ທ່ານ Trump ແລະ ທ່ານນາງ Clinton ກັບ ຄືນສູ່ການໂຄສະນາຫາສຽງ ຫຼັງຈາກການ ໂຕ້ວາທີ

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວໃນການຊຸມນຸມໂຄສະນາຫາສຽງ. 27 ກັນຍາ, 2016.

ດ້ວຍວັນເລືອກຕັ້ງນັບຈາກນີ້ຍັງເຫຼືອອີກ 6 ສັບປະດາ, ບັນດາຜູ້ລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ສະຫະລັດ ທ່ານນາງ Hillary Clinton ແລະ ທ່ານ Donald Trump ໄດ້ ກັບຄືນໄປສູ່ການໂຄສະ ນາຫາສຽງຂອງຕົນໃນວັນອັງຄານວານນີ້ ແລະໄດ້ໃຫ້ການປະ ເມີນຜົນທີ່ສຳຄັນ ກ່ຽວກັບຜົນງານຂອງກັນ ແລະ ກັນໃນການໂຕ້ວາທີ ຄັ້ງທຳອິດຂອງ ພວກເພິ່ນ.

ນັກວິເຄາະອິດສະຫຼະຫຼາຍຄົນໄດ້ກ່າວວ່າ ທ່ານນາງ Clinton ໄດ້ຊະນະໃນການໂຕ້ວາທີ​ເມື່ອວັນຈັນທີ່ຜ່ານມາ ແລະ ສາມາດໄດ້ຮັບຄະແນນຫຼາຍຂຶ້ນໃນການຢັ່ງຫາງສຽງແຫ່ງ ຊາດ ທີ່ໄດ້ສະແດງໃຫ້ເຫັນທ່ານນາງມີສອງສາມ​ເປີ​ເຊັນນຳໜ້າທ່ານ Trump.

ໃນການກ່າວຕໍ່ບັນດາຜູ້ສະໜັບສະໜູນທີ່ລັດ North Carolina ທ່ານນາງ Clinton ໄດ້ ປະກາດວ່າ ຄູ່ແຂ່ງຂັນຂອງທ່ານນາງບໍ່​ສາມາດ​ໃຫ້ ການອະທິບາຍຢ່າງລາຍລະອຽດໃນ ລະຫວ່າງການໂຕ້ວາທີ.

ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າມີໂອກາດ ທີ່ຈະເວົ້າສອງສາມຢ່າງ ກ່ຽວກັບ ສິ່ງທີ່ຂ້າ ພະເຈົ້າຢາກເຮັດ ຖ້າຂ້າພະເຈົ້າໂຊກດີພໍທີ່ຈະຖືກເລືອກໃຫ້ເປັນປະທານາທິບໍດີ. ແລະ ທ່ານຮູ້ບໍ, ຂ້າພະເຈົ້າມີແນວຄິດແບບເກົ່າແນວນີ້ ທີ່ຖ້າຂ້າພະເຈົ້າຮ້ອງຂໍຄະແນນສຽງ ຂອງພວກທ່ານ, ຂ້າພະເຈົ້າຄວນບອກພວກທ່ານ ກ່ຽວກັບ ສິ່ງທີ່ຂ້າພະເຈົ້າຢາກເຮັດ.”

ທ່ານ Trump ໄດ້ກ່າວຫຼັງຈາກການໂຕ້ວາວ່າ ທ່ານໄດ້ຮັບໄຊຊະນະ, ແລະ ທີ່ການຊຸມ ນຸມໃນຕອນຄ່ຳຂອງວັນອັງຄານວານນີ້ທີ່ລັດ Florida ​ແມ່ນສະເໜີວ່າ ທ່ານສາມາດເຮັດ ໄດ້ດີຍິ່ງກວ່ານີ້.

ທ່ານໄດ້ກ່າວວ່າ “ສຳລັບເວລາ 90 ນາທີ, ຂ້າພະເຈົ້າໄດ້ເບິ່ງລາວຢ່າງລະມັດລະວັງ ແລະ ຂ້າພະເຈົ້າກໍຍັງໄດ້ອົດໃຈເອົາໄວ້. ຂ້າພະເຈົ້າບໍ່ຢາກເຮັດຫຍັງເພື່ອເຮັດໃຫ້ລາວ ອັບອາຍຂາຍໜ້າ.”

ຜູ້ລົງແຂ່ງຂັນທັງສອງທ່ານ ຈະໂຕ້ວາທີກັນອີກສອງຄັ້ງ ກ່ອນການລົງຄະແນນສຽງໃນວັນ ທີ 8 ພະຈິກ, ການໂຕ້ວາທີຄັ້ງຕໍ່ໄປນັ້ນຈະເປັນວັນທີ 9 ຕຸລາທີ່ຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

US Presidential Politics

Your browser doesn’t support HTML5

Clinton Looks for Momentum Following First Debate with Trump