ລາຍງານ ກ່າວວ່າ ກຸ່ມລັດອິສລາມ ແລະອີຣ່ານ ຍັງເປັນພວກ ທີ່ໜ້າເປັນຫ່ວງສຸດ

ສະມາຊິກຂອງກອງກຳລັງພິເສດ ຈາກກອງພັນ ການຄົ້ນຄວ້າ ແລະແຊກແຊງຂອງ ຝຣັ່ງ (BRI) ເຂົ້າຮ່ວມໃນການຝຶກແອບ ໂຈມຕີພວກກໍ່ການຮ້າຍ ຢູ່ພາຍໃນສະພາຢູໂຣບ ທີ່ນະຄອນຫຼວງ ບຣັສໂຊລສ, ປະເທດແບລຢ້ຽມ. 9 ທັນວາ, 2016.

ທ່າ​ອຽງ​ ກ່ຽວ​ກັບ ການໂຈມຕີກໍ່ການຮ້າຍ ແລະການ​ເສຍ​ຊີວິດທີ່ກ່ຽວຂ້ອງ ກັບການກໍ່
ການຮ້າຍໄດ້ຫຼຸດໜ້ອຍລົງໃນປີກາຍນີ້ ເຖິງແມ່ນວ່າຄວາມພະຍາຍາມທີ່ຈະສ້າງຄວາມ
ເສຍຫາຍໃຫ້ແກ່ກຸ່ມກໍ່ການຮ້າຍລັດອິສລາມ ເຊັ່ນດຽວກັບເຄືອຂ່າຍກຸ່ມກໍ່ການຮ້າຍທີ່
ໄດ້ຮັບການສະໜັບສະໜູນຈາກລັດຖະບານ ອີຣ່ານ ບໍ່ໄດ້ເຮັດຫຍັງຫຼາຍ ໃນການຫຼຸດ
ຜ່ອນຄວາມສາມາດຂອງພວກເຂົາລົງ.

ໃນບົດລາຍງານປະຈຳປີ ກ່ຽວກັບ ລັດທິກໍ່ການຮ້າຍທົ່ວໂລກ ທີ່ຖືກເປີດເຜີຍໃນວັນພຸດ
ວານນີ້, ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວວ່າ ການໂຈມຕີກໍ່ການຮ້າຍໃນ
ທົ່ວໂລກໄດ້ຫຼຸດລົງ 9 ເປີເຊັນຈາກປີ 2015 ຫາ 2016, ໃນຂະນະທີ່ຈຳນວນການເສຍ
ຊີວິດໄດ້ຫລຸດລົງ 13 ເປີເຊັນ.

ແຕ່ບັນດາເຈົ້າໜ້າທີ່ ອາເມຣິກັນ ກໍໄດ້ເຕືອນວ່າ ພວກລັດອິສລາມ ຫຼື IS ຍັງຄົງເປັນ
“ອົງການກໍ່ການຮ້າຍທີ່ມີຄວາມສາມາດຫຼາຍທີ່ສຸດໃນປີ 2016.” ທີ່ໄດ້ຜັກໃຫ້ມີການ
ໂຈມຕີໃນ ອີຣັກ ເພີ່ມຂຶ້ນ ຫຼາຍກວ່າ 20 ເປີເຊັນ ທຽບໃສ່ປີ 2015.

ນອກ​ນັ້ນ ພວກເຂົາເຈົ້າຍັງໄດ້ເຕືອນອີກວ່າ ພວກ IS ຍັງຄົງສືບຕໍ່ນຳໃຊ້ໜ່ວຍປະຕິບັດ
ການຂອງພວກເຂົາ ສວຍໂອກາດເຂົ້າຄວບຄຸມພື້ນທີ່ທີ່ລັດຖະບານບໍ່ໄດ້ຄວບຄຸມໃນ
ປະເທດ ລີເບຍ, ໂຊມາເລຍ, ເຢເມນ, ພາກຕາເວັນອອກສຽງເໜືອຂອງປະເທດ ໄນຈີ
ເຣຍ, ຫຼາຍພາກສ່ວນໃນແຫຼມ ໄຊໄນ ຂອງປະເທດ ອີຈິບ ແລະ ເຂດຊາຍແດນປະເທດ
ອັຟການິສຖານ ທີ່ຕິດກັບ ປາກິສຖານ.

ທ່ານ Justin Siberell ຜູ້ປະສານງານ​ໃນການປາບປາມລັດທິກໍ່ການຮ້າຍຂອງກະຊວງ
ການຕ່າງປະເທດ ສະຫະລັດ ໄດ້ກ່າວໂດຍໃຊ້ຊື່ຫຍໍ້ຂອງກຸ່ມກໍ່ການຮ້າຍວ່າ “ພວກ
ISIS ເປັນຜູ້ຮັບຜິດຊອບຕໍ່ການໂຈມຕີ ແລະ ການເສຍຊີວິດທີ່ເພີ່ມຂຶ້ນ ຫຼາຍກວ່າກຸ່ມ
ກໍ່ການຮ້າຍອື່ນໆ ໃນປີ 2016.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ການໂຈມຕີຢູ່ນອກເຂດແດນຖານທີ່ໝັ້ນຂອງພວກ ISIS
ໃນ ອີຣັກ ແລະ ຊີເຣຍ ແມ່ນພາກສ່ວນທີ່ມີຄວາມສຳຄັນຢ່າງຍິ່ງ ໃນການກໍ່ການຮ້າຍ
ຂອງພວກ ISIS ໃນປີ 2016.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ