ກະຊວງຕ່າງປະເທດ ສະຫະລັດ ກ່າວວ່າ ຕົນຮູ້ສຶກ “ຕື່ນຕົກໃຈ
ທີ່ສຸດ” ກ່ຽວກັບລາຍງານຈາກ Burundi ໃນການລະເມີດສິດທິ
ມະນຸດ ຢ່າງຮ້າຍແຮງທີ່ເກີດມາຈາກວິກິດການທາງດ້ານເມືອງ
ເປັນເວລາເກົ້າເດືອນ.
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານ Mark Toner ໄດ້
ອອກ ຖະແຫລງການ ໃນວັນອັງຄານວານນີ້ຮ້ອງຂໍໃຫ້ລັດຖະ
ບານ Burundi “ອະນຸຍາດໃນທັນທີ ໃຫ້ມີການສືບສວນແບບ
ບໍ່ເຂົ້າຂ້າງອອກຂາ ກ່ຽວ ກັບການກ່າວຫາຫວ່າງມໍ່ໆມານີ້ ແລະ
ນຳເອົາຜູ້ຮັບຜິດຊອບທີ່ພົບເຫັນວ່າກະທຳຜິດທັງໝົດມາລົງໂທດ.”
ມີລາຍງານຈຳນວນນຶ່ງກ່ຽວກັບການຂົ່ມຂືນສຳເລົາພວກແມ່ຍິງ ໂດຍກຳລັງຮັກສາຄວາມ
ປອດໄພ ການທໍລະມານ ການສັງຫານແບບຮວບ ຮັດຕັດຕອນ ແລະລາຍງານກ່ຽວກັບ
ຂຸມຝັງສົບໝູ່ ທີ່ໄດ້ເຮັດໃຫ້ຫົວ ໜ້າສິດທິມະນຸດສະຫະປະຊາຊາດ ທ່ານ Zeid Ra’ad
al-Hussein ເຕືອນໃນວັນສຸກແລ້ວນີ້ວ່າ “ການເຕືອນສັນຍານໄພທັງໝົດ ຮວມທັງການ
ເພີ້ມຂຶ້ນໃນດ້ານຊົນຊາດຊົນເຜົ່າຂອງວິກິດການ ທີ່ກຳລັງເປັນໄຟແດງຢູ່ໃນຂະນະນີ້.”
ທ່ານ Toner ຍັງໄດ້ຮຽງຮ້ອງໃຫ້ລັດຖະບານ Burundi “ອະນຸຍາດໂດຍທັນທີ ໃຫ້ສົ່ງ
ບັນດາຜູ້ສັງເກດການສິດທິມະນຸດຂອງສະຫະພາບອາຟຣິກາ ຢ່າງເຕັມທີ່ ແລະບໍ່ມີການ
ກີດກັນໃດ ເພື່ອສືບສວນການ ກ່າວຫາເຫລົ່ານີ້. Burnudi ໄດ້ປະຕິເສດຕໍ່ຂໍ້ສະເໜີຂອງ
ສະຫະພາບ ອາຟຣິກາ ໃນເດືອນແລ້ວນີ້ ທີ່ຈະສົ່ງກໍາລັງຮັກສາສັນຕິພາບ ໄປປະເທດ
Burundi ເພື່ອຍຸດຕິຄວາມຮຸນແຮງ. ລັດຖະບານກ່າວວ່າ ທະຫານຂອງສະຫະພາບ
ອາຟຣິກາ ອາດຈະຖືກໂຈມຕີ ຖ້າຫາກເຂົາເຈົ້າເຂົ້າໄປໂດຍປາດສະຈາກການໄດ້ຮັບ
ອະນຸຍາດ.
ລັດຖະບານ Burundi ຍັງໄດ້ປະຕິເສດ ບໍ່ເຂົ້າຮ່ວມສົນທະນາ ທີ່ຮວມ ທັງພວກຝ່າຍ
ຄ້ານ ທີ່ບູຣຸນດີກ່າວຫາວ່າ “ໃຫ້ການສະໜັບສະໜູນຕໍ່ຄວາມຮຸນແຮງນັ້ນ.”