ສຫລ ຮ້ອງທຸກ ການເກັບພາສີ ຂອງຈີນ ຕໍ່ອົງການ WTO

  • ໄພສານ ວໍຣະຈັກ

ປະທານາທິບໍດີ ບາຣັກ ໂອບາມາ ຫາສຽງທີ່ຫໍພິພິດທະພັນ Wolcott House ໃນເມືອງ Maumee ລັດ Ohio (5 ກໍລະກົດ 2012)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ລັດຖະບານ​ຂອງທ່ານ​ຈະ​ທຳ​ການ
​ຕໍ່ສູ້​ເພື່ອ​ໃຫ້​ຈີນ​ຮັບຜິດຊອບກ່ຽວ​ກັບ​ການ​ກະທຳ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ບໍລິສັດ​ຜະລິດ​
ລົດ​ໂອ​ໂຕ​ຂອງສະຫະລັດ.

​ໃນ​ການ​ຖະ​ແຫຼງ ທີ່​ບ່ອນ​ໂຄສະນາ​ຫາ​ສຽງ​ບ່ອນ​ນຶ່ງ ​ໃກ້ໆ​ເມືອງ Toledo ​ໃນ​ລັດໂອ​ຮາ​ຍ​ໂອ
​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ໂອ​ບາ​ມາ​ເວົ້າວ່າ ຊາວ​ອາ​ເມຣິກັນ ​ຕ້ອງການຢາກ​ໃຫ້​ມີ​ການ​ແຂ່ງ
ຂັນ​ທີ່​ຍຸຕິ​ທຳ. ທ່ານ​ໄດ້​ປະກາດ​ ກ່ຽວ​ກັບ​ການ​ຮ້ອງທຸກຄັ້ງ​ໃໝ່​ຕໍ່​ອົງການໆ​ຄ້າ​ໂລກ ​ກ່ຽວ​ກັບ​
ການ​ເກັບ​ພາສີ​ ແບບ​ບໍ່​ຍຸຕິ​ທຳ​ຂອງ​ຈີນ​ ໃນ​ມູນ​ຄ່າ​ຫຼາຍກວ່າ 3 ພັນ​ລ້ານ​ໂດ​ລາ ​ຕາມ​ທີ່​ມີ​ການ​
ກ່າວ​ຫາ ຕໍ່​ລົດ​ໂອ​ໂຕ​ທີ່​ຜະລິດ​ໂດຍສະຫະລັດ.

​ເມືອງ Toledo ​ເປັນ​ບ່ອນ​ຕັ້ງ​ໂຮງງານ​ຜະລິດ​ລົດ​ຂະໜາດ​ໃຫຍ່​ແຫ່ງ​ນຶ່ງ. ທ່ານໂອ​ບາ​ມາ​ກ່າວ
​ຕໍ່ຝູງ​ຊົນ​ວ່າ ການ​ຮ້ອງທຸກ​ຕໍ່​ອົງການໆ​ຄ້າ​ໂລກ​ເພື່ອ​ທ້າ​ທາຍ​ຕໍ່​ຈີນ 6 ຄັ້ງກ່ອນ​ໜ້ານີ້​ ​ໄດ້​ປະ
ສົບ​ກັບ​ຄວາ​ມສຳ​ເລັດ.

ທ່ານ​ໂອ​ບາ​ມາໂຄສະນາ​ຫາ​ສຽງ​ທີ່​ລັດ​ໂອ​ຮາ​ຍ​ໂອ​ ແລະ​ເພັນ​ຊີ​ລ​ເວ​ເນຍ​ ໃນ​ວັນ​ພະຫັດ​ແລະ​
ວັນ​ສຸກ​ມື້ນີ້ 2 ລັດ​ສຳຄັນ​ ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ ​ໃນ​ເດືອນ​ພະຈິກ​ທ້າຍປີນີ້.

ທ່ານ​ໄດ້​ຮັບ​ໄຊຊະນະທັງ 2 ລັດ ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ປີ 2008 ​ແລະ​ການຢັ່ງ​ຫາງ​ສຽງ
​ເມື່ອ​ໄວໆ​ມານີ້ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ຍັງ​ມີ​ຄະ​ແນນ​ນຳ​ໜ້າ​ໜ້ອຍນຶ່ງຕໍ່ທ່ານ Mitt Rom-
ney ຄູ່​ແຂ່ງ​ຂອງ​ທ່ານ​ຈາກ​ພັກຣີພັບ​ບລີ​ກັນ. ປະທານາທິບໍດີ​ໂອ​ບາ​ມາ​ຈະ​ໃຊ້​ການ​ໂຄສະນາ​
ຫາ​ສຽງ​ຂອງ​ທ່ານ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ເປັນຕົວຕັ້ງຕົວ​ຕີໃນ​ການ​ປົກປ້ອງ​ຄົນ​ທຳ
​ມະ​ດາ​ສາມັນ ຄື​ຊາວ​ອາ​ເມຣິກັນ​ຜູ້ທີ່ອອກ​ແຮງ​ງານ ​ແລະທ່ານ Romney ​ເປັນ​ນັກທຸລະກິດ​
ທີ່​ຮັ່ງມີ ກ່ອນ​ທີ່​ທ່ານ​ຈະກ້າວ​ເຂົ້າສູ່​ການ​ເມືອງ.

ສ່ວນ​ທ່ານ Romney ​ໄດ້​ຢຸດໂຄສະນາ​ຫາ​ສຽງໄປ​ພັກຜ່ອນ​ຢູ່​ກັບ​ຄອບຄົວ​ຂອງທ່ານ​ທີ່​ລັດ
New Hampshire.

​ໃນ​ການ​ໃຫ້​ສຳພາດແກ່​ໂທລະພາບ CBS ນັ້ນ ທ່ານ​ນາງ Ann Romney ກ່າວວ່າ ສາມີ​
ຂອງ​ທ່ານ​ນາງ ​ພວມພິຈາລະນາ ​ເພື່ອຈະ​ເອົາ​ແມ່ຍິງ​ເປັນ​ຜູ້​ສະມັກ​ເປັນຮອງ​ປະທານາທິບໍດີ​
ຮ່ວມ​ກັບ​ທ່ານຊຶ່ງ​ເປັນ​ທາງ​ເລືອກ​ທີ່​ທ່ານ​ນາງ​ເວົ້າວ່າທ່ານ​ນາງ​ມັກຫຼາຍ. ຝ່າຍໂຄສະນາ​ຫາ​
ສຽງ​ຂອງ​ທ່ານ Romney ກ່າວ​ວ່າ ຕົນກຳລັງ​ສຶກສາ​ເບິ່ງ ຜູ້​ສະມັກ​ເປັນ​ຮອງ​ປະທານາທິບໍ
ດີ​ຈຳນວນ​ນຶ່ງ ​ແຕ່​ຍັງ​ບໍ່​ທັນ​ປະກາດ​ຊື່​ຜູ້​ໃດ​ເທື່ອ.