Mitt Romney ຊະນະ ການເລືອກຕັ້ງພັກ ທີ່ລັດ Maine

  • ທອງປານ ເທບວົງສາ

Južnokorejski vojnici na manevrima blizu demilitarizovane zone između dve Koreje. 4.april, 2013.

ການ​ແຂ່​ງຂັນ​ຂອງ​ພັກຣີພັບບລິ​ກັນ ​ເພື່ອ​ຄັດ​ເລືອກ​ເອົາ​ຜູ້​ທ້າ​ຊິງ​ກັບປະທານາທິບໍດີ​ສະຫະ
ລັດ​ທ່ານ ບາຣັກ ​ໂອ​ບາ​ມາ ​ໃນ​ການ​ເລືອກ​ຕັ້ງ​ເດືອນ​ພະຈິກ​ຕໍ່ໜ້າ​ນີ້ ປາກົດ​ວ່າ​ແຈ້ງ​ຂາວ
ຫລາຍ​ຂຶ້ນ​ແລ້ວ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ​ຈະ​ແມ່ນ​ຜູ້​ໃດ​ ​ເວລາ​ທ່ານ ມິດ ຣອມນີ ຜູ້​ມີ​ຄະ​ແນນ
ນໍາ​ໜ້າ ​ໄດ້​ຮັບ​ໃຊຊະນະ​ຕື່ມ​ອີກສອງ​ຄັ້ງ.

ຄືຊະນະ​ຄັ້ງ​ທີ່​ນຶ່ງໃນການ​ເລືອກ​ຕັ້ງ​ທີ່​ເອີ້ນ​ວ່າ straw vote ທີ່​ກອງ​ປະຊຸມ​ປະ​ຈໍາປີຂອງ
ພວກ​ນັກ​ເຄຶ່ອນ​ໄຫວ​ອະນຸລັກ​ນິຍົມຂອງພັກຣີພັບ​ບລິ​ກັນ ຫລື CPAC ທີ່​ນະຄອນຫຼວງ
ວໍ​ຊິງ​ຕັນ​ດີ​ຊີ ບ່ອນ​ທີ່​ທ່ານ ມິດ ຣອມນີ ຊະນະ 38 ​ເປີ​ເຊັນຂອງ​ຄະ​ແນນ​ສຽງ​ທັງ​ໝົດ.
ເວລາ​ຕໍ່​ມາໃນມື້ດຽວ​ກັນ ທ່ານ​ມິດ ຣອມນີ ອະດີດ​ຜູ້​ວ່າການ​ລັດແມສຊາຈູແສັສ ກໍ​ໄດ້​
ຊະນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງພັກ ​ທີ່​ລັດ​ເມນ ​ໂດຍໄດ້ຄະ​ແນນ​ສຽງ 39 ​ເປີ​ເຊັນ​.

ໃນການເລືອກ​ຕັ້ງຂອງ​ພວກ CPAC ນັ້ນ ທ່ານ ຣິກ ​ແຊນ​ທໍຣໍາ ອະ​ດິດສະມາຊິກ
ສະພາ​ສູງ​ສະຫະລັດ ຜູ້​ຊະນະ​ການ​ເລືອກ​ຕັ້ງໃນໝົດ​ທັງ​ສາມ​ລັດທາງ​ພາກຕາ​ເວັນ​ຕົກ​
ສະຫະລັດ​ເມື່ອ​ວັນອັງຄານ​ຜ່ານ​ມາ ຄືລັດມີີ​ເນ​ໂຊ​ຕ້າ ມີ​ສຊູ​ຣີ ​ແລະ​ໂຄ​ໂລຣາ​ໂດ ນັ້ນ
ໄດ້ຄະ​ແນນ 31 ​ເປີ​ເຊັນ.

ທີ່​ລັດ​ເມນ ທ່ານ​ມິດ ຣອມນີ ໄດ້ຮັບ​ຄະ​ແນນ​ລື່ນ​ກັນ​ຢ່າງ​ສູ​ສີ​ກັບ​ສະມາຊິກ ສະພາ​ຕໍ່າ​ຈາກ
ລັດ​ເທ​ກຊັສ ທ່ານ ຣອນ ພອລ ຜູ້​ທີ່​ຍັງ​ບໍ່​ເຄີຍໄດ້ຊະນະ​ການ​ເລືອກຕັ້ງຄັ້ງຜ່ານ​ມາໃດໆ
ຂອງ​ພັກ​ຣີພັບບລິ​ກັນ​ເທື່ອ​ນັ້ນ ​ແຕ່​ກໍໄດ້ຫວັງໄວ້ວ່າ ທ່ານ​ຈະໄດ້​ຮັບຄະ​ແນນ​ດີ​ຢູ່​ທີ່​ລັດເມນ
ທາງຕາ​ເວັນ​ອອກສຽງ​ເໜືອ​ສຸດ​ຂອງ​ສະຫະລັດ​ນັ້ນ. ທັງ​ສອງ​ທ່ານ ຄື ມິດ ຣອມນີ ​ແລະ
ຣອນ ​ພອລ ໄດ້ໃຊ້​ເວລາ​ຫາ​ສຽງ​ຢູ່​ໃນ​ລັດ​ເມນ ບ່ອນ​ທີ່​ການ​ເລືອກ​ຕັ້ງຂອງພັກ ​ເຊັ່ນ​ດຽວ​
ກັບການ​ລົງ​ຄະ​ແນນ​ສຽງຂອງ​ພວກ CPAC ​ຖື​ວ່າ​ເ​ປັນ​ການ​ເລືອກຕັ້ງ​ແບບ straw vote
ທີ່​ບໍ່​ມີ​ຂໍ້​ຜູກ​ມັດ​ໃດໆ​.