ອາກາດໜ້ອຍ​ນຶ່ງ​ເຂົ້າ​ໃສ່​ໃນ​ປອດຂອງ​
ເຂົາ​ເຈົ້າ ​ເພື່ອ​ຮັກສາ​ປອດ​ນັ້ນ​ໄວ້ ​ໃນ​ຂະນະ​ທີ່​ຍ້າຍ​ສົບ​ໄປ ຍັງ​ໂຮງໝໍ ​ເພື່ອ​ຜ່າຕັດ​ເອົາ​
ປອດ​ອອກ.

​ໃນ​ການ​ທົດ​ລອງ​ນີ້ ທີ​ມງານ​ຂອງ Dr. Egan ຈະປະຕິບັດ​ຂັ້ນ​ຕອນ​ນຶ່ງ​ທີ່​ເອິ້ນ​ວ່າ ex
vivo lung perfusion ​ໂດຍ​ໃຊ້​ເຄື່ອງ​ຈັກ​ອັນ​ນຶ່ງ ​ປໍ້າເອົາອາກາດ​ແລະ​ນໍ້າ​ ຜ່ານເຂົ້າໄປ​
ໃນປອດ​ ​ເພື່ອ​ໃຫ້​ປອດ​ມີ​ຊີວິດ​ຢູ່ໄດ້ ດົນ​ຂຶ້ນ ​ແລະ​ເພື່ອໃຫ້​ສາມາດ​ກວດເບິ່ງ​ໄດ້​ວ່າ ປອດ​
ນັ້ນ ມີ​ພະຍາດຫລື​ບໍ່ ຫລື​ວ່າ​ ໃຊ້​ການ​ບໍ່​ໄດ້​ແລ້ວ.

Dr. Egan ​ເວົ້າ​ວ່າ “​ໂດຍ​ການ​ເຮັດ​ແນວ​ນີ້​ຢູ່​ເລື້ອຍໆ ພວກ​ເຮົາ​ກໍ​ມີ​ທາງ​ທີ່ຈະ
ເຮັດ​ມັນໄດ້ ​ຢ່າງ​ມີ​ປະສິດທິ​ຜົນ​ຫລາຍ​ຂຶ້ນ ຊຶ່ງ​ກໍ​ຈະ​ປັບປຸງ​ໂອກາດ​ໃຫ້​ດີ​ຂຶ້ນ ​
ບໍ່​ພຽງ​ແຕ່ໃນ​ການຜ່າຕັດ​ປອດໃຫ້​ຄົນ​ເຈັບ ​ແຕ່ຍັງ​ຈະ​ມີ​ປອດ​ທີ່​ທໍາງານ​ໄດ້​ດີ​
ຂຶ້ນ ຫລັງ​ຈາກເອົາ​ມາ​ຈາກ​ຜູ້​ບໍລິຈາກ​ທີ່​ຕາຍ​ຢ່າງ​ກະທັນຫັນນັ້ນ.”


ພວກ​ປອດ​ທີ່​ຜ່ານ​ການກວດ​ສຸຂະພາບ​ແລ້ວ​ນັ້ນ ຈະ​ຖືກ​ນໍາ​ໄປ​ຜ່າຕັດ​ໃສ່ ​ໃຫ້​ພວກ​ຄົນ​
ເຈັບ ທີ່​ເຂົ້າ​ຮ່ວມ​ໃນ​ການ​ຄົ້ນ​ຄ້ວາ​ທີ່​ໄດ້​ຮັບ​ທຶນ​ຈາກ​ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​ຊາດ.

ນາງ Lisa Bowman ​ໄດ້​ມີ​ຊື່​ຢູ່​ໃນ​ບັນຊີ​ພວກລໍຖ້າ​ຜ່າຕັດ​ປອດ​ໃໝ່ ມາ​ເປັນ​ເວລາ​ສອງ​
ປີ​ແລ້ວ ຫລັງ​ຈາກ​ທີ່​ພະຍາດ​ກໍາມະພັນ​ທີ່​ຫາ​ຍາກ​ຊະນິດ​ນຶ່ງ ຄ່ອຍໆ​ທໍາລາຍ​ປອດ​ຂອງ​
ນາງ. ນາງ​ຫວັງ​ວ່າ ການ​ຄົ້ນ​ຄ້ວາ​ນີ້​ຈະ​ຊ່ວຍ​ໃຫ້​ນາງ​ພົບ​ຜູ້​ບໍລິຈາກ ທີ່​ມີ​ປອດ​ຄື​ກັນ​ກັບ​
ຂອງ​ນາງ​ໄດ້​ໄວ​ຂຶ້ນ.

ນາງ Lisa ​ເວົ້າ​ວ່າ “ຂ້ອຍ​ບໍ່​ຄິດ​ວ່າ ຈະ​ມີ​ສິ່ງ​ໃດ​ໜ້າ​ຕຶື່ນ​ເຕ້ນ​ຫລາຍ​ໄປ​ກ່ວາ​ນີ້
ອີກ​ແລ້ວ. ຂ້ອຍ​ຄິດ​ວ່າ ການ​ສາມາດ​ຫາຍ​ໃຈ​ໄດ້​ເປັນ​ປົກກະຕິ​ນັ້ນ ​ແມ່ນ​ເປັນ
​ສິ່ງ​ຍອດ​ຍ້ຽມທີ່​ສຸດ.”


ບັນດາ​ນາຍ​ແພດ​ຊ່ຽວຊານ​ດ້ານ​ການຜ່າຕັດ ກໍ​ພາກັນ​ຕິດຕາມ​ເບິ່ງດ້ວຍ​ ຄວາມ​ສົນ​ໃຈ​
ຢ່າງ​ໃຫຍ່ ວ່າ ​ໂຄງການ​ນີ້​ຈະ​ໄດ້ຜົນ​ບໍ່?