ທ.ນ. Clinton ເປັນບຸກຄົນ ທີ່ໄດ້ຮັບ ຄວາມນິຍົມ ສູງທີ່ສຸດ (ສະໄລດ໌)

ທ່ານນາງ Hillary Clinton ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ.

ການຢັ່ງຫາງສຽງປະຊາຊົນໃນທົ່ວປະເທດສະແດງໃຫ້ເຫັນວ່າ
ອະດີດລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ
Hillary Clinton ແມ່ນໄດ້ຮັບຄວາມນິຍົມສູງກວ່າປະທານາທິ
ບໍດີບາຣັກ ໂອບາມາແລະພວກນັກການເມືອງລະດັບຊາດຄົນ
ອື່ນໆ.

ການສຳຫຼວດຄວາມເຫັນຂອງມະຫາວິທະຍາໄລ Quinnipiac ທີ່ນຳອອກເຜີຍແຜ່ໃນມື້ວັນສຸກວານນີ້ສະແດງໃຫ້ເຫັນວ່າທ່ານ
ນາງ Clinton ມີອັດຕາຄະແນນນິຍົມ 61% ເປັນທີ່ຊື່ນຊອບໃນ ໝູ່ຜູ້ມີສິດປ່ອນບັດຊາວອາເມຣິກັນ ສົມທຽບໃສ່ປະທານາທິບໍດີ
ໂອບາມາ ທີ່ມີຄະແນນນິຍົມ 51%.

ທ່ານນາງ Clinton ທີ່ເຄີຍເປັນສະຕີໝາຍເລກນຶ່ງແລະສະມາ
ຊິກສະພາສູງຂອງສະຫະລັດມາກ່ອນນັ້ນໄດ້ອອກຈາກຕຳແໜ່ງຫົວໜ້ານັກການທູດຂອງອາ ເມຣິກາ ໃນອາທິດແລ້ວນີ້.

ທ່ານນາງເປັນລັດຖະມົນຕີການຕ່າງປະເທດສະຫະລັດມາເປັນເວລາ 4 ປີໂດຍໄດ້ເຂົ້າຮ່ວມ ໃນຄະນະລັດຖະບານຂອງທ່ານໂອບາມາ ທີ່ເປັນຄູ່ແຂ່ງຂອງທ່ານນາງ ໃນການຖືກແຕ່ງຕັ້ງ ໃຫ້ເປັນຜູ້ສະມັກປະທານາທິບໍດີຂອງພັກໃນປີ 2008 ນັ້ນຫຼັງຈາກທ່ານໂອບາມາໄດ້ສາບານ ໂຕເຂົ້າຮັບຕຳແໜ່ງ.

ຜູ້ຊ່ອຍຜູ້ອຳນວຍການຂອງສະຖາບັນຢັ່ງຫາງສຽງ Quinnipiac ກ່າວວ່າ ທ່ານນາງ Clinton ແມ່ນດາລາທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ໃນເວທີການເມືອງອາເມຣິກາ ໃນເວລານີ້.

ທ່ານນາງ Clinton ບໍ່ໄດ້ໃຫ້ຮ່ອງຮອຍໃດໆເລີຍວ່າ ທ່ານນາງຈະສະໝັກເຂົ້າແຂ່ງຂັນ ເອົາ ຕຳແໜ່ງປະທານາທິບໍດີອີກຫຼືບໍ່ຊຶ່ງເປັນເລື່ອງທີ່ພາໃຫ້ມີການຄາດຄະເນກັນຢ່າງກວ້າງຂວາງ ນັ້ນ.

ມະຫາວິທະຍາໄລ Quinnipiac ໄດ້ສຳຫຼວດຫາງສຽງຜູ້ມີສິດປ່ອນບັດ 1,772 ຄົນ ແຕ່ວັນ
ທີ 30 ມັງກອນຫາວັນທີ 4 ກຸມພາຜ່ານມານີ້. ການຢັ່ງຫາງສຽງທີ່ວ່ານີ້ ມີຄວາມຜິດພາດຄາດເຄື່ອນ ລົບຫຼືບວກ 2.3%.

ປະມວນພາບ ທ່ານນາງຄລິນຕັນ ໃນຖານະ ລມຕ ຕ່າງປະເທດ ສຫລ