ຜູ້ສະມັກ ເປັນປະທານາທິບໍດີ ສຫລ ມີຄະແນນ ໃກ້ຄຽງກັນ (ວີດີໂອ)

ຜູ້ສະມັກເປັນປະທານາທິບໍດີຂອງພັກຣີພັບບລີກັນ ທ່ານມິຕ ຣອມນີ ແລະພັນລະຍາ ພວມໂຄສະນາຫາສຽງ ທີ່ເມືອງ Newington ລັດ Hampshire (2 ພະຈິກ 2012)

ປະທານາທິບໍດີສະຫະລັດ ແລະຄູ່ແຂ່ງ ຈາກພັກຣີພັບບລີກັນ ອະ
ດີດຜູ້ປົກຄອງລັດ Massachusetts ທ່ານ ມິຕ ຣອມນີແມ່ນມີຄະ
ແນນທໍ່ໆກັນໃນການຢັ່ງຫາງສຽງທົ່ວປະເທດຂະນະທີ່ການໂຄສະ
ນາຫາສຽງຂອງຜູ້ສະມັກເປັນປະທານາທິບໍດີທັງສອງກ້າວເຂົ້າສູ່ ໄລຍະສອງສາມມື້ສຸດທ້າຍ ກ່ອນການປ່ອນບັດເລືອກຕັ້ງໃນວັນ
ທີ 6 ພະຈິກ.

ປະທານາທິບໍດີໂອບາມາ ມີຄະແນນນຳໜ້ານ້ອຍນຶ່ງຢູ່ໃນບັນດາ
ລັດທີ່ຍັງບໍ່ທັນມີການຕັດສິນໃຈຢ່າງເດັດຂາດທີ່ສຳຄັນໆເພື່ອໃຫ້
ໄດ້ຮັບຄະແນນ 270 ສຽງຈາກຄະນະກຳມະການເລືອກຕັ້ງປະຈຳ
ລັດ ທີ່ມີຄວາມຈຳເປັນ ຈຶ່ງຈະໄດ້ຮັບໄຊຊະນະນັ້ນ.

ໃນມື້ວັນສຸກວານນີ້ ທັງປະທານາທິບໍດີໂອບາມາແລະທ່ານຣອມ
ນີຕ່າງກໍໄດ້ຢຸດແວ່ທີ່ລັດໂອຮາຍໂອ ຊຶ່ງເປັນລັດທີ່ມີຄວາມສຳຄັນ ໃນມື້ດຽວກັນກັບທີ່ລາຍ ງານຂອງລັດຖະບານ ແຈ້ງວ່າ ອັດຕາຄົນຫວ່າງງານ ໄດ້ເພີ້ມຂຶ້ນ .10% ເປັນ 7.9% ແຕ່ ຂະນະດຽວກັນ ກໍໄດ້ສ້າງວຽກເຮັດງານທຳເພີ່ມຕື່ມ 171,000 ໜ້າວຽກຊຶ່ງເປັນໂຕເລກທີ່ ລື່ນການຄາດໝາຍເອົາໄວ້.

ຜູ້ສະມັກເປັນປະທານາທິບໍດີທັງສອງທ່ານແມ່ນມີຄວາມເຫັນແຕກຕ່າງກັນກ່ຽວກັບວ່າໂຕ
ເລກທີ່ວ່ານີ້ ໝາຍຄວາມວ່າແນວໃດ. ປະທານາທິບໍດີໂອບາມາ ເວົ້າວ່າ ໃນເດືອນຕຸລາ ແລ້ວນີ້ ບໍລິສັດຕ່າງໆໄດ້ວ່າຈ້າງພວກຄົນງານຫຼາຍເປັນປະຫວັດການ ໃນຮອບ 8 ເດືອນ ທີ່ຜ່ານມາ. ແຕ່ທ່ານຣອມນີເອີ້ນອັດຕາຄົນຫວ່າງງານນີ້ວ່າ ເປັນສິ່ງເຕືອນຄວາມຈຳທີ່ໜ້າ ເສົ້າໃຈທີ່ວ່າເສດຖະກິດເກືອບບໍ່ມີການເໜັງຕີງເລີຍ.

ເບິ່ງວີດີໂອ ຊາວອາເມຣິກັນຫຼາຍລ້ານຄົນ ປ່ອນບັດ ກ່ອນວັນເລືອກຕັ້ງ.