ພວກສະມາຊິກພັກ Republican ທີ່ຫວັງຢາກເປັນ ປະທານາທິບໍດີ ສົນທະນາ ກັບປະຊາຊົນ ທີ່ລັດ Iowa

ອະດີດຜູ້ວ່າການລັດ ຟລໍຣິດາ ທ່ານ Jeb Bush ກ່າວຕໍ່ກອງ ປະຊຸມປະຊາຊົນ ທີ່ມະຫາວິທະຍາໄລ Loras College ໃນເມືອງ Dubuque ລັດ Iowa ວັນທີ 16 ພຶດສະພາ 2015.

ບັນດາ​ສະມາຊິກ​ພັກ Republican ​ທີ່ຫວັງ​ຢາກ​ເປັນ​ປະທາ
ນາທິບໍດີ 11 ທ່ານ ທີ່​ແຂ່ງຂັນ​ເອົາ​ການ​ແຕ່ງ​ຕັ້ງ​ຈາກ​ພັກ​ໃຫ້​
ເປັນ​ຜູ້ສະໝັກເລືອກ​ ຕັ້ງ​ປະທານາທິບໍດີ​ສະຫະລັດ​ໃນ​ປີ 2016
​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ ຢູ່​ລັດ Iowa ທາງ​ພາກ​ກາງຂອງ​ສະຫະລັດ​
ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ກ່າວຊີ້​ແຈງ​ຕໍ່​ພວກ​ສະມາຊິກທີ່​ແຂງ​
ແຮງ​ທີ່​ສຸດ​ຂອງ​ພັກ​ໃນ​ລັດ ວ່າ​ເປັນ​ຫຍັງ​ພວກ​ເຂົາ​ເຈົ້າ​ຈຶ່ງຄວນ
​ຈະ​ໄດ້​ຮັບ ການ​ແຕ່ງ​ຕັ້ງ​ໃຫ້​ເປັນຜູ້​ສະໝັກ​ຕາງໜ້າພັກ ​ໃນ​ການ
​ເລືອກຕັ້ງ​ປະທານາທິບໍດີ​ນັ້ນ.

ກອງ​ປະຊຸມ​ໂອ້​ລົມກັບ​ປະຊາຊົນດັ່ງກ່າວ ​ແມ່ນ​ພັກ Republi
can ​ເປັນ​ຜູ້ອຸບປະຖຳ​ຈັດ​ຂຶ້ນ ​ແລະ​ໄດ້​ຄອບງຳ​ໂດຍ​ການ​ໂອ້​ລົມ​
ກັນ​ເລື້ອງ​ອີຣ່ານ ສາສະໜາອິສລາມ ​ແລະ​ຄວາມ​ວຸ້ນວາຍ​ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ພວກ​ຜູ້​ສະ​ໝັກທີ່​ຕັ້ງ​ຄວາມ​ຫວັງ​ໄວ້​ນີ້ ຕ່າງ​ກໍຮຽກຮ້ອງ​ໃຫ້ສະຫະລັດ​ມີໜ້າ ​ຢ່າງ​ແຂງ​ແຮງຂຶ້ນ
ຢູ່​ໃນ​ທົ່ວ​ໂລກ ​ແຕ່ວ່າ​ແຕກ​ຕ່າງ​ກັນ​ກ່ຽວກັບວ່າ ​ຈະ​ໃຫ້ສະຫະລັດ​ເອົາ​ທ່າ​ທີແຂງ​ແຮງ​ສໍ່າ​ໃດ​ ຕໍ່​ພວກ​ສັດຕູ​ນັ້ນ.

ຄຳ​ຕອບ​ຂອງ​ທ່ານ Rick Santorum ອະດີດ​ສະມາຊິກ​ສະພາ​ສູງ ສະຫະລັດ ສຳລັບ​ການ​ຮັບ​ມື​ກັບ​ອີຣ່ານນັ້ນ ​ແມ່ນ “​ເອົາ​ເຮືອບິນ​ຖິ້ມ​ລະ​ເບີດ​ຂອງ​ພວກ​ເຮົາ ໄປ​ຖິ້ມໃສ່​ພວກ​ເຂົາ ​ແລະ​ສົ່ງ​ພວກ​ເຂົາ​ກັບ​ຄືນ​ໄປ​ຍັງ​ສັດຕະວັດ​ທີ 7.” ໃນ​ຂະນະ​ທີ່ສະມາຊິກ​ສະພາ​ສູງ​ຈາກ​ລັດ Kentucky ທ່ານ Rand Paul ​ ​ຕັ້ງ​ຄຳຖາມຂຶ້ນ​ມາ​ວ່າ ການ​ຮຸກ​ຮານ​ອີຣັກ ມັນ​ກຸ້ມ​ຄ່າ​ບໍ? ​ເມື່ອ​ພິຈາລະນາ​ເບິ່ງ​ການໂຜ່​ໂຕ​ຂຶ້ນ​ມາຂອງ​ກຸ່ມ​ລັດ​ອິສລາມ​ນັ້ນ.

ພວກ​ສະມາຊິກ​ຄົນ​ອື່ນໆ​ຂອງ​ພັກ ​ໄດ້​ຖິ້ມ​ໂທດ​ການໂຜ່​ໂຕຂຶ້ນ​ມາ​ຢ່າງ​ແຂງແຮງຂອງ​ກຸ່ມ​ລັດ​ອິສລາມ​ ​ໃສ່​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມມາ ສັງກັດ​ພັກ​ເດ​ໂມ​ແກຣັດ ທີ່​ບໍ່​ໄດ້​ປະກຳລັງຫຼັງ​ຈາກ​ສົງຄາມ ໄວ້ໃນອີຣັກ ຫຼັງ​ຈາກ​ສະຫະລັດ​ຖອນ​ກຳລັງ​ອອກ​ແລ້ວ. ພວກຜູ້​ສະມັກ ຫຼາຍຄົນ ກ່າວ​ຫາ ທ່ານ​ໂອ​ບາ​ມາ ວ່າ ບໍ່​ໄດ້​ຖື​ເລື້ອງ​ການ​ຂົ່ມຂູ່​ຂອງ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.

ລັດ Iowa ​ເປັນ​ລັດທຳ​ອິດ ​ທີ່ຈັດກອງ​ປະຊຸມ​ເລືອກ​ເອົາ​ຜູ້​ຈະ​ຖືກ​ແຕ່ງ​ຕັ້ງ​ເປັນ​ຜູ້​ສະໝັກ​ຕາງ
ໜ້າ​ພັກ ສຳລັບ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ​ແລະ​ກອງ​ປະຊຸມ​ຂອງ​ລັດ ຈະ​ມີ​ຂຶ້ນ​ໃນ​ຕົ້ນ​ປີໜ້າ​.

ແມ່ຍິງປະເຊີນກັບການທ້າທາຍພິເສດສະເພາະ ໃນວົງການເມືອງຂອງສະຫະລັດ:

Your browser doesn’t support HTML5

Women Face Unique Challenges in US Politics