ສະຫະລັດ ປະທ້ວງ ການກະທຳ ທີ່ບໍ່ຖືກຕ້ອງ ຂອງມົສກູ ຕໍ່ພົນລະເມືອງຂອງຕົນ ທີ່ຖືກຈັບ ໃນຂໍ້ຫາສອດແນມ

ທ່ານພອລ ວິລແລນ ອະດີດທະຫານມາຣີນ ສະຫະລັດ, ຜູ້ທີ່ໄດ້ຖືກຈັບຢູ່ມົນກູ ເມື່ອທ້າຍເດືອນ ປີກາຍນີ້, ລໍຖ້າການພິຈາລະນາຂອງສານ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 24 ພຶດສະພາ 2019.

ສະຫະລັດ ໄດ້ປະທ້ວງຢ່າງເປັນທາງການ ຕໍ່ສິ່ງທີ່ຕົນເອີ້ນວ່າ ການປະ​ຕິ​ບັດ​ທີ່ບໍ່​ຖືກ​ຕ້ອງ
ຂອງມົສກູ ຕໍ່ທ່ານ ພອລ ວີລແລນ ອະດີດທະຫານມາຣີນ ຂອງສະຫະລັດ ທີ່ໄດ້ຖືກ​ຈັບ
ຢູ່ຣັດເຊຍ ໃນຂໍ້ຫາເຄື່ອນໄຫວສອດແນມ ຕັ້ງແຕ່ເດືອນທັນວາ ເປັນຕົ້ນມາ.

ທ່ານນາງແອນເດຣຍ ຄາແລນ ໂຄສົກປະຈຳສະຖານທູດສະຫະລັດ ທີ່ນະຄອນຫຼວງ
ມົສກູ ໄດ້ຂຽນລົງທວີດເຕີ້ ໃນວັນພຸດວານນີ້ວ່າ “ພວກເຮົາປະທ້ວງຕໍ່ MFA ໃນ​ການ​
ປະ​ຕິ​ບັດ ​ທີ່​ບໍ່​ຖືກ​ຕ້ອງ ຕໍ່​ທ່ານພອລ ວີລແລນ.”
MFA ແມ່ນ​ກະ​ຊວງ​ການ​ຕ່າງ​ປະ​ເທດ
​ຂອງ​ຣັດ​ເຊຍ.

ສະຖານທູດສະຫະລັດ ໄດ້ຮຽກຮ້ອງໃຫ້ທຳການສືບສວນ ກ່ຽວ​ກັບ​ ການກ່າວຫາ ໃນ​
ການ​ປະ​ຕິ​ບັດຕໍ່​ທ່ານວີລແລນ ແລະໃຫ້ຮັບປະກັນຄວາມປອດໄພຂອງຜູ້ກ່ຽວ.

ທ່າ​ນ​ນາງ ຄາແລນ ຂຽນ​ວ່າ “ສະ​ຫວັດ​ດີ​ພາບ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ໃນ​ຕ່າງ
ປະ​ເທດ ແມ່ນ​ບູ​ລິ​ມະ​ສິດ​ສູງ​ສຸດ​ຂອງ​ພວກ​ເຮົາ.”

ທ່ານ​ວີ​ລ​ແລນ ໄດ້​ຖືກ​ຈັບ​ຢູ່​ຣັດ​ເຊຍ ເມື່ອ​ວັນ​ທີ 28 ທັນ​ວາ ປີ​ກາຍນີ້ ໃນ​ຂໍ້​ຫາກໍ່​ຈາ​ລະ​ກຳ
ອີງ​ຕາມ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ຣັດ​ເຊຍ. ຄອບ​ຄົວ​ຂອງທ່ານ​ວິ​ລ​ແລນ ກ່າ​ວ
​ຢ້ຳ​ວ່າ ທ່ານ​ເດີນ​ທາງ​ໄປ​ຣັດ​ເຊຍ ເພື່ອ​ໄປ​ຮ່ວມ​ພິ​ທີ​ແຕ່ງ​ງານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ