ການແຂ່ງຂັນ ເລືອກຕັ້ງ ປະທານາທິບໍດີ ສະຫະລັດ ຍ້າຍໄປ ລັດ New Hampshire

ຜູ້ສະໝັກເປັນ ປະທານາທິບໍດີ ສະຫະລັດ ທ່ານ John Kasich ຜົູ້ປົກຄອງລັດ Ohio ກຳລັງໂຄສະນາຫາສຽງ ທີ່ເມືອງ Newbury, ລັດ New Hampshire.

ການ​ໂຄສະນາ​ຫາ​ສຽງຜູ້​ສະໝັກ​ເປັນປະທານາທິບໍດີສະຫະລັດ
​ປີ​ 2016​ ໄດ້​ຍົກຍ້າຍ​ຢ່າງ​ວ່ອງ​ໄວ ໃນ​ວັນ​ອັງຄານ​ວານ​ນີ້ ໄປສູ່
​ລັດ New Hampshire ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​
ສະຫະລັດ ໜຶ່ງ​ມື້​ຫຼັງ​ຈາກ​ນັກ​ປຸກລະດົມ ນິຍົມ​ແນວທາງ​ເດີມ
ສະ​ມາ​ຊິກ​ສະພາ​ສູງ ຈາກລັດ Texas ທ່ານ Ted Cruz ​ໄດ້​
ຊະນະ​ການ​ປະຊຸມ​ລົງ​ຄະ​ແນນ​ສຽງຂອງ ພັກຣີພັບບລີ​ກັນ ​ໃນ
​ລັດ Iowa ​ແລະ​ອະດີດລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ
ທ່າ​ນນາງ Hillary Clinton ​ໄດ້​ຊະນະ​ຢ່າງ​ຫວຸດ​ຫວິດ ຕໍ່ ສະ
ມາຊິກ​ສະພາ​ສູງ ສັງ​ຄົມ​ນິຍົມ ຈາກລັດ Vermont ທ່ານ
Bernie Sanders ຢູ່​ໃນ​ການ​ແຂ່ງຂັນຂອງ​ພັກ​ເດ​ໂມ​ແຄ​ຣັດ.

ທ່ານ Cruz ​ຊຶ່ງໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງແຂງແຮງ ຈາກຊາວ ຄຣິສຕຽນ​ທີ່​ນັບຖື​ສາສະໜາ​ຢ່າງ​ເຄັ່ງ​ຄັດ​ແລະ​ການ​ຈັດແຈງ​ຢ່າງ​ດີ​ເລີດ ​ໃນ​ວັນ​ເລືອກ​ຕັ້ງ ​ໄດ້​ເອົາ​ໄຊຊະນະ ມະຫາ​ເສດ​ຖີອະສັງຫາລິມະ​ຊັບ ທ່ານ Donald Trump ​ທີ່​ໄດ້​ປະ​ເຊີນໜ້າກັບ​ບັນດາ​ຜູ້​
ປ່ອນ​ບັດ​ເທຶ່ອ ທຳ​ອິດ ຫລັງ​ຈາກ​ຈາກ​ໄດ້​ມີ​ຄະ​ແນນ​ສຽງນຳ​ໜ້າ ​ໃນການ​ສຳ​ຫລວດ​ຫາງ​ສຽງ​ກ່ອນການ​ເລືອກ​ຕັ້ງ​ມາ​ຫລາຍ​ເດືອນ​.

ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່ລັດ New Hampshire ​ແມ່ນ​ກຳນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ອັງຄານ​ອາທິດ​ໜ້າ. ​ໃນ​ຂະນະ​ທີ່​ລັດ​ນ້ອຍໆ​ດັ່ງກ່າວເປັນລັດ​ຊົນ ນະບົດຄື​ກັບ​ລັດ Iowa ບັນ​ດາ​ນັກວິ​ເຄາະ​ກ່າວ​ວ່າ ​ພວກ​ປ່ອນ​ບັດ​ຂອງ ​ພັກ​ຣີພັບ​ບລິ​ກັນ​ສ່ວນ​ໃຫຍ່່ ​ແມ່ນ​ບໍ່​ເຄັ່ງ​ຄັດ​ທາງ
​ສາສະໜາ ໜ້ອຍກວ່າ​ພວກ​ປ່ອນ​ບັດ​ທີ່​ຊ່ວຍ​ໃຫ້​ທ່ານ Cruz ​ໄດ້ຊະນະມະຫາ​ເສດ​ຖີ
Trump ຢູ່ລັດ Iowa ດ້ວຍ​ຄະ​ແນນ 28 ຕໍ່ 24 ​ເປີ​ເຊັນ​. ສ່ວນ​ຜູ້​ສະໝັກ​ນິຍົມ ​ແນວທາງ
​ເດີມ​ອີກ​ຄົນ​ໜຶ່ງ ຄືສະມາຊິກ​ສະພາ​ສູງ ຈາກລັດ Florida ທ່ານ Marco Rubio ​ໄດ້​ເປັນ​ອັນ​ດັບສາມ ​ໂດຍ​ໄດ້​ຮັບ​ຄະ​ແນນ 23 ​ເປີ​ເຊັນ.

ຜູ້ສະມັກ ປະທ່ານາທິບໍດີ ອະດີດຜູ້ປົກຄອງລັດ Florida ທ່ານ Jeb Bush.

ການ​ສຳ​ຫຼວດ​ກ່ອນ​ການ​ເລືອກຕັ້ງທີ່ລັດ New Hampshire ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Trump ​ເປັນ​ຜູ້ມີ​ຄະ​ແນນ​ສຽງ​ນຳ​ໜ້າ​ຢ່າງ​ຫຼວງຫຼາຍ​ກ່ອນ​ບັນດາ​ຜູ້​ທ້າ​ທາຍ​ຄົນ​ອື່ນໆ​ ຂອງພັກຣິພັບ​ບລິ​ກັນ ​ແຕ່​ວ່າການ​ຢັ່ງ​ສຽງ​ນີ້ ໄດ້​ມີ​ຂຶ້ນກ່ອນການເລືອກຂອງ​ຕັ້ງ​ພັກຣີພັບ​
ບລິ​ກັນ ຢູ່ລັດ Iowa ທີ່ໄດ້​ສ້າງ​ຄວາມ​ຜິດ​ຫວັງ​ ໃຫ້​ແກ່​ການ​ກ່າວ​ອ້າງ ຂອງ​ທ່ານ​ທີ່​ວ່າ ທ່ານ ແມ່ນ​ຜູ້​ດຽວ​ທີ່​ມີ​ແຕ່​ຊະນະກັບ​ຊະນະ.

ຜູ້ສະມັກ ປະທານາທິບໍດີ ທ່ານ Bernie Sanders, ພ້ອມດ້ສຍພັນລະຍາ ທ່ານນາງ Jane.

ການສຳຫລວດ ​ຜູ້​ມີ​ສິດປ່ອນ​ບັດ ຂອງ​ພັກ​ເດ​ໂມ​ແຄຣັດ ​ທີ່​ລັດ New Hampshire ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ Sanders ຜູ້​ຕາງໜ້າ​ເປັນ​ສະມາຊິກ​ສະພາ​ສູງ​ຂອງລັດ Vermont ທີ່​ຕັ້ງຢູ່​ຖັດ​ໄປ​ນັ້ນ ​ແມ່ນ​ມີ​ຄະ ​ແນນ​ສຽງ​ນຳໜ້າ​ຢ່າງ​ຫຼວງຫຼາຍ ​ຕໍ່ທ່ານ​ນາງ Clinton ອະດີດນັກ​ການ​ທູດ​ສູງ​ສຸດ​ຊອງ​ປະ​ເທດ ​ແຕ່ປີ 2009 ຫາ​ປີ 2013. ​ແຕ່​ທ່ານ​ນາງ ​ໄດ້​ກ່າວ​ຕໍ່ໂທລະ​ພາບ CNN ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ “ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ດີ ກ່ຽວ​ກັບໂອກາດຂອງ​ຂ້າພະ​ເຈົ້າ” ຢູ່​ທີ່​ລັດ New Hampshire ​ແລະ​ທ່ານ​ນາງ ກຳລັງ​ເບິ່ງ​ໄປ​ໜ້າ​ໃນ​ການ​ພົບ​ພໍ້ກັບ​ທ່ານ​ Sanders ​ໃນວັນ​ພຸດມື້ນີ້ແລະ​ພະຫັດມື້ອື່ນ ​ເພື່ອ​ສ​ະ​ແ​ດງໃຫ້​ເຫັນເຖິງ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ພວກ​ທ່ານ​ທັງ​ສອງ.