ສະຫະລັດ ເລື່ອນ ການປະຊຸມ ກັບຣັດເຊຍ ກ່ຽວກັບ ຊີເຣຍ (ວີດີໂອ)

ປະທານາທິບໍດີ Barack Obama ກ່າວຢູ່ພິທີນຶ່ງ ທີ່ທໍານຽບຂາວ ກ່ຽວກັບສະຖານະການໃນຊີເຣຍ, ວັນທີ 26 ສິງຫາ 2013.

ສະຫະລັດ ​ໄດ້​ເລື່ອ​ນການ​ພົບ​ປະກັນ​ກັບ ບັນ​ດາ​ເຈົ້າ​ໜ້າ​ທີ່ຣັດ
​ເຊຍ ທີ່​ໄດ້​ກໍານົດ​ໃສ່​ກາງ ອາທິດ​ນີ້ ​ເພື່ອ​ສົນທະນາ​ກັນກ່ຽວ​ກັບ
ສະຖານະ​ການ​ໃນຊີ​ເຣຍນັ້ນ ອອກ​ໄປ ໃນ​ຂະນະ​ທີ່ກຸງ​ ວໍ​ຊິງ​ຕັນ
ພິຈາລະນາ​ສັ່ງ​ຊາ ​ເບິ່ງການ​ຕອບ​ໂຕ້​ຂອງ​ຕົນ ຕໍ່​ການ​ກ່າວ​ຫາ
ທີ່​ວ່າກອງທັບຊີ​ເຣຍ ​ໄດ້ໃຊ້​ອາວຸດ​ເຄມີ ​ໃນ​ອາທິດ​ແລ້ວ​ນີ້.

ການ​ສົນທະນາທີ່​ໄດ້​ກໍານົດ​ໃສ່ວັນ​ພຸດມື້​ອື່ນນີ້ ​ທີ່ ກຸງ Hague
ແມ່ນ​ຈະ​ເປັນ​ເທື່ອຫ​ລ້າ​ສຸດ ລະຫວ່າງ ສະຫະລັດ​ແລະຣັດ​ເຊ
​ໃນ​ການດໍາ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ຊອກ​ຫາທາງ ​ ແກ້​ໄ​ຂ
ວິ​ກິດ​ການ ທາງ​ການ​ເມືອງ​ໃນ​ຊີ​ເຣຍ.

​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄົນ​ນຶ່ງ​ຂອງກະຊວງ​ຕ່າງປະ​ເທດສະຫະລັດ
ກ່າວໃນ​ຕອນ​ແລງວັນ​ຈັນວານ​ນີ້ວ່າ ສາ​ເຫດ​ຂອງການເລື່ອນ
​ອອກ​ໄປ​ແມ່ນເນື່ອງ​ມາ​ຈາກ “ການປຶກສາ​ຫາລືທີ່​ກໍາລັງ​ດໍາ​ເນີນ
​ໄປ” ກ່ຽວ​ກັບວ່າ​ ຄວນຈະ​ຕອບ​ໂຕ້​ຢ່າງ​ໃດ​ຕໍ່ລາຍ​ງານ​ຂ່າວ​ທີ່​ວ່າ
ມີການ​ໃຊ້​ອາວຸດ​ເຄມີ ຢູ່​ໃນ​ຊີ​ເຣຍນັ້ນ.

ຮອງ​ລັດຖະມົນ​ຕີການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Gennady Gatilov ກ່າວ​ວ່າ ຣັດ​ເຊຍ
ມີ​ຄວາມເສຍ​ໃຈ ​ຕໍ່ການ​ຕັດສິນ​ໃຈດັ່ງກ່າວຂອງສະຫະລັດ.

​ໂຄສົກ​ທໍານຽບຂາວ​ຄົນ​ນຶ່ງ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “​ເກືອ​ບວ່າ​ບໍ່​ມີ​ຄວາມ​ສົງ​ໄສ” ​ໃດໆ​ເລີຍ
​ວ່າ ລັດຖະບານຊີ​ເຣຍ​ໄດ້​ໃຊ້​ອາວຸດ​ເຄມີ​ແທ້. ຣັດ​ເຊຍຖື​ເບົາ ​ການ​ກ່າວ​ຫາດັ່ງກ່າວ ຂະນະ​ທີ່
ເວົ້າວ່າ ສະຫະລັດ ​ແລະ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ບໍ່​ມີ​ຫລັກ​ຖານ​ໃດໆ​ກ່ຽວ​ກັບ​ການ​ໂຈມ​ຕີ
​ດ້ວຍ​ອາວຸດ​ເຄມີ​ນັ້ນ.

Your browser doesn’t support HTML5

ສະຫະລັດ ສັ່ງຊາ ການສົ່ງທະຫານ ໄປ ຊີເຣຍ