ສຫລ ວາດ​ພາບ ທີ່​ໝົ່ນ​ໝອງ ​ຕໍ່ສິດ​​ເສ​ລີ​ພາບ​ ໃນ​ການ​ນັບຖື ​ສາສະໜາ ທົ່ວ​ໂລກ

ສາສະໜາກຸ່ມນ້ອຍ ຊາວ Yazidi ໜີຄວາມຮຸນແຮງ ຈາກ ແຂວງ Sinjar ປະເທດອີຣັກ ທີ່ໄປສັກກາລະບູຊາ ໃນວັດ Lalish ທີ່ເມືອງ Shikhan, 20 ກັນຍາ 2014.

ສະຫະລັດ​ ​ແມ່ນ​ໄດ້​ວາດ​ພາບ​ແບບ​ໝົ່ນ​ໝອງ​ຕໍ່ສິດເສ​ລິ​ພາບ​ໃນ​ການ​ນັບຖື​ສາສະໜາ ​ ໃນ​ທົ່ວ​ໂລກ ​ໂດຍ​ສະ​ເພາະ ​ໄດ້​ປະນາມ​ຕໍ່​ສັງ​ຄົມອິສລາມບາງ​ກຸ່ມ ທີ່​ໄດ້​ອອກ​ກົດ​ໝາຍ​ການລົງ​ໂທດ​ຢ່າງ​ຮ້າຍ​ແຮງ​ ຕໍ່​ພວກ​ທີ່​ໝິ່ນປະໝາດແລະ​ປະສາສະໜາ.

“25 ​ເປັ​ເຊັນ ຂອງ​ບັນດາ​ປະ​ເທດ​ທັງ​ໝົດ​ໃນ​ໂລກ ​ແມ່ນ​ມີກົດໝາຍຕ້ານ​ການໝິ່ນ ປະໝາດ ສາສະໜາ​ບໍ່​ໃນ​ຮູບໃດ​ກໍ​ຮູບ​ນຶ່ງ ​ແລະ 1 ​ໃນ 10 ​ແມ່ນ​ໄດ້​ລົງ​ໂທດ​ຕໍ່​ພວກ​ທີ່ປະສາສະໜາ,” ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ David Saperstein ​ເອກ​ອັກຄະ​ລັດຖະ ທູດ​ທົ່ວ​ໄປ ຂອງກະຊວງ​ການ​ຕ່າງປະ​ເທດສະຫະລັດ ຮັບຜິດຊອບ​ກ່ຽວ​ກັບ​ສິດເສ​ລິ​ພາບ​ໃນການ​ນັບຖື​ສາສະໜາ​ນາໆ​ຊາດ ​ໄດ້​ບອກ​ກັບ VOA ​ໃນ​ການ​ໃຫ້​ສຳພາດ​ໃນ​ວັນ​ພຸດ​ວານ​ນີ້​ ​ແລະ​ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ “ນີ້​ແມ່ນ​ບັນຫາ​ທີ່​ຮ້າຍ​ແຮງ​ແທ້ໆ ​ຍ້ອນ​ວ່າການ​ລົງ​ໂທດ​ ທີ່​ວ່າ​ນີ້ ​ແມ່ນ​ໂທດ​ທັນ ​ເຖິງ​ຂັ້ນປະຫານ​ຊີວິດ ຕໍ່​ພວກ​ເຂົາ​ເຈົ້າ ຫຼື​ບໍ່ ກໍ​ເປັນ​ການ​ລົງ​ໂທດ​ ທີ່​ຮ້າຍ​ແຮງ​ສາຫັດ. ​ແລະ​ພວກ​ເຮົາກໍ​ໄດ້​ຮູ້​ເຫັນ​ຢູ່​ໃນ​ຫຼາຍໆ​ປະ​ເທດ​ທົ່ວ​ໂລກ.”

Your browser doesn’t support HTML5

Blasphemy Laws Highlighted as a Global Concern

ທ່ານ Saperstein ​ໄດ້​ເນັ້ນ​ຢ້ຳ​ເຖິງທາດ​ແທ້​ຂອງກົດໝາຍທັງຫຼາຍ​ນີ້ວ່າ “ການ​ລົງ​ໂທດ​ ຕໍ່​ພວກ​ທີ່​ສະ​ແດງ​ອອກເຖິງຈິດ​ໃຈ​ຂອງ​ຄວາມ​ເຊື່ອ​ໃນສາສະໜາ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ຄວາມ​ເຊື່ອຂອງ​ພວກ​ເຂົາ​ເຈົ້ານັ້ນ ອາດ​ເປັນ​ການ​ຕ້ານ​ຕໍ່​ພວກ​ຜູ້​ມີ​ອຳນາດ​ທາງ​ການ​ເມືອງ​ໃນ​ປະ​ເທດ. ບໍ່​ຄວນ​ມີ​ບຸກຄົນ​ໃດ ​ຖືກ​ລົງ​ໂທດ ຍ້ອນການສະ​ແດງ​ອອກເຖິງ​ຄວາມ​ເຊື່ອ​ຂອງ​ຜູ້ກ່ຽວ​ໃນ​ດ້ານ​ສາສະໜາ ​ຖ້າພວກ​ເຂົາ​ເຈົ້າຫາກດຳ​ເນີນ​ການ​ຢ່າງ​ສັນຕິ​ວິທີ.”

ລາຍ​ງານ​ໄດ້​ກ່າວ​ວ່າ “ການ​ກ່າວ​ຫາ​ທີ່​ຜິດໆ ຊຶ່ງ​ມັກ​ຈະ​ເປັນຄຽດ​ແຄ້ນ​ສ່ວນ​ຕົວ ຫຼື​ບໍ່ ກໍ​ເປັນການ​ອາ​ຄາດ ຕໍ່​ຜູ້​ທີ່​ຖືກ​ກ່າວ​ຫາ ຊຶ່ງ​ບໍ່​ກໍ​ບໍ່​ແມ່ນ​ເລື້ອງ​ແປກ. ຄວາມ​ຮຸ​ນ​ແຮງ​ທີ່​ຕາມ​ມາ​ຈາກ​ການ​ກ່າວ​ຫານີ້ ​ແມ່ນ​ເປັນ​ເລື້ອງທີ່ລົບ​ກວນ ທີ່​ເຫັນ​ຢູ່​ເລື້ອຍໆ​ນັ້ນ.”

ລາຍງານປະຈຳປີ ກ່ຽວກັບສິດເສລິພາບໃນການນັບຖືສາສະໜາ ປະຈຳປີ 2015.

​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ກ່າວ​ອີກ​ວ່າ “​ໃນ​ທົ່ວ​ໂລກ, ລັດຖະບານ​ທັງຫຼາຍ ຍັງສືບ ​ຕໍ່ຈຳກັດ​ຮັດ​ແຄບ​ຕໍ່​ການ​ຄວບ​ຄຸມ​ກຸ່ມ​ສາສະໜາ​ທັງຫຼາຍ ​ແລະ​ໂດຍ​ສະ​ເພາະຕໍ່​ກຸ່ມ​ສາສະໜາກຸ່ມ ນ້ອຍ ​ແລະ​ສາສະໜາ ທີ່​ຖືກມອງ​ເຫັນວ່າ ບໍ່​ແມ່ນ​ສາສະໜາ​ດັ່ງ​ເດີ້ມ ​ໃນປະ​ເທດ​ນັ້ນໆ.”

ລາຍ​ງານ ​ໄດ້ລະບຸ​ຊື່​ບັນດາປະ​ເທດຈຳນວນ​ນຶ່ງ ທີ່​ມີ​ການກ່າວ​ຫາ ບັນດາລັດຖະບານ​ໄດ້​ ແນ​ເປົ້າ​ໝາຍ​ໃສ່​ພວກ​ຜູ້​ຄົນ ​ໃນ​ຂໍ້​ຫາ​ຕໍ່ຕ້ານຕ່າງໆ​ນາໆ ຊຶ່ງ​ຮວມທັງ ບົດ​ຂຽນ​ທາງອິນ​ເຕີ​ແນັດ ຫຼື ການ​ລົງ​ຄວາມ​ເຫັນ​ຕໍ່​ສາ​ທາ​ລະນະ​ທີ່ໃສ່​ຮ້າຍ​ປ້າຍ​ສີພະສາ​ສະ​ດາ Mohammed ຫຼືບໍ່ ກໍ​ບໍ່​ໃຫ້​ຄວາມ​ເຄົາລົບ​ຕໍ່​ຄຳ​ພີ​ຂອງສາສະໜາ​ອິສລາມ ທີ່ເອີ້ນ​ວ່າ Quran ​ໃນ​ຮູບ​ໃດ​ຮູບ​ນຶ່ງ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ການໂຮງຊຸມນຸມປະທ້ວງ ຕໍ່ ທ່ານ Mumtaz Qadri ຜູ້ຊຶ່ງຖືກກ່າວຫາ ແລະຖືກຕັດສິນປະຫານຊີວິດ ໃນຖານະ ທີ່ໝິ່ນປະໝາດ ທີ່ພາໃຫ້ມີການສັງຫານຜູ້ປົກຄອງລັດ ໃນ Lahore, ປາກິສຖານ, 29 ກຸມພາ, 2016.