ສະຫະລັດ ຂໍຮ້ອງໃຫ້ ສະຫະປະຊາຊາດ ລົງຄະແນນສຽງ ເພື່ອລົງໂທດ ເກົາຫຼີເໜືອ

ຊາວເກົາຫລີເໜືອຫລາຍພັນຄົນ ພາກັນເຕົ້າໂຮມກັນຢູ່ ຈະຕຸລັດ Kim Il Sung ຖືປ້າຍ ແລະຄໍາຂວັນ ສະແດງ ຄວາມບໍ່ພໍໃຈຕໍ່ ສະຫະປະຊາຊາດ ທີ່ລົງໂທດເກົາຫລີເໜືອ.

ສະຫະລັດ​ໄດ້​ຂໍຮ້ອງຢ່າງ​ເປັນທາງ​ການ​ໃຫ້​ມີ​ການລົງ​ຄະ​ແນນ​ສຽງ​ຢູ່​ສະພາ​ຄວາມ​ໝັ້ນ
ຄົງ​ສະຫະ​ປະຊາ​ຊາດ​ໃນ​ວັນຈັນ​ຈະ​ມານີ້ ກ່ຽວ​ກັບຮ່າງຍັດຕິເພື່ອລົງ​ໂທດ​ຄັ້ງ ໃໝ່​ຕໍ່​ເກົາ
ຫລີເໜືອ ອີງ​ຕາມ​ຖະ​ແຫ​ລງການ ​ຂອງຜູ້ຕາງໜ້າ​ສະຫະລັດປະຈຳ​ສະຫະປະຊາ​ຊາດ
ທີ່​ນຳ​ອອກເຜີຍ​ແຜ່​ ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້.

ຖະ​ແຫລ​ງການ​ກ່າວ​ວ່າ “ສະຫະລັດ ​ໄດ້ແຈ້ງ​ໃຫ້ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະ ຊາ​ຊາດ
​ຊາບ ​ເຖິງ​ຄວາມ​ຕັ້ງ​ໃຈຂອງ​ຕົນ ​ທີ່​ຈະ​ຮຽກ​ໃຫ້ເປີດ​ປະຊຸມ ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຮ່າງ​
ຍັດຕິ ​ເພື່ອທຳການ​ລົງ​ໂທດ​ເພີ້​ມ​ເຕີມ​ຕໍ່​ເກົາຫລີເໜືອ​ໃນ​ວັນ​ຈັນ ​ທີ 11 ກັນຍາຈະ​ມານີ້.”

ຮ່າງ​ຍັດຕິ ທີ່​ໄດ້​ຮັບ​ໂດຍວີ​ໂອ​ເອ ຮຽກຮ້ອງໃຫ້ມີ​ການ​ຫ້າ​ມ​ຂາຍນໍ້າມັນ ພ້ອມ​ທັງ​ຜະລິດ​
ຕະພັນນໍ້າມັນທີ່​ກັ່ນ​ແລ້ວ ​ແລະ​ແກັສທຳ​ມະ​ຊາດ ທີ່ເປັນ​ຂອງ​ແຫຼວໃຫ້ແກ່ເກົາຫລີ​ເໜືອ.

ພຽງ​ຢາງນຳ​ເຂົ້ານໍ້າມັນ ​ແລະ​ແກັສ ເກືອບທັງ​ໝົດ ຈາກ​ປະ​ເທດ​ຈີນ ​ແລະ​ຖ້າ​ບໍ່​ມີສິ່ງ​ເຫລົ່າ
​ນີ້​ແລ້ວ ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ​ເສດຖະກິດກໍ​ຈະ​ປະສົບ​ກັບ​ບັນຫາ​ຢ່າງ​ໄວ.

ຮ່່າງ​ຍັດຕິຂອງ​ສະຫະລັດ​ຍັງ​ແນ​ໃສ່​ ການ​ຫ້າມ​ບໍ່​ໃຫ້​ເກົາຫຼີ​ເໜືອ ສົ່ງ​ອອກແຜ່ນແພ ຊຶ່ງ
ເປັນ​ລາຍ​ຮັບ​ຫລາ​ຍຮ້ອຍ​ລ້ານ​ໂດ​ລາຕໍ່​ປີ.

ນອກ​ນັ້ນ​ ຍັງ​ຈະ​ຈຳກັດ​ຮັດ​ແຄບຕື່ມ​ຂຶ້ນ ຕໍ່​ຄວາມສ​າມາດ​ຂອງ​ເກົາຫລີ​ເໜືອ ທີ່​ຈະ​ສົ່ງ
ປະຊາຊົນ​ຂອງ​ຕົນ​ໄປ​ເຮັດ​ວຽກ​ຢູ່ໃນຕ່າງປະ​ເທດ ບ່ອນ​ທີ່​ເຂົາ​ເຈົ້າ​ຖືກ​ບັງ ຄັບ​ໃຫ້​ສົ່ງ​ເງິນ​
ເດືອນ​ກັບ​ບ້ານ​ໄປ​ໃຫ້​ລັດຖະບານ.

​ແຫ​ລ່ງຂ່າວທາງ​ການ​ທູດ​ໄດ້​ກ່າວ​ຕໍ່ອົງການ​ຂ່າວ​ AFP ຂອງຝຣັ່ງ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ
ຣັດ​ເຊຍ​ ​ແລະ​ຈີນ​ບໍ່​ເຫັນ​ພ້ອມ ຕໍ່​ມາດ​ຕະການ​ດັ່ງກ່າວ ຍົກ​ເວັ້ນ​ແຕ່​ການຫ້າມ​ສົ່ງແຜ່ນ
ແພ​ເທົ່າ​ນັ້ນ.

ບັນດາລົດຂົນສົ່ງແລ່ນຂ້າມຂົວມິດຕະພາບ ຢູ່ແມ່ນໍ້າ Yalu ເຊື່ອມຕໍ່ກັບ Sinuiju ໄປຫາເມືອງ Dandong ປະເທດຈີນ.

ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ຟິລິບ​ປີນ​ໄດ້​ປະກາດ​ວ່າ ​ຕົນ​ໄດ້ໂຈະ​ຄວາມ​ສຳພັ ທາງການ
ຄ້າກັບ​ຈີນ.

ລັດຖະມົນຕີ​ຕ່າງປະ​ເທດ ທ່ານ Alan Peter Cayetano ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ
ຟີ​ລິບ​ປິນ​ຈະ “​ໃຫ້ການ​ຮວມມື​ຢ່າງ​ເຕັມທີ່​ກັບມະຕິຂອງ​ສະພາ​ຄວາມໝັ້ນຄົງ​ສະຫະປະ
ຊາ​ຊາດ ຮວມທັງ​ການ​ລົງ​ໂທດ​ທາງ​ເສດຖະກິດ.”

ຜູ້ຊາຍຄົນນຶ່ງເບິ່ງໂທລະພາບ ຢູ່ສະຖານີລົດໄຟໃນເກົາຫລີໃຕ້ ທີ່ເຫັນປະທານາທິບໍດີ ດໍໂນລ ທຣໍາ (ຊ້າຍມື) ແລະຜູ້ນຳເກົາຫລີເໜືອ (ຂວາ) ທ່ານ er Kim Jong Un

ຟິລິບ​ປີນ ​ເປັນຄູ່ການ​ຄ້າໃຫຍ່​ອັນ​ດັບ​ຫ້າຂອງ​ເກົາຫລີ​ເໜືອ ​ແລະໃນລະຫວ່າງ​ເດືອນ​
ມັງກອນ ​ຫາ​ມິຖຸນາ​ຂອງ​ປີ​ນີ້ ​ປະ​ເທດ​ທັງ​ສອງໄດ້​ແລກປ່ຽນສິນ​ຄ້າ​ໃນ​ມູນ​ຄ່າ 28 ພັນ
8 ຮ້ອຍ​ລ້ານ​ໂດ​ລາ ລະຫວ່າງ​ກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ