ຫົວໜ້າກົມໄປສະນີ ສະຫະລັດ ວ່າ ຈະບໍ່ມີການຕັດໃດໆ ຢູ່ກົມໄປສະນີ ກ່ອນໜ້າການເລືອກຕັ້ງ

ຕູ້ໄປສະນີທີ່ເຫັນຢູ່ນີ້ ຕັ້ງຢູ່ທາງຍ່າງ ໃນນະຄອນນິວຢອກ, ວັນທີ 14 ສິງຫາ 2020.

ຜູ້ອຳນວຍການໃຫຍ່ກົມໄປສະນີສະຫະລັດ ທ່ານລູອິສ ເດີໂຈຍ ໄດ້ປະຕິຍານໃນວັນອັງຄານວານນີ້ວ່າ ບັດເລືອກຕັ້ງທີ່ສົ່ງທາງໄປສະນີທັງຫຼາຍ ໃນວັນທີ 3 ເດືອນພະຈິກ ສຳລັບການເລືອກຕັ້ງປະທານາທິບໍດີນັ້ນ ຈະຖືກນຳສົ່ງໃຫ້ທັນ “ຕາມເວລາ” ແລະໄດ້ໂຈະການປ່ຽນແປງທຸກຢ່າງ ຢູ່ທີ່ອົງການນີ້ ຈົນກວ່າຫຼັງຈາກການເລືອກຕັ້ງ ຊຶ່ງພັກເດໂມແຄຣັດໄດ້ກ່າວອ້າງວ່າ ເປັນໄປໄດ້ທີ່ບັດຄະແນນສຽງຫຼາຍໆລ້ານ ຈະບໍ່ຖືກສົ່ງໄປຫາບັນດາເຈົ້າໜ້າທີ່ເລືອກຕັ້ງ ທີ່ຈະໄດ້ຖືກນັບ.

ທ່ານເດີໂຈຍ ເສດຖີຜູ້ທີ່ໄດ້ບໍລິຈາກເງິນໃຫ້ການໂຄສະນາຫາສຽງແກ່ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ຊຶ່ງທ່ານໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າກົມໄປສະນີສະຫະລັດ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ ອົງການນີ້ “ແມ່ນພ້ອມແລ້ວໃນມື້ນີ້ ທີ່ຈະຈັດການນໍາຈົດໝາຍເລືອກຕັ້ງ ຈໍານວນຫຼາຍເທົ່າໃດກໍຕາມ ທີ່ຕົນຈະໄດ້ຮັບໃນລະດູໃບໄມ້ຫລົ່ນນີ້.”

ທ່ານເດີໂຈຍ ໄດ້ປະກາດວ່າ “ພວກເຮົາຈະນຳສົ່ງຈົດໝາຍການເລືອກຕັ້ງຂອງປະເທດໃຫ້ທັນຕາມເວລາ ແລະພາຍໃນມາດຕະຖານການບໍລິການທີ່ໄດ້ຖືກຈັດຕັ້ງຂຶ້ນເປັນຢ່າງດີໃນອົງການຂອງພວກເຮົາ. ມະຫາຊົນອາເມຣິກັນ ຄວນຮູ້ວ່າ ອັນນີ້ເປັນບູລິມະສິດອັນດັບນຶ່ງຂອງພວກເຮົາ ໃນຊ່ວງເວລານີ້ ຮອດວັນເລືອກຕັ້ງ.”

ທ່ານໄດ້ກ່າວອີກວ່າ ມາດຕະການຕັດຄ່າໃຊ້ຈ່າຍຕ່າງໆ ທີ່ທ່ານໄດ້ຈັດຕັ້ງປະຕິບັດໄປ ຢູ່ອົງການທີ່ປະສົບກັບບັນຫາການຂາດດຸນນີ້ ແມ່ນຈະຖືກໂຈະໄວ້ກ່ອນຈົນກວ່າຫຼັງຈາກວັນເລືອກຕັ້ງ “ເພື່ອຫລີກເວັ້ນແມ່ນກະທັງສິ່ງທີ່ປາກົດວ່າ ເປັນຜົນກະທົບໃດໆຕໍ່ຈົດໝາຍການເລືອກຕັ້ງ.” ການລົງຄະແນນສຽງຜ່ານທາງຈົດໝາຍ ໃນສະຫະລັດ ຈະເລີ້ມຕົ້ນຂຶ້ນຢູ່ບາງລັດ ໃນເດືອນກັນຍານີ້.

ທ່ານເດີໂຈຍ ໄດ້ຕັດຄ່າລ່ວງເວລາໃຫ້ແກ່ພວກຄົນງານ ຊຶ່ງພວກຕ້ອງຕິກົມໄປສະນີ ໄດ້ກ່າວວ່າ ເປັນເຫດຜົນທີ່ເຮັດໃຫ້ມີການສົ່ງຈົດໝາຍທີ່ຫລ້າຊ້າເມື່ອບໍ່ດົນມານີ້.

ແຕ່ທ່ານເດີໂຈຍ ໄດ້ກ່າວວ່າ “ວຽກລ່ວງເວລາ ມີຢູ່ແລະຈະມີຢູ່ຕໍ່ເນື່ອງໄປ ຕ້ອງໄດ້ຮັບການອະນຸມັດຕາມຄວາມຈຳເປັນ.”

ທ່ານຍັງໄດ້ກ່າວອີກວ່າ ອຸປະກອນການຈັດແຈງໄປສະນີຢູ່ສູນກາງຂອງກົມໄປ ສະນີ ແລະພວກຕູ້ໄປສະນີສີຟ້າຢູ່ຕາມຖະໜົນໃນທົ່ວສະຫະລັດ “ຈະຍັງຄົງຢູ່ບ່ອນທີ່ພວກມັນຕັ້ງຢູ່ຄືເກົ່າ” ແລະວ່າ ສະຖານທີ່ຈັດການນຳໄປສະນີທັງຫຼາຍ ຈະບໍ່ຖືກປິດໄວ້. ໃນບໍ່ເທົ່າໃດວັນມານີ້ ໃນບາງຫົວເມືອງ ອົງການໄປສະນີ ໄດ້ເຫັນວ່າມີການຖອນຕູ້ໄປສະນີທີ່ຕັ້ງຢູ່ຕາມມຸມຖະໜົນແຫ່ງຕ່າງໆອອກ ຈຶ່ງນຳໄປສູ່ການກ່າວຫາວ່າ ຜູ້ທີ່ທ່ານທຣຳ ແຕ່ງຕັ້ງນັ້ນ ໄດ້ພະຍາຍາມທີ່ຈະຊ່ອຍທ່ານເອົາຊະນະດ້ວຍການຫລຸດຜ່ອນ ການລົງຄະແນນສຽງຜ່ານໄປສະນີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ