ສະຫະລັດ ຮຽກຮ້ອງອີກເທື່ອນຶ່ງ ໃຫ້ບັນດາປະເທດ ໃນອ່າວເປີເຊຍ ແກ້ໄຂບັນຫາຄວາມແຕກແຍກ

ທ່ານໄມຄ໌ ພອມພຽວ ລມຕ ກະຊວງການຕ່າງປະເທດ, ຂວາ, ແລະກາຕ້າຮອງນາຍົກ ທ່ານໂມຮຳເມັດ ບິນ ອັບດູລຣາມານ ອາລ-ທານີ ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນລະຫວ່າງ ກອງປະຊຸມສົນທະນາ ປະຈຳປີ ຄັ້ງທີ 3 ດ້ານຍຸດທະສາດ ຢູ່ກະຊວງການຕ່າງປະເທດ, ວັນທີ 14 ກັນຍາ 2020 ໃນນະຄອນຫຼວງ ວໍຊິງຕັນ.

ສະຫະລັດກຳລັງຮຽກຮ້ອງໃຫ້ບັນດາປະເທດໃນເຂດອ່າວເປີເຊຍແກ້ໄຂຄວາມແຕກແຍກທີ່ແກ່ຍາວມາໄດ້ 3 ປີແລ້ວນັ້ນ ໂດຍອ້າງເຖິງຄວາມຈຳເປັນທີ່ຈະຕ້ອງສາມັກຄີກັນເປັນແນວໂຮມເພື່ອຕໍ່ຕ້ານອີຣ່ານ.

“ເພື່ອປິດປະຕູຕໍ່ການແຊກແຊງທີ່ເພີ້ມຂຶ້ນຂອງອີຣ່ານ ມັນເກີນເວລາມາແລ້ວທີ່ຈະຫາທາງແກ້ໄຂບັນຫາຄວາມແຕກແຍກໃນອ່າວເປີເຊຍ” ທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວໄປ.

ທ່ານກ່າວຕື່ມວ່າ “ລັດຖະບານທ່ານທຣຳ ຢາກຈະເຫັນບັນຫາຂັດແຍ້ງນີ້ ໄດ້ຮັບການແກ້ໄຂ ແລະໃຫ້ເປີດນ່ານຟ້າຂອງກາຕ້າຄືນໃໝ່ ແລະເຂດຊາຍແດນຕ່າງໆ ຊຶ່ງໃນປັດຈຸບັນນີ້ໄດ້ຖືກປິດກັ້ນໂດຍບັນດາປະເທດອື່ນໆໃນອ່າວເປີເຊຍ. ຂ້າພະເຈົ້າຫວັງວ່າ ຈະມີຄວາມກ້າວໜ້າກ່ຽວກັບບັນຫານີ້.”

ທ່ານພອມພຽມ ໄດ້ກ່າວຖະແຫລງພາຍຫຼັງຈາກທີ່ໄດ້ຕ້ອນຮັບບັນດາເຈົ້າໜ້າທີ່ອາວຸໂສຂອງກາຕ້າ ທີ່ປະກອບດ້ວຍ ຮອງນາຍົກລັດຖະມົນຕີຂອງການຕ້າ ທ່ານໂມຮຳເມັດ ບິນ ອັບດູລຣາມານ ອາລ-ທານີ ແລະລັດຖະມົນຕີກະຊວງການເງິນ ທ່ານອາລີ ຊາຣີຟ ອາລ-ອີມາຈ໌ ມາຍັງກະຊວງການຕ່າງປະເທດ ສຳລັບການສົນທະນາດ້ານຍຸດທະສາດປະຈຳ ປີ ຄັ້ງທີ 3 ລະຫວ່າງ ສະຫະລັດແລະກາຕ້າ.

ເຂົ້າຮ່ວມກອງປະຊຸມນຳ ທ່ານລັດຖະມົນຕີພອມພຽວ ປະກອບດ້ວຍ ທ່ານສະຕີເວັນ ມນູຈິນ ລັດຖະມົນຕີກະຊວງການເງິນ ແລະທ່ານວີລເບີ ຣັອສ ລັດຖະມົນຕີກະຊວງການຄ້າ. ສະຫະລັດ ໄດ້ລົງນາມໃນຂໍ້ຕົກລົງຫຼາຍສະບັບ ກັບກາຕ້າ ເພື່ອເສີມຂະຫຍາຍການລົງທຶນ ແລະສາຍສຳພັນດ້ານວັດທະນະທຳ.

ທັງເຈົ້າໜ້າທີ່ຂອງສະຫະລັດແລະກາຕ້າ ໄດ້ປຶກສາຫາລື “ທ່າແຮງເພື່ອກ້າວໄປສູ່ສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງຢູ່ໃນຂົງເຂດ ຄວາມຈຳເປັນທີ່ຈະຕ້ອງເອົາຊະນະການແຕກແຍກພາຍໃນອ່າວເປີເຊຍ ແລະສືບຕໍ່ຕ້ານຢັນຜົນກະທົບຈາກການປັ່ນປ່ວນຂອງອີຣ່ານຢູ່ໃນຂົງເຂດ ແລະຄວາມພະຍາຍາມຂອງກາຕ້າ ເພື່ອສະໜັບສະໜຸນສະຖຽນລະພາບ ແລະການພັດທະນາເສດຖະກິດໃນເຂດກາຊາ” ອິງຕາມກະຊວງການຕ່າງປະເທດສະຫະລັດ.

https://www.state.gov/secretary-pompeos-meeting-with-qatari-deputy-prime-minister-and-minister-of-foreign-affairs-al-thani/

ສະພາການຮ່ວມມືກຸ່ມເຂດອ່າວເປີເຊຍ ຫຼື GCC ທີ່ປະກອບດ້ວຍ ຊາອຸດີອາຣາເບຍ, ສະຫະລັດອາຣັບເອເມີເຣັສ ຫຼື UAE, ກາຕ້າ, ຄູເວດ ແລະບາຫ໌ເຣນ ກໍໄດ້ແຕກແຍກກັນ ນັບຕັ້ງແຕ່ກາງປີ 2017 ເປັນຕົ້ນມາ.

UAE, ຊາອຸດີອາຣາເບຍ, ບາຫ໌ເຣນ ແລະອີຈິບ ໄດ້ຕັດສາຍສໍາພັນທາງດ້ານການທູດ ກັບກາຕ້າ ແລະໄດ້ວາງມາດຕະການຂວ້ຳບາດ ໂດຍກ່າວຫາກາຕ້າວ່າ ສະໜັບສະໜຸນການກໍ່ການຮ້າຍ ຊຶ່ງກາຕ້າໄດ້ປະຕິເສດຕໍ່ຂໍ້ກ່າວຫານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ