ສະຫະລັດ ພ້ອມແລ້ວ​ທີ່​ຈະ​ສົ່ງ​ການຊ່ວຍເຫຼືອທາງທະຫານເພີ່ມເຕີມ ໄປ​ໃຫ້​ປະ​ເທດ ຢູເຄຣນ

ປະທານາທິບໍດີ ໂຈ ໄບເດັນ ລົມກັບນັກຂ່າວກ່ອນຂຶ້ນເຮືອບິນ Air Force One ຢູ່ສະໜາມບິນສາກົນ ເດ ມອຍນ໌ ໃນນະຄອນ ເດ ມອຍນ໌, ລັດ ໄອໂອວາ. 12 ເມສາ, 2022.

ສະຫະລັດ ຄາດວ່າ ຈະປະກາດການຊ່ວຍເຫຼືອດ້ານຄວາມປອດໄພເພີ່ມເຕີມ 750 ລ້ານໂດລາເພື່ອຊ່ວຍເຫຼືອຢູເຄຣນໃນໄວໆນີ້ ໃນຂະນະທີ່ຜູ້ນຳຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ຂໍຮ້ອງການຊ່ວຍເຫຼືອເພີ່ມເຕີມເພື່ອໂຕ້ກັບກອງກຳລັງຣັດເຊຍ.

ຜູ້ຊ່ວຍອາວຸໂສຂອງລັດຖະສະພາທ່ານນຶ່ງ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີວ່າ ໃນຂະນະທີ່ຂໍ້ສະເໜີສະບັບສຸດທ້າຍແມ່ນຍັງຢູ່ໃນການປຶກສາຫາລືນັ້ນ, ມັນມີຄວາມເປັນໄປໄດ້ວ່າຈະລວມມີລະບົບປືນໃຫຍ່ໜັກຢູ່ພື້ນດິນ, ລວມທັງປືນຄົກ.

ເຈົ້າໜ້າທີ່ປ້ອງກັນປະເທດອາວຸໂສຂອງສະຫະລັດ ທ່ານນຶ່ງໄດ້ກ່າວວ່າ ກອງກຳລັງຢູເຄຣນ ໄດ້ຮັບໂດຣນທີ່ເອີ້ນວ່າ Switchblade “ຢ່າງຫຼວງຫຼາຍ” ຈຳ ນວນ 100 ລຳ, ທີ່ບັນຈຸວັດຖຸລະເບີດ ທີ່ສາມາດທຳລາຍລົດຖັງ, ເຊິ່ງໄດ້ຮັບໃນການສັນຍາທີ່​ເປັນສ່ວນນຶ່ງຂອງຂໍ້ສະເໜີການຊ່ວຍເຫຼືອດ້ານຄວາມປອດໄພມູນຄ່າ 300 ລ້ານໂດລາກ່ອນໜ້ານີ້.

ໂດຣນທີ່ຍັງເຫຼືອແມ່ນຄາດວ່າ ຈະເດີນທາງໄປຮອດຢູເຄຣນໃນອາທິດໜ້າ ຫຼື ປະມານນັ້ນ, ເຊັ່ນດຽວກັບລູກສອນໄຟ ແຈເວີລິນ (Javelin) ຕໍ່ຕ້ານລົດຖັງເພີ່ມເຕີມ.

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ແລະນາຍົກລັດຖະມົນຕີອັງກິດທ່ານບໍຣິສ ຈອນສັນໃນວັນອັງຄານວານນີ້ “ໄດ້ຢືນຢັນຄຳໝັ້ນສັນຍາຂອງພວກເພິ່ນທີ່ຈະສືບຕໍ່ສະໜອງການຊ່ວຍເຫຼືອດ້ານຄວາມປອດໄພ ແລະ ມະນຸດສະທຳໃຫ້ຢູເຄຣນ ໃນການປະເຊີນໜ້າກັບຄວາມໂຫດຮ້າຍທີ່ກຳລັງດຳເນີນຢູ່ໂດຍຣັດເຊຍ,” ອີງຕາມການກ່າວຂອງທຳນຽບຂາວ ໃນຖະແຫຼງການສະບັບນຶ່ງ.

ທ່ານໄບເດັນ ຍັງໄດ້ໃຊ້ຄຳເວົ້າທີ່ຮຸນແຮງຂຶ້ນຕໍ່ຣັດເຊຍ, ໂດຍກ່າວຫາປະທານາທິບໍດີ ວລາດິເມຍ ປູຕິນ ກ່ຽວກັບ “ການຂ້າລ້າງເຜົ່າພັນ” ໃນຢູເຄຣນ.

ທ່ານໄບເດັນໄດ້ກ່າວໃນລະຫວ່າງການຢ້ຽມຢາມລັດໄອໂອວາຂອງສະຫະລັດ ເພື່ອສົ່ງເສີມໂຄງການທີ່ຈະຊ່ວຍເຫຼືອລາຄານໍ້າມັນ ທີ່ຕໍ່າກວ່າເກົ່າວ່າ “ງົບປະ ມານຄອບຄົວຂອງເຈົ້າ, ຄວາມສາມາດຂອງເຈົ້າທີ່ຈະຕື່ມນໍ້າມັນລົດ, ມັນບໍ່ຄວນມີສິ່ງໃດຂຶ້ນຢູ່ກັບວ່າຜູ້ນຳຜະເດັດການຈະປະກາດສົງຄາມ ຫຼື ກໍ່ການຂ້າລ້າງເຜົ່າພັນຈາກໄລຍະໄກເຄິ່ງໂລກອອກໄປ.”

ປະທານາທິບໍດີສະຫະລັດຫຼັງຈາກນັ້ນໄດ້ປ້ອງກັນການຕັດສິນໃຈຂອງທ່ານເພື່ອລະ​ບຸການກະທຳຂອງ ຣັດເຊຍ ເປັນການຂ້າລ້າງເຜົ່າພັນໃນຂະນະທີ່ກຳລັງລົມກັບບັນດານັກຂ່າວ ກ່ອນຂຶ້ນເຮືອບິນປະທານາທິບໍດີ Air Force One.

ທ່ານໄບເດັນໄດ້ກ່າວວ່າ “ຂ້າພະເຈົ້າເອີ້ນມັນວ່າການຂ້າລ້າງເຜົ່າພັນເພາະວ່າມັນໄດ້ມີຄວາມຊັດເຈນຂຶ້ນວ່າ ທ່ານປູຕິນແມ່ນມີແຕ່ພະຍາຍາມທີ່ຈະກວາດລ້າງຄວາມຄິດຂອງການສາມາດເປັນຄົນຢູເຄຣນ, ແລະຫຼັກຖານແມ່ນກຳລັງກອງຂຶ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ