ທ່ານ Trump ກັບ ດຣ. Carson ໄດ້ຮັບຄະແນນ ການຢັ່ງຫາງສຽງ ເກືອບສະເໝີກັນ

Your browser doesn’t support HTML5

ເຊີນຊົມວີດີໂອ ລາຍງານນີ້

ການສຳຫລວດຄັ້ງຫລ້າສຸດ ຂອງການເມືອງສະຫະລັດ ໄດ້
ສະແດງໃຫ້ເຫັນວ່າ ນັກການເມືອງນ້ອງໃໝ່ສອງທ່ານ ຄື ເຈົ້າ
ພໍ່ມະຫາເສດຖີ ອະສັງຫາລິມະສັບ ທ່ານ Donald Trump
ແລະ ນາຍແພດຜ່າຕັດ ສະໝອງ ທີ່ກະສຽນແລ້ວ ທ່ານ Ben
Carson ແມ່ນກຳລັງສະເໝີກັນ ສຳຫລັບການລົງສະໝັກ ເປັນ
ປະທານາທິບໍດີ ປີ 2016 ສັງກັດພັກຣີພັບບລີກັນ.

ມະຫາວິທະຍາໄລ Quinnipiac ກ່າວວ່າ ການຢັ່ງຫາງສຽງທົ່ວ
ປະເທດ ຂອງຕົນ ຫຼາຍມື້ເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ
ທ່ານ Trump ຜູ້ທີ່ມີສີສັນ ໄດ້ຮັບຄະແນນສຽງ 24 ເປີເຊັນ ໃນ
ບັນດາຜູ້ມີສິດອອກສຽງ ທີ່ສະໜັບສະໜູນພັກຣີພັບບລີກັນ ຊຶ່ງ
ມີ ຄະແນນນຶ່ງ ລື່ນ ດຣ. Carson ຜູ້ທີ່ສະຫງວນຕົວ.

ການສຳຫລວດນັ້ນ ໄດ້ສະແດງໃຫ້ເຫັນອີກວ່າ ສະມາຊິກສະພາສູງ ຈາກລັດ Florida
ທ່ານ Marco Rubio ມີຄະແນນ 14 ເປີເຊັນ ແລະ ທ່ານ Ted Cruz ສະມາຊິກສະພາ
ສູງ ຈາກລັດ Texas ມີຄະແນນ 13 ເປີເຊັນ ໂດຍທີ່ທັງສອງທ່ານ ມີບົດບາດທີ່ດີ ໃນການ
ໂຕ້ວາທີ ຂອງບັນດາຜູ້ລົງແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ເມື່ອບໍ່ດົນ
ມານີ້.

ການຢັ່ງຫາງສຽງ ຍັງສະແດງໃຫ້ເຫັນວ່າ ພຽງ 4 ເປີເຊັນ ສະໜັບສະໜູນ ຜູ້ທີ່ເຄີຍເປັນ ທີ່
ນິຍົມຊົມຊອບຂອງພັກ ໃນຄັ້ງໜຶ່ງ ຄື່ ອະດີດຜູ້ປົກຄອງລັດ Florida ທ່ານ Jeb Bush ຊຶ່ງ
ເປັນລູກຊາຍ ແລະ ນ້ອງຊາຍຂອງອະດີດ ປະທານາທິບໍດີ ສະຫະລັດ ທີ່ໄດ້ດິ້ນຮົນ ເພື່ອ
ຟື້ນຕົວຄືນ ຈາກການໂຕ້ວາທີ ທີ່ມີຄວາມອ່ອນແອນັ້ນ.

Your browser doesn’t support HTML5

Republican Candidacy Still Undecided, Clinton Leads Democratic Camp