ສະຫະລັດ ລະລຶກເຖິງ ການໂຈມຕີຂອງຍີ່ປຸ່ນ ທີ່ຖານທັບເຮືອ Pearl Harbor

ທະຫານສອງຄົນ ຢືນຢູ່ເທິງອະນຸສາວະລີ USS Arizona Memorial ທີ່ອ່າວ Pearl Harbor, ລັດຮາວາຍ.

ວັນ​ອາທິດ​ມື້ວານ​ນີ້ ທີ 7 ທັນວາ ​ແມ່ນ​ເປັນ​ວັນ​ຄົບຮອບ​ປີ​ທີ 73
ຂອງ​ການ​ຫຼອນ​ໂຈມ​ຕີ​ຂອງ​ຍີ່ປຸ່ນ ​ຕໍ່​ຖານ​ທັບ​ເຮືອ​ຂອງ​ສະຫະລັດ
ທີ່​ທ່າ​ເຮືອ Pearl Harbor ລັດ Hawaii ​ແຕ່​ປັດຈຸບັນ​ນີ້ ວັນ​ດັ່ງ
ກ່າວ​ແມ່ນ​ມີ​ການ​ລະນຶກ​ເຖິງ ​ແບບ​ບໍ່​ມີ​ພິທີ​ຮີ​ຕອງ​ ຫລາຍ​ເທົ່າ​ໃດ.

​ໃນ​ປີ 1941 ມື້​ລາງ​ປະທານາທິບໍດີ​ສະຫະລັດ ທ່ານ Franklin
Roosevelt ​ໄດ້​ປະກາດ​ການ​ໂຈມ​ຕີ​ໃນ​ວັນ​ທີ 7 ທັນວາ​ ວ່າເປັນ
“ວັນ​ທີທີ່​ຈະ​ຢູ່​ໃນຄວາມ​ອັບອາຍ” ຊຶ່ງສະຫະລັດ​ໄດ້​ປະກາດ​
ທຳ​ສົງຄາມ​ກັບຍີ່ປຸ່ນ ​ໃນ​ມື້ຕໍ່​ມາ ​ແລະ​ເຂົ້າ​ຮ່ວມ​ໃນ​ສົງຄາມ​ໂລກ​
ຄັ້ງ​ທີ​ສອງ. ທະຫານ​ເຮືອ​ສະຫະລັດ ແລະ​ຄົນ​ອື່ນໆ ຫຼາຍ​ກວ່າ
2400 ຄົນໄດ້​ເສຍ​ຊີວິດ ​ໃນ​ການ​ໂຈມ​ຕີຄັ້ງ​ນັ້ນ ​ຢູ່ໃນ​ອັນ​ທີ່ປັດຈຸ
ບັນ​ນີ້ ​ເປັນ​ລັດເກາະດອນ​ແຫ່ງ​ນຶ່ງ​ຂອງ​ສະຫະລັດ ​ໃນ​ກາງ​ມະຫາສະມຸດ​ປາຊີ​ຟິກ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ ປະກາດ​ໃຫ້​ວັນ​ອາທິດ​ວານ​ນີ້ ​ເປັນ​ວັນ​ລະ​ລຶກ​ເຖິງ​ທ່າ​ເຮືອ Pearl Harbor ​ແຫ່ງ​ຊາດ ​ແລະ​ທ່ານ​ໄດ້​ກ່າວ​ເຕືອນ​ຄວາມ​ຊົງ​ຈຳ​ວ່າ ລຸ້ນຄົນ ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ​ໄດ້ສົ່ງ​ຄົນ​ອາ​ເມຣິກັນ​ຫຼາຍ​ລ້ານ​ຄົນ​ໄປຣ໋ວມ​ໃນ​ສົງຄາມ “​ເພື່ອ​ເຮັດ​ໃຫ້​ໂລກ​ປອດ​ໄພຂຶ້ນ ມີ​ເສລີພາບຫລາຍ​ຂຶ້ນ ​ແລະ​ຍຸຕິ​ທຳ​ຫຼາຍ​ຂຶ້ນ.”

​ແຕ່​ປະທານາທິບໍດີ​ໂອ​ບາ​ມາ ບໍ່​ໄດ້​ວາງ​ແຜນ​ທີ່​ຈະ​ໄປ​ປະກອບສ່ວນ​ໃນພິທີລຳ​ລຶກໃດໆ. ​
ໄດ້​ມີ​ການວາງພວງມາລາ ​ໄວ້​ທີ່​ທ່ານ​ເຮືອ Pearl Harbor ໂດຍ​ພວກ​ທີ່​ລອດ​ຊີວິດ​ຈາກ​ສົງຄາມ ທີ່​ພາກັນໄປລະ​ລຶກເຖິງ​ ການ​ໂຈມ​ຕີ​ໃນ​ເຊົ້າ​ວັນ​ອາທິດມື້​ນັ້ນ.

ປັດຈຸບັນ​ນີ້ ຍີ່ປຸ່ນ​ໄດ້​ເປັນ​ພັນທະ​ມິດ​ທີ່​ແຂງ​ຂັນ​ຂອງ​ສະຫະລັດ ​ແລະ ຈຳນວນ​ຂອງພວກ​
ນັກ​ລົບ​ເກົ່າ​ທີ່​ຕໍ່ສູ້ໃນ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ ທີ່​ເຖົ້າ​ແກ່​ຊະລາ​ໄປ​ແລ້ວນັ້ນ ກໍ​ຫລຸດ​ນ້ອຍຖອຍ​ລົງ​ ຍັງ​ເຫຼືອ​ພຽງ​ແຕ່ 1 ລ້ານ​ຄົນ​ໃນ​ຈຳນວນ​ທັງ​ໝົດ 16 ລ້ານຄົນ ​ທີ່​ໄດ້​ຮັບ​ໃຊ້​ໃນ​ປາງ​ສົງຄາມ​ນັ້ນ.