ສະຫະລັດ ເຜີຍແຜ່ຮູບພາບ ກ່ຽວກັບຂຸມຝັງສົບໝູ່ ໃນຊີເຣຍ

ເດັກນ້ອຍແມ່ນປະກອບເປັນເກືອບເຄີ່ງນຶ່ງຂອງ 100 ກວ່າຄົນ ທີ່ໄດ້ຖືກສັງຫານ ຢູ່ເມືອງ Houla ປະເທດຊີເຣຍ ໃນວັນທີ 25 ພຶດສະພາ ທີ່ຜ່ານມາ.

ເວັບ​ໄຊ​ທ໌ນຶ່ງຂອງລັດຖະບານສະຫະລັດ ໄດ້ພິມ​ເຜີຍແຜ່​ ​ໃນ​ອັນທີ່​ເອີ້ນວ່າ​
ເປັນ​ຮູບ​ພາບ​ຫລັກ​ຖານຂອງ​ຂຸ​ມຝັງ​ສົບໃນ​ການ​ສັງຫານໝູ່ ​ແລະ​ການ​ໂຈມ​ຕີ
ຕໍ່​ເຂດ​ທີ່​ມີພົນລະເຮື​ອນຢູ່​ ຂອງກໍາລັງ​ລັດຖະບານ​ຊີ​ເຣຍ.

​ເວັບ​ໄຊ​ທ໌ humanright.gov ທີ່​ຄວບ​ຄຸມ​ໂດຍກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ​
ໄດ້​ເຜີຍ​ແຜ່​ຮູບ​ພາບທາງ​ດາວ​ທຽ​ມດັ່ງກ່າວ ​ໃນ​ວັນ​ສຸກວານ​ນີ້.

ຫລາຍ​ກວ່າ 100 ຄົນ​ ​ໄດ້​ຖືກ​ສັງຫານ​ໝູ່ ​ຢູ່ໃນ​ເມືອງ Houla ​ໃນ​ວັນ​ທີ 25 ພຶດສະ
ພາ​ຜ່ານ​ມານີ້ຊຶ່ງ​ເກືອ​ບ​ເຄິ່ງນຶ່ງ​ແມ່ນ​ເປັນ​ພວກ​ເດັກນ້ອຍ. ການ​ສັງຫານ​ດັ່ງກ່າວ​
ໄດ້ສ້າງ​ຄວາມ​ໂກດ​ແຄ້ນ​ຢ່າງ​ກວ້າງຂວາງ ຊຶ່ງບັນດາຜູ້​ນໍາ​ນັກ​ການ​ທູດ​ບາງ​ທ່ານ
ໄດ້ຮຽກຮ້ອງ​ໃຫ້​ນາໆ​ຊາດ ຈັດຕັ້ງກຳລັງ​ປະສົມ​ຂຶ້ນ​ເພື່ອ​ໂຄ່ນ​ລົ້ມປະ ທານາທິບໍດີ
ຊີ​ເຣຍ ທ່ານ Bashar al-Assad.

​ເອກ​ອັກຄະ​ລັດຖະທູດສະຫະລັດ​ປະຈຳ​ຊີ​ເຣຍ ທ່ານ Rpbert Ford ກ່າ​ວຢູ່​ໃນ
​ຖະ​ແຫຼງຂ່າວ​ສະບັບ​ນຶ່ງ ທີ່​ພິມ​ເຜີຍ​ແຜ່​ໂດຍ​ເວັບ​ໄຊ​ທ໌ວ່າ ການ​ໂຈມ​ຕີ​ຂອງ​ຊີ​ເຣຍ ທີ່
​ເມຶືອງ Houla ​“​ເປັນ​ການ​ຟ້ອງ​ຮ້ອງ​ທີ່​ຈະ​ແຈ້ງ​ທີ່​ສຸດ” ຕໍ່​ອຳນາດ​ການ​ປົກຄອງ ຂອງ
​ຊີ​ເຣຍ ມາ​ເທົ້າ​ເຖິງ​ດຽວ​ນີ້.

ຫົວໜ້າດ້ານ​ສິດທິ​ມະນຸດ​ຂອງອົງການ​ສະຫະ​ປະຊາ​ຊາດໄດ້​ຮຽກຮ້ອງ​ໃຫ້​ມີ​ການ
​ສືບສວນ​ຢ່າງ​ເປັນ​ອິດສະຫຼະ ໃນ​ການ​ສັງຫານໝູ່​ຢູ່​ເມືອງ Houla​. ທ່ານນາງ Navi
Pillay ກ່າວ​ວ່າ ລັດຖະບານຊີ​ເຣຍ ຄວນ​ໃຫ້ການ​ຮ່ວມ​ມື​ຢ່າງ​ເຕັມທີ່​ແກ່ ບັນດາ​ຜູ້ສືບ
ສວນ ​ເພື່ອຊອກ​ຫາໃນ​ອັນທີ່ອາດ​ຈະ​ເປັນອາ​ຊະ​ຍາ​ກໍາ​ຕ້ານມະນຸດ ຊາດ.

​ໃນ​ວັນ​ສຸກວານ​ນີ້ ບັນດາ​ນັກ​ເຄື່ອນໄຫວ​ຊີ​ເຣຍໄດ້​ລາຍ​ງານວ່າ​ ມີກາ​ນສັງຫານ​ພົນ
ລະ​ເຮືອນ​ອີກ 12 ຄົນ. ​