ສຫລ ຢືນຢັນຄືນອີກ ບັນຫາດິນຟ້າອາກາດ ເປັນບູລິມະສິດ ດ້ານນະໂຍບາຍການຕ່າງປະເທດ ກ່ອນໜ້າກອງປະຊຸມສຸດຍອດ ວັນແຫ່ງໂລກ

ພາບຂອງລັດຖະມົນຕີກະຊວງການຕ່າງປະເທດ ແອນໂທນີ ບລິງເກັນ ກຳລັງປົດໜ້າກາກອອກ ໃນຂະນະທີ່ທ່ານ ກ່າວຖະແຫລງ ໃນຕອນທ້າຍກອງປະຊຸມ ບັນດາລັດຖະມົນຕີ ຂອງອົງການ NATO ທີ່ສຳງານໃຫຍ່ຂອງກຸ່ມພັນທະມິດ ໃນນະຄອນຫຼວງ ບຣັສເຊີລສ໌, ປະເທດແບລຈ້ຽມ, ວັນທີ 24 ເມສາ 2021.

ກ່ອນໜ້າກອງປະຊຸມສຸດຍອດ ບັນດາຜູ້ນຳເລື້ອງດິນຟ້າອາກາດ ໃນສັບປະດານີ້ ສະຫະລັດໄດ້ຢືນຢັນອີກຄັ້ງນຶ່ງໃນການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ ໃຫ້ເປັນບູລິມະສິດອັນດັບສູງສຸດດ້ານນະໂຍບາຍການຕ່າງປະເທດ ໃນຂະນະທີ່ຕົນຫວັງວ່າ ຈະຜັກດັນໃຫ້ເກີດການປະຕິວັດ ໃນດ້ານພະລັງງານສີຂຽວ.

ປະທານປະເທດຈີນ ທ່ານສີ ຈິ້ນຜິງ ແມ່ນຮວມຢູ່ໃນບັນດາຜູ້ນຳຈາກ 40 ປະ ເທດຂອງໂລກ ທີ່ໄດ້ຖືກເຊື້ອເຊີນມາຮ່ວມໃນກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດໃນສັບປະດານີ້. ການກະກຽມແມ່ນຢູ່ໃນລະຫວ່າງການເຊື້ອເຊີນທ່ານສີ ໃຫ້ເປັນຜູ້ກ່າວຄຳປາໄສ ຢູ່ທີ່ກອງປະຊຸມສຸດຍອດ ອີງຕາມແຫລ່ງຂ່າວທາງການທູດ.

ໃນວັນຈັນວານນີ້ ທ່ານແອນໂທນີ ບລິງເກັນ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວເຕືອນວ່າ ສະຫະລັດແມ່ນຍັງນຳຫຼັງຈີນ ໃນດ້ານການພັດທະນາ ນະວັດຕະກຳຕ່າງໆກ່ຽວກັບພະລັງງານໝຸນວຽນ.

“ດຽວນີ້ ພວກເຮົາກໍາລັງນໍາຫລັງຢູ່. ຈີນແມ່ນຜູ້ຜະລິດແລະຜູ້ສົ່ງອອກແຜ່ນໂຊລາ ກັງຫັນລົມ ໝໍ້ໄຟຟ້າ ແລະລົດໄຟຟ້າ ລາຍໃຫຍ່ທີ່ສຸດ. ຈີນຄອບຄອງເກືອບນຶ່ງສ່ວນສາມທະບຽນລິຂະສິດດ້ານພະລັງງານໝຸນວຽນ” ທ່ານບລິງເກັນ ໄດ້ກ່າວໄປ ໃນລະຫວ່າງການກ່າວຄຳປາໄສຢູ່ທີ່ ມູນນິທິແຊັສສະພິກ ເບ ໃນເມືອງແອນນາໂປລິສ ລັດແມຣີແລນ.

ນັກການທູດຂັ້ນສູງທ່ານນີ້ ໄດ່ກ່າວອີກວ່າ “ມັນຍາກທີ່ຈະຈິນຕະນາການວ່າ ສະຫະລັດ ຈະຊະນະການແຂ່ງຂັນດ້ານຍຸດທະສາດໄລຍະຍາວກັບຈີນໄດ້ ຖ້າຫາກພວກເຮົາບໍ່ສາມາດນຳໜ້າໃນການປະຕິວັດດ້ານພະລັງງານໝຸນວຽນ.”

ທ່ານບລິງເກັນ ໄດ້ກ່າວວ່າ ທ່ານຈະຢືນຢັນຄືນໃໝ່ອີກໃນຄຳໝັ້ນໝາຍຂອງສະ ຫະລັດ ເພື່ອບັນລຸເປົ້າໝາຍດ້ານດິນຟ້າອາກາດ ໃນລະຫວ່າງກອງປະຊຸມ ຂັ້ນລັດຖະມົນຕີຂອງສະພາຂົ້ວໂລກຢູ່ໃນປະເທດໄອຊ໌ແລນ ໃນເດືອນໜ້ານີ້, ພ້ອມກັນກັບກອງປະຊຸມກຸ່ມ G-7 “ຊຶ່ງບັນດາສະມາຊິກທັງຫຼາຍ ມີຜົນໃນການປ່ອຍແກັສໃຫ້ໄດ້ນຶ່ງສ່ວນສີ່ຂອງໂລກ.”

ຢູ່ທີ່ກອງປະຊຸມສຸດຍອດດ້ານດິນຟ້າອາກາດ ບັນດາຜູ້ນຳຂອງໂລກ ຈະເຂົ້າມາຮ່ວມກັນທາງອອນໄລນ໌ ໃນລະຫວ່າງວັນທີ 22 ຫາ 23 ເດືອນເມສາ ເພື່ອປຶກສາຫາລືກັນກ່ຽວກັບການຮ່ວມໄມ້ຮ່ວມມືເພື່ອຫັນປ່ຽນສິ່ງທີ່ບັນດາເຈົ້າໜ້າທີ່ສະຫະລັດ ອະທິບາຍວ່າເປັນ “ບັນຫາທີ່ສຳຄັນຍິ່ງພຽງນຶ່ງດຽວ” ຂອງການປ່ຽນ ແປງດ້ານດິນຟ້າອາກາດ.

ວໍຊິງຕັນ ກ່າວວ່າ ຕົນກຳລັງກຽມພ້ອມທີ່ຈະຮ່ວມມືກັບປັກກິ່ງ ໃນເລື້ອງບັນຫາກ່ຽວກັບດິນຟ້າອາກາດ ເຖິງແມ່ນວ່າ ສະຫະລັດກຳລັງປະເຊີນໜ້າກັບຈີນ ໃນເລື້ອງອື່ນໆທີ່ສຳຄັນກໍຕາມ ເຊັ່ນວ່າ ການປາບປາມຂອງປັກກິ່ງຢູ່ໃນຮົງກົງ ແລະຊິນຈຽງ ປະຕິບັດການດ້ານການທະຫານຕໍ່ໄຕ້ຫວັນ ແລະຢູ່ໃນທະເລຈີນໃຕ້ ພ້ອມກັນກັບ ການບີບບັງຄັບດ້ານເສດຖະກິດຂອງຈີນ ຕໍ່ບັນດາປະເທດພັນທະມິດຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ